ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມັງກອນ ໒໐໒໕

ອອສເຕຣເລຍ ຈັດກອງປະຊຸມສຸດຍອດປ້ອງກັນຫຼາຍປະເທດ


ບັນດາຜູ້ນຳຈາກອັງກິດ, ສະຫະລັດ ແລະ ອອສເຕຣເລຍ ຢູ່ຖານທັບເຮືອ ພອຍ ໂລມາ (Point Loma) ໃນນະຄອນ ແຊນດີເອໂກ, 13 ມີນາ 2023.
ບັນດາຜູ້ນຳຈາກອັງກິດ, ສະຫະລັດ ແລະ ອອສເຕຣເລຍ ຢູ່ຖານທັບເຮືອ ພອຍ ໂລມາ (Point Loma) ໃນນະຄອນ ແຊນດີເອໂກ, 13 ມີນາ 2023.

ພັນທະມິດສາມຝ່າຍ AUKUS ແລະ ເຂດມະຫາສະໝຸດອິນເດຍ ທີ່ມີຄວາມ ສຳຄັນຍິ່ງຂື້ນທາງດ້ານຍຸດທະສາດ ແມ່ນຈຸດເພັ່ງເລັງຂອງກອງປະຊຸມໃຫຍ່ປ້ອງ ກັນຫຼາຍປະເທດໃນ ອອສເຕຣເລຍ ວັນພຸດມື້ນີ້. ສະຫະລັດ, ອັງກິດ ແລະ ອອສເຕຣເລຍ ແມ່ນກຳລັງພັດທະນາຄວາມສາມາດທາງທະຫານພາຍໃຕ້ຄູ່ ຮ່ວມມື AUKUS ປີ 2021, ໃນຂະນະທີ່ຄວາມເຄັ່ງຕຶງໃນພາກພື້ນ ອິນໂດ-ປາຊີຟິກ ແມ່ນກຳລັງນຳເອົາຈຸດສົນໃຈມາສູ່ຄູ່ຮ່ວມທາງການທູດສີ່ປະເທດ ລະຫວ່າງ ອອສເຕຣເລຍ, ອິນເດຍ, ຍີ່ປຸ່ນ ແລະ ສະຫະລັດ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍ ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ກອງປະຊຸມປ້ອງກັນ ແລະ ຄວາມໝັ້ນຄົງມະຫາສະໝຸດ ອິນເດຍ 2024 ໃນນະຄອນ ເພີດ, ລັດອອສເຕຣເລຍຕາເວັນຕົກ, ແມ່ນກຳລັງນຳເອົາເຈົ້າໜ້າທີ່ ອາວຸໂສ ອອສເຕຣເລຍ ແລະ ບັນດາຜູ້ນຳລັດຖະບານຕ່າງປະເທດ, ກອງທັບ ແລະ ອຸດສາຫະກຳມາລວມຕົວກັນ.

ງານດັ່ງກ່າວ, ເຊິ່ງໄດ້ເລີ່ມຂຶ້ນໃນວັນພຸດມື້ນີ້, ແມ່ນເປັນເຈົ້າພາບຈັດໂດຍລັດ ຖະບານລັດ ອອສເຕຣເລຍ ຕາເວັນຕົກ. ເຂົາເຈົ້າຈະພິຈາລະນາວິທີທີ່ພັນ ທະມິດ AUKUS, ເຊິ່ງແນເປົ້າທີ່ຈະສະໜອງເຮືອດຳນໍ້າພະລັງງານ ນິວເຄລຍໃຫ້ ອອສເຕຣເລຍ, ​ອາດສົ່ງຜົນກະທົບທາງດ້ານການທູດໃນພາກພື້ນ ອິນໂດ-ປາຊີຟິກ.

ຂໍ້ຕົກລົງ AUKUS ລະຫວ່າງ ສະຫະລັດ, ອັງກິດ ແລະ ອອສເຕຣເລຍ ຈະສົ່ງຜົນກະທົບຕໍ່ສີ່ປະເທດຄູ່ຮ່ວມທາງການທູດລະຫວ່າງ ອອສເຕຣເລຍ, ອິນເດຍ, ຍີ່ປຸ່ນ ແລະ ສະຫະລັດ ຈະເປັນແນວໃດນັ້ນ ແມ່ນພາກສ່ວນທີ່ ສຳຄັນຂອງກອງປະຊຸມສາມວັນນັ້ນ. ຕົ້ນກຳເນີດຂອງພັນທະມິດສີ່ປະເທດ ແມ່ນຢ້ອນກັບຄືນໄປເຖິງການຕອບສະໜອງຂອງ ອອສເຕຣເລຍ ຕໍ່ໄພ ພິບັດຄື້ນຊຸນາມິໃນມະຫາສະໝຸດອິນເດຍເມື່ອເດືອນທັນວາ 2004.

ບັນດານັກວິເຄາະກ່າວວ່າ AUKUS ແລະ ກຸ່ມສີ່ປະເທດ ຈະແລກປ່ຽນຄວາມເປັນຫ່ວງຮ່ວມກັນ ກ່ຽວກັບ ຄວາມດຸຮ້າຍຂອງຈີນໃນພາກພື້ນ ອິນໂດ-ປາຊີຟິກ. ປັກກິ່ງ ມີຄວາມຂັດແຍ້ງທາງທະເລກັບຫຼາຍປະເທດ ແລະ ມີຄວາມຂັດແຍ້ງ ກ່ຽວກັບ ຂອບເຂດດິນແດນກັບ ອິນເດຍ.

ຮອງພົນເຮືອເອກ ມາກ ແຮມມອນ ແມ່ນຫົວໜ້າຂອງກອງທັບເຮືອ ອອສເຕຣເລຍ. ທ່ານໄດ້ກ່າວຕໍ່ໂທລະພາບ ABC ຂອງອອສເຕຣເລຍ ໃນວັນພຸດມື້ນີ້ວ່າ, ໃນຂະນະທີ່ມັນມີຄວາມສຳຄັນ, ຈີນ ແມ່ນນຶ່ງໃນຫຼາຍຂົງ ເຂດການປຶກສາຫາລືຢູ່ກອງປະຊຸມສຸດຍອດປ້ອງກັນໃນນະຄອນ ເພີດ.

ທ່ານ ມາກ ແຮມມອນ ກ່າວວ່າ “ນີ້ແມ່ນໂອກາດທີ່ຈະນໍາເອົາການນໍາປ້ອງກັນປະເທດ, ການເມືອງ ແລະ ຜູ້ນຳດ້ານອຸດສາຫະກຳເຂົ້າມາຫ້ອງນຶ່ງເພື່ອລົມກັນ ກ່ຽວກັບ ບົດບາດຂອງລັດ ອອສເຕຣເລຍ ຕາເວັນຕົກ ແລະ ຄວາມສຳຄັນຂອງມະຫາສະໝຸດ ອິນເດຍ ຕໍ່ຄວາມໝັ້ນຄົງ, ຄວາມຈະເລີນຮັ່ງມີ ແລະ ຄວາມຢູ່ດີຂອງເສດຖະກິດ ຂອງປະເທດ ອອສເຕຣເລຍ ທີ່ຍິ່ງໃຫຍ່. ສະນັ້ນ,​ ມັນກວ້າງກວ່າບັນຫາຂອງ ຈີນ, ເຊິ່ງມີແນວໂນ້ມທີ່ຈະຄອບງຳຫຼາຍຢ່າງໃນພາກພື້ນຂອງພວກເຮົາ.”

ລັດອອສເຕຣເລຍຕາເວັນຕົກ ຄວບຄຸມນຶ່ງສ່ວນສາມຂອງທະວີບ ອອສເຕຣເລຍ. ເຂດຊາຍຝັ່ງຂອງເຂົາເຈົ້າແມ່ນກວ້າງຂວາງ, ຍາວຢຽດ 20,000 ກວ່າກິໂລແມັດ, ລວມທັງໝູ່ເກາະຕ່າງໆ. ລັດທີ່ວ່ານັ້ນມີຖານທັບເຮືອ ແລະ ກອງທັບອາກາດທີ່ສຳຄັນຫຼາຍແຫ່ງ.

