ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ອອສເຕຣເລຍ ພວມພິຈາລະນາ ການຮັບຮູ້ ວ່າ ເຈຣູຊາແລັມ ເປັນນະຄອນຫຼວງ ຂອງ ອິສຣາແອລ

ນາຍົກລັດຖະມົນຕີ ອອສເຕຣເລຍ ຄົນໃໝ່ ທ່ານ ສກັອດ ມໍຣີສັນ ເຫັນໄດ້ ຢູ່ທີ່ ພິທີສາບານໂຕ ເຂົ້າຮັບຕຳແໜ່ງ ໃນຂະນະທີ່ ພັນລະຍາຂອງທ່ານ ທ່ານນາງ ເຈັນນີ ກຳລັງແນມເບິ່ງ, ໃນນະຄອນຫຼວງ ແຄນເບີຣາ ຂອງອອສເຕຣເລຍ, ວັນທີ 24 ສິງຫາ 2018.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣີສັນ ກ່າວວ່າ ທ່ານ ກຳລັງ ພິຈາ
ລະນາ ທີ່​ຈະ​ຮັບຮູ້ວ່າ ເຈຣູຊາແລັມ ເປັນນະຄອນຫຼວງ ຂອງ ອິສຣາແອລ ແລະ ຈະຍ້າຍ
ສະຖານທູດຂອງອອສເຕຣເລຍ ຈາກນະຄອນແທລອາວີບໄປຍັງ ທີ່ນັ້ນ.

ນາຍົກລັດຖະມົນຕີ ມໍຣີສັນ ໄດ້ກ່າວບອກບັນດານັກຂ່າວ ໃນວັນອັງຄານວານນີ້ ວ່າ
ທ່ານ ໄດ້ “ເປີດອົກເປີດໃຈ” ກ່ຽວກັບ ການແນະນຳໂດຍ ທ່ານ ເດບວ໌ ຊາຣມາ ອະດີດ
ເອກອັກຄະລັດຖະທູດ ປະຈຳອິສຣາແອລ ທີ່ໄດ້ໃຫ້ມາ. ປະທານາທິ ບໍດີສະຫະລັດ ທ່ານ
ດໍໂນລ ທຣຳ ໄດ້ຮັບຮູ້ວ່າ ເຈຣ​ຊາແລັມເປັນນະຄອນຫຼວງ ຂອງອິສຣາແອລ ຢ່າງເປັນ
ທາງການ ເມື່ອເດືອນທັນວາ ປີກາຍນີ້ ໂດຍເປັນການ ແຍກອອກຈາກນະໂຍບາຍ ທີ່ມີ
ມາເປັນເວລາຍາວນານ ທີ່ວ່າ ສະຖານະຂອງ ເຈຣູຊາແລັມ ນັ້ນ ຄວນເປັນສ່ວນນຶ່ງຂອງ
ການແກ້ໄຂ ຕໍ່ບັນຫາສອງປະເທດ ລະຫວ່າງ ອິສຣາແອລ ແລະປາແລສໄຕນ໌. ສະຖານ
ທູດ ສະຫະລັດ ຢູ່ໃນນະຄອນ ເຈຣູຊາ​ແລັມ ໄດ້ເປີດຢ່າງເປັນທາງການ ໃນເດືອນ
ພຶດສະພາ ຜ່ານມານີ້.

ທ່ານນາງ ອີວາງກາ ທຣຳ ລູກສາວຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຂວາ, ແລະ ລັດຖະມົນຕີ ວ່າການ ກະຊວງການເງິນ ທ່ານ ສຕີຟ ເມີນູຈິນ ເຂົ້າຮ່ວມໃນພິທີ ເປີດສະຖານທູດ ສະຫະລັດ ແຫ່ງໃໝ່ ປະຈຳນະຄອນ ເຈຣູຊາແລັມ, ວັນທີ 14 ພຶດສະພາ 2018.

ທ່ານ ຊາຣມາ ເປັນສະມາຊິກພັກເສລີນິຍົມ ຂອງທ່ານ ມໍຣີສັນ ທີ່ປົກຄອງປະ​ເທດ​ ໃນ
ປັດຈຸບັນນີ້ ແມ່ນກຳລັງລົງສະໝັກ ໃນການເລືອກຕັ້ງພິ​ເສດ ເປັນສະມາຊິກສະພາ ໃນ
ວັນເສົາຈະມາເຖິງນີ້ ໃນເຂດນະຄອນ ຊິດນີ ທີ່​ມີພົນລະເມືອງ ຊາວຢິວອາ​ໄສ​ຢູ່. ຖ້າຫາກ
ທ່ານ ຊາຣມາ ເສຍໄຊ ພັກເສລີນິຍົມ ກໍຈະສູນເສຍ ບ່ອນນັ່ງພຽງອັນດຽວຂອງຕົນ ທີ່ຈະ
ເຮັດໃຫ້ມີສຽງສ່ວນຫຼາຍ ຢູ່ໃນສະພາຕ່ຳນັ້ນ.

ສ່ວນທ່ານນາງ ເພັນນີ ວອງ ສະມາຊິກສະພາ ຈາກພັກ​ແຮງ​ງານ ຊຶ່ງ​ເປັນ​ພັກຝ່າຍ​ຄ້ານ
ໄດ້ກ່າວຫາ ນາຍົກລັດຖະມົນຕີວ່າ ເອົາການເມືອງ ມາກ່ອນ ຜົນປະໂຫຍດດ້ານນະໂຍ
ບາຍ ແຫ່ງຊາດທີ່ມີມາ ເປັນເວລາຍາວນານຂອງ ອອສເຕຣເລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG