ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາຍງານ: ມີການຕ້ອງຕິຕໍ່ ແຜນການເນລະເທດ ພວກຂໍລີ້ໄພ ຂອງອອສເຕຣເລຍ


ພວກນັກເຄື່ອນໄຫວ ທໍາການປະທ້ວງສະໜັບສະໜູນ ພວກລັກລອບເຂົ້າມາຂໍລີ້ໄພໃນອອສເຕຣເລຍ ຢູ່ທາງນອກສູນກັກກັນ Villawood ໃນນະຄອນຊິດນີ. (April 2011 file photo)
ພວກນັກເຄື່ອນໄຫວ ທໍາການປະທ້ວງສະໜັບສະໜູນ ພວກລັກລອບເຂົ້າມາຂໍລີ້ໄພໃນອອສເຕຣເລຍ ຢູ່ທາງນອກສູນກັກກັນ Villawood ໃນນະຄອນຊິດນີ. (April 2011 file photo)

ຊາຍ​ຄົນ​ນຶ່ງທີ່ຖືກກ່າວຫາວ່າເປັນຄົນ​ຄ້າມະນຸດ ກ່າວວ່າ ແຜນການຂອງອອສເຕຣເລຍ ທີ່ຈະເນລະເທດພວກຂໍລີ້ໄພໄປຍັງປະເທດອື່ນໆ ​ໃນຂົງເຂດເອເຊຍປາຊິຟິກ ຈະບໍ່​ຍັບ​ຍັ້ງ ພວກອື່ນໆທີ່​ຢາກ​ມາ​ຂໍ​ລີ້​ໄພ​ນັ້ນ​ໄດ້ ເພາະວ່າ ພວກເຂົາເຈົ້າແມ່ນຕ້ອງການການຄຸ້ມຄອງ ຢ່າງແທ້ຈິງ. ນາຍ Sayeed Abbas Azad ຖືກຈັບກຸມໃນປະເທດອິນໂດເນເຊຍ ຕາມ ຄໍາຮ້ອງຂໍຂອງອອສເຕຣເລຍ. ລັດຖະບານແຄນເບີຣາມີແຜນການທີ່ຈະສົ່ງພວກຂໍລີ້ໄພ ໄປຍັງມາເລເຊຍ ແລະປາປົວ ນີວກີນີ ໃນຄວາມພະຍາຍາມເພື່ອຢຸດການຫລັ່ງໄຫລເຂົ້າມາ ຢ່າງບໍ່ລົດລະຂອງພວກຂໍລີ້ໄພການເມືອງທີ່ມາທາງເຮືອນັ້ນ. ດາຣາມີເລຶ່ອງນີ້ມາສະເໜີທ່ານ.

ລັດຖະບານອອສເຕຣເລຍໄດ້ກ່າວຫານາຍ Sayeed Abbas Azad ວ່າ ໄດ້ຊ່ວຍເອົາ
ພວກຂໍລີ້ໄພຂື້ນເຮືອ​ແລະ​ພາ​ໄປ​ສົ່ງຮອດເຂດນ່ານນໍ້າຂອງອອສເຕຣເລຍ ແລະຢາກໃຫ້
ທາງ​ການ​ອິນ​ໂດ​ເນ​ເຊຍສົ່ງ​ໂຕຜູ້ກ່ຽວໄປ​ໃຫ້​ຕົນ. ນາຍ Sayeed ທີ່ຖືກກ່າວຫາວ່າຄ້າ
ມະນຸດນັ້ນ ໄດ້ຖືກໜ່ວຍສະເພາະກິດຕໍ່ຕ້ານການລັກລອບຄ້າມະນຸດຂອງອິນໂດເນເຊຍ
ຈັບ​ແລະກັກໂຕໄວ້ ຕາມຄໍາຮ້ອງຂໍຂອງອອສເຕຣເລຍ.

ພວກເຈົ້າໜ້າທີ່ກວດຄົນເມືອງເຊື່ອວ່າ ຜູ້ກ່ຽວ​ໄດ້​ເປັນຜູ້ວາງ​ແຜນ​ຢູ່​ເບື້ອງ​ຫລັງການເດີນ
ທາງຂອງກໍ່າປັ່ນຫລາຍໆລໍາ ຈາກໝູ່ເກາະອິນໂດເນເຊຍ ​ໄປ​ຍັງ​ອອສ​ເຕຣ​ເລຍ ໂຮມທັງ
ກໍ່າປັ່ນລໍາທີ່ຖືກສະກັດ​ກັ້ນ​ແລະ​ຍຶດ​ໄວ້ໃນຕົ້ນເດືອນນີ້ ຢູ່​ໃກ້ໆເກາະ Chrismas ຊຶ່ງເປັນ
ດິນ​ດອນຂອງອອສເຕຣເລຍ ໃນມະຫາສະມຸດອິນເດຍນັ້ນ.