ຂໍ້ຕົກລົງສາມຝ່າຍ AUKUS ແມ່ນຖືກພິຈາລະນາຢ່າງກວ້າງຂວາງດັ່ງກັບການ ຕອບໂຕ້ຕໍ່ອິດທິພົນທີ່ໃຫຍ່ຂຶ້ນຂອງ ຈີິນ ໃນພາກພື້ນ ອິນໂດ-ປາຊີຟິກ. ປັກກິ່ງ. ໄດ້ຕິໜິວິຈານ ກ່ຽວກັບ ຂໍ້ຕົກລົງດັ່ງກ່າວ, ໂດຍຢືນຢັດວ່າ ອອສເຕຣເລຍ ແລະ ພັນທະມິດຂອງເຂົາເຈົ້າໄດ້ “ລົງໄປໃນເສັ້ນທາງທີ່ອັນຕະລາຍ ສໍາລັບຜົນປະໂຫຍດທາງການເມືອງທີ່ເຫັນແກ່ຕົວຂອງເຂົາເຈົ້າເອງ.”

ບັນດາເຈົ້າໜ້າທີ່ໃນ ປັກກິ່ງ ໄດ້ກ່າວກ່ອນໜ້ານີ້ວ່າ ກຸ່ມສີ່ປະເທດ ໄດ້ຖືກສ້າງຕັ້ງຂຶ້ນ “ເພື່ອຄວບຄຸມ ຈີນ.”

ລັດຖະບານທີ່ມີນະໂຍບາຍອຽງຊ້າຍຂອງ ອອສເຕຣເລຍ ແມ່ນກຳລັງພະຍາ ຍາມທີ່ຈະຮັກສາຄວາມໝັ້ນຄົງຂອງສາຍພົວພັນກັບ ຈີນ, ເຊິ່ງແມ່ນຄູ່ຮ່ວມມື ດ້ານການຄ້າທີ່ສຳຄັນຂອງປະເທດ, ຫຼັງຈາກຄວາມຂັດແຍ້ງທາງການທູດຫຼາຍປີ ກ່ຽວກັບ ພູມສາດ ແລະ ການຄ້າຫຼາຍຢ່າງ.

ອ່ານລາຍງານນີ້ເປັນພາສາອັງກິດ

The Indian Ocean Defense and Security 2024 conference in Perth, Western Australia, is bringing together senior Australian and international government, military and industry leaders.

The event, which begins Wednesday, is hosted by the Western Australian government. It will examine how the AUKUS alliance, which aims to provide Australia with nuclear-powered submarines, may affect diplomacy in the Indo-Pacific region.

How the AUKUS pact between the United States, Britain and Australia affects the four-nation Quad diplomatic partnership between Australia, India, Japan and the U.S. will be a key part of the three-day conference. The origins of the Quad alliance date back to Australia’s response to the December 2004 Indian Ocean tsunami.

Analysts say the AUKUS and Quad groupings share concerns over China’s increasing assertiveness in the Indo-Pacific region. Beijing has maritime disputes with several countries and a land boundary conflict with India.

Vice Admiral Mark Hammond is Chief of the Australian Navy. He told the Australian Broadcasting Corp. Wednesday that, while important, China is one of several areas of discussion at the Perth defense summit.

“This is an opportunity to bring defense, political senior leadership and industry leadership into one room to discuss the role of the state of Western Australia and the importance of the Indian Ocean to the security, prosperity (and) economic wellbeing of the great nation of Australia. So, it is much broader than the issue of China, which tends to overshadow many things in our region.”

Western Australia covers one third of the Australian continent. Its coastline is vast, stretching for more than 20,000 kilometers, including islands. The state has several key naval and air force bases.

The trilateral AUKUS accord is widely seen as a counter to China’s growing influence in the Indo-Pacific region. Beijing has been strident in its criticism of the pact, insisting that Australia and its allies had “gone down a dangerous road for their own selfish political gains.”

Officials in Beijing have said previously that the Quad grouping was formed "to contain China.”

Australia’s left-leaning government is seeking to stabilize ties with China, the country’s major trading partner, after years of diplomatic friction over various geopolitical and trade disputes.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG