ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໜຸ່ມຫວຽດນາມ​ໄດ້​ຮັບລາງວັນ ນັກຮຽນ​ນາໆຊາດດີ​ເດັ່ນ​ປະຈໍາປີ ທີ່ Queensland


ທ້າວ K'Chin
ທ້າວ K'Chin

ໄວລຸ້ນຫວຽດນາມຄົນນຶ່ງທີ່ຍົກຍ້າຍເຂົ້າໄປຢູ່ໃນປະເທດອ໊ອສ​ເຕຣ​ເລຍ ໃນສະພາບທີ່ມີ ອາການ​ບາດ​ເຈັບ​ແລະກືກໜັງສື ​ອ່ານ​ບໍ່​ອອກ​ຂຽນ​ບໍ່​ໄດ້​ນັ້ນ ໄດ້​ຮັບ​ລາງວັນ​ສູງສຸດດ້ານການ ສຶກສາອັນ​ນຶ່ງຂອງອ໊ອສ​ເຕ​ເລຍ. ທ້າວ K’Chin ​ອາຍຸ 21 ປີໄດ້ຖືກ​ເລືອກ ​ເປັນນັກຮຽນ​ນາໆ​ຊາດ​ດີ​ເດັ່ນປະ​ຈໍ​ປີ ​ຂອງລັດ Queensland​. ນາຍ Phil Mercer ລາຍ​ງານມາ​ຈາກ ອ໊ອສ​ເຕຣ​ເລຍ ຊຶ່ງວັນນະ​ສອນຈະ​ນໍາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ທ້າ​ວ K’Chin ​ເກີດ​ໃນ​ໝູ່​ບ້ານ​ທີ່​ຫ່າງໄກ​ສອກຫຼີກ ​ໃກ້ໆ​ກັບ​ເມືອງ Da Lat ​ໃນແຂວງ
Lam Dong ຂອງຫວຽດນາມ. ​ໃນ​ຕອນ​ທີ່​ທ້າ​ວ K’Chin ອາຍຸ​ພຽງ​ແຕ່​ເດືອນ​ນຶ່ງ​ນັ້ນ​
ລາວ​ໄດ້​ຮັບ​ບາດ​ເຈັບສາຫັດທີ່ຂາ​ເບື້ອງນຶ່ງ ​ແລະ​ກໍບໍ່​ຮັບ​ການ​ຮັກສາ​ດູ​ແລ​ຢ່າງ​ຖືກຕ້ອງ.
ຕອນ​ທີ່​ຍັງ​ເປັນ​ເດັກນ້ອຍ​ນັ້ນ ​ລາວຕ້ອງໄດ້​ກະ​ໂດດໄປ​ແບບ​ຂາ​ດຽວຈົນ​ກະທັ່ງ​ອາຍຸໄດ້
13 ປີ.

ເລື່ອງ​ລາວ​ຂອງ​ເດັກໜຸ່ມ​ຊາວ​ຫວຽດນາມທີ່ກະ​ໂດດ​ໄປມາດ້ວຍຂາ​ດຽວນັ້ນ ​ໄດ້​ດຶງດູດ
ຄວາມ​ສົນ​ໃຈ​ຂອງກຸ່ມກຸສົນ​ອົງການນຶ່ງ​ຂອງ​ອ໊ອສ​ເຕ​ເລຍ ຄືອົງການຊ່ອຍ​ເຫຼືອ​ດ້ານການ
ແພດແກ່ເດັກນ້ອຍ Rotary Oceania ​Medical Aid for Children ແລະ​ເມື່ອ​ເຈົ້າ​
ໜ້າ​ທີ່ຕົວ​ແທນ​ຂອງອົງການດັ່ງກ່າວນີ້ ໄປຊອກຫາລາວ ນັ້ນ ເຂົາເຈົ້າພົບເຫັນ ທ້າ​ວ
K’Chin ໃນສະພາບທີ່ຈ່ອຍຜອມ ຂາດ​ທາດ​ອາຫານຢ່າງ​ໜັກ ​ແລະຂາເບື້ອງຂວາຂອງ
ລາວທີ່ເຄີຍໄດ້ຮັບບາດເຈັບນັ້ນ ກໍລີບແລະຄົດ​ບ້ຽວ​ໄປຈາກ​ຮູບ​ເດີມ​ ຕັ້ງແຕ່ຫົວເຂົ່າລົງໄປ.
ພວກໂຮງໝໍຕ່າງໆໃນຫວຽດນາມ​ ບໍ່​ສາມາດທຳ​ການຜ່າ​ຕັດ​ ທີ່​ຈໍາ​ເປັນ​ເພື່ອ ປົວແປງຂາ
ຂອງທ້າວK’Chin ​ນັ້ນໄດ້ ດັ່ງນັ້ນ ພວກອາສາ​ສະມັກອ໊ອສເຕຣເລຍ ​ຈຶ່ງໄດ້​ພາທ້າ​ວ
K’Chin ບິນ​ໄປ​ຍັງ​ລັດ Queensland ​ໃນ​ປີ 2002 ເພື່ອປິ່ນປົວ.