ນາຍ Sayeed ໄດ້ປະຕິເສດຕໍ່ຂໍ້ກ່າວຫາ ແລະໄດ້ກ່າວ​ຕໍ່ບໍລິສັດກະຈາຍສຽງ​ຂອງອອສ
ເຕຣເລຍ ຫລື ABC ວ່າ ແຜນການຂອງອອສເຕຣເລຍ ທີ່ຈະເນລະເທດພວກຂໍລີ້ໄພໄປ
ຍັງປະເທດອື່ນນັ້ນ ຈະບໍ່ສໍາ​ເລັດ​ຜົນ​ຕາມ​ຈຸດປະສົງ ເນຶ່ອງຈາກວ່າພວກທີ່ເດີນທາງໄປຍັງ
ອອສເຕຣເລຍໂດຍທາງເຮືອນັ້ນ ແມ່ນຕ້ອງການ ການພິທັກຄຸ້ມຄອງຢ່າງແທ້ຈິງ ແລະກໍ
ຍັງຈະສ່ຽງຕໍ່ການເດີນທາງນັ້ນ ຢູ່​ຕໍ່​ໄປ. ນາຍ ຊາຢີດ ເວົ້າວ່າ:

“ພວກເຂົາເຈົ້າຢາກ​ໄປຂໍລີ້ໄພຢູ່​ທີ່​ນັ້ນ ກໍເພາະວ່າອອສເຕຣເລຍເປັນປະເທດທີ່ດີ ​ແລະ
ພວກເຂົາເຈົ້າຈະ​ໄດ້​ຮັບ​ການປົກປ້ອງຄຸ້ມຄອງ ແລະນອກຈາກນີ້ແລ້ວ ເຂົາເຈົ້າເປັນ
ພວກ​ຊອກ​ຂໍລີ້ໄພ ບໍ່ແມ່ນ​ເປັນພວກກໍ່ການຮ້າຍ ຫລືທໍານອງນັ້ນ.”

ທີ່ນະຄອນຫລວງແຄນເບີຣາຂອງອອສເຕຣເລຍ ພວກລັດຖະມົນຕີເຊື່ອວ່າ ການເນລະ
ເທດພວກຂໍລີ້ໄພການເມືອງນັ້ນ ຈະເປັນການຍັບຍັ້ງພວກອື່ນໆທີ່ຄິດວ່າຈະພາກັນເດີນ
ທາງ​ໄປຍັງອອສເຕຣເລຍໂດຍທາງເຮືອ. ເຊື່ອກັນວ່າ ພວກຂໍລີ້ໄພຫລາຍໆຄົນແມ່ນ​ໄປ
ຈາກອັຟການີສຖານ ແລະ ປາກີສຖານ.

ລັດຖະບານແຄນເບີຣາ ມີແຜນການຈະສົ່ງພວກຖືກກັກຕົວທັງຫລາຍ ໄປຍັງມາເລເຊຍ ແລະຍັງໄດ້ເກ້ຍກ່ອມໃຫ້ປາ​ປົວ ນິວກີ​ນີ ເປີດສູນຮອງຮັບເອົາພວກຂໍລີ້ໄພ​ແຫ່ງ​ນຶ່ງຄືນໃໝ່
ທີ່ເກາະ Manus. ສູນດັ່ງກ່າວ​ແມ່ນເປັນພາກສ່ວນນຶ່ງຂອງວິທີການແກ້ໄຂບັນຫາ​ໃນຂົງ
ເຂດປາຊິຟິກຫລື “Pacific Solution” ຂອງທ່ານ John Howard ອະດີດນາຍົກລັດຖະ
ມົນຕີຫົວອະນຸລັກນິຍົມ ທີ່ໍໄດ້ຂົນສົ່ງພວກຂໍລີ້ໄພ ໄປ​ໄວ້​ທີ່ຄ້າຍຮອງ​ຮັບ ຫ່າງຈາກຝັ່ງທະເລ
ຂອງ​ປະ​ເທດ​ອອກ​ໄປ​ໄກໆ ​ໃນ​ກາງ​ມະຫາ​ສະມຸດ​ປາຊີ​ຟິກນັ້ນ. ນະໂຍບາຍດັ່ງກ່າວ​ໄດ້ຖືກ
ປະນາມຢ່າງກວ້າງຂວາງວ່າ ​ໄຮ້​ມະນຸດສະ​ທໍາ ແລະໄດ້ຖືກລົບ​ລ້າງ ຫລັງຈາກພັກກໍາມະ
ກອນຫລື​ພັກ​ແຮງ​ງານ ເຂົ້າມາມີອໍານາດ ​ໃນປີ 2007 ນັ້ນ.

ແຕ່ຄວາມເປັນຈິງຕ່າງໆທາງການເມືອງ ໂດຍສະເພາະການຫລັ່ງໄຫລເຂົ້າມາຢ່າງບໍ່ລົດລະ
ຂອງພວກອົບ​ພະຍົບທາງເຮືອ ແລະຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ​ຜູ້ເລືອກຕັ້ງ
ທີ່​ຢາກໃຫ້ມີການຄວບຄຸມເຂດຊາຍແດນຢ່າງເຂັ້ມງວດຂຶ້ນກວ່າເກົ່ານັ້ນ ​ໄດ້ບັງຄັບໃຫ້ນາຍົກ
ລັດຖະມົນຕີ Julia Gillard ຕ້ອງຊອກຫາວິທີແກ້ໄຂບັນຫາ ຢູ່ຕ່າງປະເທດ. ທ່ານ​ນາງ​
Gillard ກ່າວ​ວ່າ:

“ພວກເຮົາໄດ້ຕັດສິນໃຈແລ້ວວ່າ ມັນເໝາະສົມ ໝາຍ​ເຖິງການຈັດ​ແຈງກັບມາເລເຊຍນັ້ນ ​
ແລະ​ມັນ​ກໍ​ເປັນ​ການ​ສົ່ງ​ສານ​ ທີ່ໜັກ​ແໜ້ນທີ່ສຸດ ໄປຍັງພວກລັກລອບຂົນສົ່ງ​ມະນຸດ ການ
ຈັດໃຫ້ມີສູນກາງນຶ່ງຢູ່ໃນປະເທດປາປົວນີວກີນີນໍານັ້ນ.”

ທ່ານນາງ Julia Gillard ນາຍົກລັດຖະມົນຕີ ອອສເຕຣເລຍ.
ທ່ານນາງ Julia Gillard ນາຍົກລັດຖະມົນຕີ ອອສເຕຣເລຍ.

ທ່ານນາງ Gillard ກ່າວຕື່ມວ່າ
ເຖິງແມ່ນຈະມີແຜນການເນລະ
ເທດຊຸດໃໝ່ກໍຕາມ ​ແຕ່ລັດຖະ
ບານຂອງທ່ານນາງກໍນໍາໃຊ້ຕົວ
ແບບທີ່ແຕກຕ່າງ​ໄປຈາກຂອງ
ລັດຖະບານຂອງທ່ານ Howard
ບົນພື້ນຖານຂອງ​ໂຄງຮ່າງປະຕິ
ບັດງານບາຫລີ ວ່າດ້ວຍການ
ຄ້າມະນຸດ ທີ່ 41 ປະເທດ​ໃນ
ຂົງເຂດເອເຊຍປາຊິຟິກ​ໄດ້ຕົກ
ລົງຮັບ​ເອົາເມື່ອ​ເດືອນມີນາຜ່ານ
ມາ ຊຶ່ງ​ທ່ານ​ນາງ​ອະທິບາຍ​ວ່າ:

“ສິ່ງທີ່ພວກເຮົາ​ໄດ້​ເຮັດ​ໃນທາງ
ກົງກັນຂ້າມນັ້ນ ກໍຄືປະຕິບັດ
ງານໃນລະດັບພາກພື້ນ ​ເພື່ອ
ໃຫ້ມີ​ການ​ຮັບຮອງ​ເອົາ​ໂຄງຮ່າງບາຫລີ. ພວກເຮົາຈະ​ມີ​ການຈັດ​ແຈງແບບສອງຝ່າຍກັນ
ກັບປະເທດປາປົວນີວກີນີ ແຕ່ພວກເຮົາກໍຈະຍັງຄົງພົວພັນກັບປະ​ເທດ​ອື່ນໆ​ໃນຂົງເຂດ
ຂອງ​ພວກ​ເຮົາຢູ່​ຕໍ່​ໄປ ​ໃນເລື່ອງ​ສູນ​ກາງສັ່ງຊາຕີລາຄາສະຖານ​ນະ​ການຂອງຂົງເຂດນັ້ນ
ເພາະວ່າພວກເຮົາກໍເຂົ້າໃຈຢູ່ສະເໝີວ່າ ນີ້ແມ່ນບັນຫາຂອງຂົງ​ເຂດຂອງພວກເຮົາທັງໝົດ.”

ໂຄງຮ່າງປະຕິບັດງານບາຫລີ ເປັນການຕົກລົງທີ່ບໍ່ມີຂໍ້ຜູກມັດໃດໆ ທີ່ລະບຸ​ອອກ​ມາ​ໂດຍ
​ສັງ​ເຂ​ບວ່າ ບັນດາປະເທດທັງຫລາຍ​ຄວນຈະຈັດການ​ແນວ​ໃດກັບພວກລັກລອບຂົນສົ່ງ
​ແລະ​ຄ້າມະນຸດ ແລະພວກຂໍລີ້ໄພ. ເປົ້າໝາຍຂອງ​ໂຄງ​ຮ່າງ​ນີ້ກໍ​ແມ່ນ​ ຊອກຫາວິທີທາງສໍາ
ຫລັບ​ໃຫ້ປະເທດຕ່າງໆປະຕິບັດງານຮ່ວມກັນ ເພື່ອບ່ອນ​ທໍາລາຍຜົນ​ປະ​ໂຫຍ​ດຕ່າງໆ​ທີ່
​ດຶງ​ດູດໃຈ​ພວກ​ຄ້າ​ມະນຸດ​ນັ້ນ ໃນຂະນະທີ່ຮັບຮູ້ກຽດສັກສີ ແລະສິດທິຂອງພວກສະ​ແຫວ​ງ ຫາ​ການລີ້ໄພ.

ກຸ່ມປົກ​ປ້ອງ​ອົບພະຍົບກ່າວວ່າ ຂໍ້ຕົກລົງກັບປະເທດປາປົວ ນີວກີນີ ໝາຍເຖິງການຫວນ
ກັບຄືນໄປສູ່ຍຸກທີ່ຂີ້ຮ້າຍຫລາຍ ເວລາສິດທິຂອງພວກຂໍລີ້ໄພບໍ່​ໄດ້​ຮັບ​ການ​ເອົາຫົວຊາ. ​ເປັນ
​ທີ່​ຄາດ​ກັນ​ວ່າ ໃນອາທິດນີ້ ຈະມີ​ການ​ຕັດສິນ​ກ່ຽວ​ກັບ​ການທ້າທາຍຂອງສານສູງຂອງອອສ
ເຕຣເລຍ ຕໍ່ແຜນການຂອງ​ລັດຖະບານ ທີ່ຈະສົ່ງຫລືເນລະເທດພວກເຂົ້າມາຂໍລີ້ໄພ 800 ຄົນໄປຍັງປະເທດມາເລເຊຍ ເພື່ອແລກປ່ຽນກັນພວກຊາວອົບພະຍົບ ຈໍານວນ 4000 ຄົນ
ທີ່ຖືກທາງການຮັບຮູ້ສະຖານະພາບແລ້ວນັ້ນ.

ໃນ​ຂະນະ​ດຽວ​ກັນ ມາ​ເລ​ເຊຍ​ກໍ​ມີ​ແຜນການ​ຈະສົ່ງ​ພວກ​ຊົນ​ເຜົ່າ​ວີ​ເກີ້​ກຸ່ມ​ນຶ່ງ ກັບ​ຄືນ​ໄປ​ປະ
​ເທດ​ຈີນ ​ແຕ່​ເວລາ​ນີ້ ກໍຍັງບໍ່ປາກົດເຫັນປະຕິກິລິຍາຈາກທາງການໃນອອສເຕຣເລຍເທື່ອ ຕໍ່ການຕັດສິນໃຈດັ່ງກ່າວຂອງມາເລເຊຍ. ​ແຕ່ພວກກຸ່ມສິດທິມະນຸດກໍໄດ້ຮຽກຮ້ອງໃຫ້ກົວ
ລາລໍາເປີ ຈົ່ງຍຸຕິແຜນການທີ່​ຈະເນລະເທດພວກ​ຊາວ​ວີ​ເກີ້ນັ້ນ​ເສຍ ​ເພາະຢ້ານວ່າພວກເຂົາ
ເຈົ້າອາດ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ແບບບໍ່ຖືກບໍ່ຕ້ອງຫລືອາດຖືກທໍລະມານກໍໄດ້ ຖ້າຫາກ
ພວກເຂົາເຈົ້າຖືກສົ່ງກັບ​ໄປຈີນ.

XS
SM
MD
LG