ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງອອສເຕຣເລຍ ອອກຄໍາຕັດສິນຕ້ານ ແຜນການເນລະເທດພວກຂໍລີ້ໄພ ຂອງລັດຖະບານ


ພວກປະທ້ວງຖືແຜ່ນປ້າຍ ປະທ້ວງການເຊັນຂໍ້ຕົກລົງລະຫວ່າງລັດຖະບານອອສເຕຣເລຍ ແລະມາເລເຊຍ ທີ່ຈະສົ່ງຊາວອົພະຍົບໄປຍັງມາເລເຊຍນັ້ນ.
ພວກປະທ້ວງຖືແຜ່ນປ້າຍ ປະທ້ວງການເຊັນຂໍ້ຕົກລົງລະຫວ່າງລັດຖະບານອອສເຕຣເລຍ ແລະມາເລເຊຍ ທີ່ຈະສົ່ງຊາວອົພະຍົບໄປຍັງມາເລເຊຍນັ້ນ.

ສານສູງຂອງອອສເຕຣເລຍ ໄດ້ຍັບຍັ້ງແຜນການຂອງລັດຖະບານທີ່ຈະສົ່ງພວກມາຂໍລີ້ໄພ ຈໍານວນຫລາຍຮ້ອຍຕົນ ໄປຍັງປະເທດມາເລເຊຍ.

ໃນການຕັດສິນສຽງສ່ວນໃຫຍ່ 6 ຕໍ່ 1 ທີ່ໄດ້ປະກາດເມື່ອວັນພຸດມື້ນີ້ ສານອອສເຕຣເລຍ ເຫັນພ້ອມກັບຜູ້ມາຂໍລີ້ໄພຄູ່ນຶ່ງ ທີ່ໂຕ້ແຍ້ງວ່າ ແຜນການທີ່ວ່ານີ້ແມ່ນຜິດກົດໝາຍ ເນຶ່ອງ ຈາກວ່າກົວລາລໍາເປີຍັງບໍ່ໄດ້ເຊັນລົງນາມໃນສົນທິສັນຍາ ລະຫວ່າງຊາດໃດໆກ່ຽວກັບການ ປະຕິບັດຕໍ່ພວກອົພະຍົບ ແລະກໍບໍ່ມີພັນທະທາງດ້ານກົດໝາຍໃດໆທີ່ຈະໃຫ້ການ ຄໍ້າປະກັນ ກ່ຽວກັບສິດທິຕ່າງໆຂອງພວກຂໍລີ້ໄພ.

ທ່ານ Chris Bowen ລັດຖະມົນຕີກວດຄົນເຂົ້າເມືອງ ເອີ້ນການຕັດສິນໃຈຂອງສານສູງ
ຂອງອອສເຕຣເລຍວ່າ ເປັນຄວາມຜິດຫວັງອັນລໍ້າເລິກອັນ ນຶ່ງ ຊຶ່ງທ່ານຄຣີສກ່າວຕໍ່ໄປວ່າ ການຕັດສິນຂອງສານຄັ້ງນີ້ຖືວ່າເປັນການທັບມ້າງ ທີ່ສໍາຄັນ ຕໍ່ການດຳເນີນຄວາມພະຍາ
ຍາມຂອງລັດຖະບານ ທີ່ຈະປາບປາມທຸລະກິດການລັກລອບຄ້າມະນຸດເຂົ້າມາຍັງ ອອສ
ເຕຣເລຍນັ້ນ.

ລັດຖະບານຂອງນາຍົກລັດຖະມົນຕີ Julia Gillard ໄດ້ບັນລຸການຕົກລົງ ໃນເດືອນແລ້ວ ທີ່ຈະຮັບເອົາພວກມາຂໍລີ້ໄພຊຶ່ງໃນປັດຈຸບັນນີ້ກໍາລັງລໍຄອຍການຕັ້ງຖິ່ນຖານໃໝ່ຢູ່ໃນປະເທດ ມາເລເຊຍ ຂະນະທີ່ມາເລເຊຍຈະຮັບ ເອົາພວກຂໍລີ້ໄພທີ່ບໍມີເອກະສານຈາກອອສເຕຣເລຍ 800 ຄົນໃນຂະນະ ທີ່ອອສເຕຣກໍາລັງດໍາເນີນການຈົດທະບຽນພວກຊາວອົພະຍົບເຫຼົ່ານີ້ຢູ່.

ສານອອສເຕຣເລຍໄດ້ອອກຄໍາສັ່ງຫ້າມຊົ່ວຄາວຕໍ່ແຜນການດັ່ງກ່າວຂອງລັດຖະບານ ເມື່ອ ຕົ້ນເດືອນນີ້.

XS
SM
MD
LG