ກ່ອນ​ອື່ນ​ໝົດ ພວກ​ທ່ານໝໍ​ແມ່ນ​ໄດ້​ດູ​ແລ​ບໍາລຸງ​ສຸຂະພາບ​ຂອງ​ຜູ້ກ່ຽວ​ໃຫ້ສົມບູນຂຶ້ນ​ກ່ອນ
ກ່ອນ​ຈະ​ເລີ່​ມທໍາ​ການປິ່ນ​ປົວ​ຮັກສາ​ ດ້ວຍ​ການຜ່າຕັດ​ຄັ້ງໃຫຍ່ແບບ​ຕໍ່​ເນື່ອງ​ກັນທັງ​ໝົດ​
16 ຄັ້ງດ້ວຍ​ກັນ. 3 ປີ​ເຄິ່ງຕໍ່​ມາ ທ້າ​ວ K’Chin ​ໄດ້​ກັບ​ຄືນ​ໄປ​ຫວຽດນາມ ​ແລະ​ໄປຢູ່​ທີ່
ສະຖານລ້ຽງ​ເດັກ​ກໍາພ້າ ​ເພາະວ່າ​ພໍ່​ແມ່​ຂອງ​ລາວ​ແມ່ນ​ບໍ່​ສາ​ມາດສົ່ງ​ເສຍ​ລ້ຽງດູລາວ​ໄດ້.
ຜູ້ກ່ຽວ​ມີອາການແທກ​ຊ້ອນຂຶ້ນມາໃໝ່ ຈົນ​ພາ​ໃຫ້​ທ້າວ K’Chin ຕ້ອງໄດ້ກັບ​ຄືນ​ໄປຮັບ
ການ​ປິ່ນປົວ ຢູ່ອ໊ອສເຕຣ​ເລຍ​ຕື່ມອີກ​.

ການ​ປິ່ນປົວ​ຮັກສາ​ແມ່ນ​ໄດ້​ດໍາ​ເນີນ​ໄປ​ດ້ວຍ​ດີ​ແລະ​ສໍາ​ເລັດ​ຜົນ; ​ໃນ​ທີ່​ສຸດ​ທ້າວ K’Chin
ທີ່​ບັດນີ້ມີອາຍຸ 21 ປີແລ້ວ ກໍ​ສາມາດເດີນຍ່າງ​ໄດ້. ​ເດັກ​ໜຸ່ມ​ຜູ້​ທີ່​ອ່ານ​ບໍ່​ອອກຂຽນ​ບໍ່​ເປັນ
ແລະ​ບໍ່​ສາມາດ​ປາກ​ພາສາ​ອັງກິດ​ໄດ້​ໃນ​ຕອນ​ທີ່​ລາວ​ໄປຮອດ ອ໊ອສ​ເຕ​ຣເລຍ​ຄັ້ງ​ທໍາ​ອິດ
ເມື່ອ 8 ປີ​ກ່ອນ​ນັ້ນ ​ເວລາ​ນີ້ ແມ່ນສາມາດ​ປາກ​ໄດ້​ທັງສອງ​ພາສາ ຄືຫວຽດນາມກັບອັງກິດ​.

ຄວາມ​ມີ​ມານະ​ອົດທົນ​, ບາກ​ບັ່ນ​, ຕັ້ງໃຈແລະ​ຄວາມສາມາດ​ໃນ​ກາ​ນຮຽນ​ຮູ້​ຂອງ​ໜຸ່ມຫວຽດ
ນາມຄົນນີ້ ໄດ້​ພາ​ໃຫ້​ລາວ​ໄດ້​ຮັບລາງນັກຮຽນ​ນາໆຊາດດີ​ເດັ່ນ​ປະຈໍາປີ ຂອງພະແນກ​ການ
ສຶກສາ​ແລະເຝິກອົບຮົມ ຂອງລັດ Queensland​ ກໍຄື Queensland Educational
and Training International ຫລື QETI ຊຶ່ງເປັນລາງວັນທີ່ມີກຽດສູງສຸດດ້ານການ
ສຶກສາອັນນຶ່ງ​ຂອງອ໊ອສເຕເລຍ.

ທ້າວ K’Chin ເວົ້າວ່າ ການຮັບຮູ້ນີ້ແມ່ນສິ່ງທີ່ລາວບໍ່ໄດ້ຄາກຄິດມາກ່ອນ ຊຶ່ງລາວກ່າວວ່າ:

"ເວົ້າຊື່ໆ ຂ້ອຍຮູ້ສຶກເປັນກຽດທີສຸດ ເພາະວ່າມັນເກີນໄປກວ່າທີຂ້ອຍໄດ້ຄາດ
ຫວັງເອົາ ໄວ້ແທ້ໆ. ເຫດຜົນທີ່ຂ້ອຍມາທີ່ນີ້ ກໍແມ່ນເພື່ອຮັບການປິ່ນປົວ
ແລະແປງຂາຂອງຂ້ອຍ. ນັ້ນຄືເປົ້າໝາຍໃຫຍ່ຂອງຂ້ອຍ ທີ່ຈະບັນລຸໃນສິ່ງນັ້ນ ແຕ່ຂ້ອຍກໍບໍ່ໄດ້ຫວັງວ່າ ຈະໄດ້ຮັບ ທຶນ QETI ນີ້ ແລະການຖືກສະເໜີຊື່
ຄືພຽງແຕ່ຖືກສະເໜີຊື່ເທົ່ານັ້ນ ກໍເປັນເລື້ອງທີ່ໜ້າປະຫລາດໃຈຫລາຍແລ້ວ."

ປະຈຸບັນນີ້, ໜຸ່ມ K’Chin ເປັນນັກສຶກສາທີ່ໄດ້ຮັບຄວາມນັບຖືແລະຍ້ອງຍໍ ຢ່າງສູງສົ່ງ
ທີ່ວິທະຍາໄລ St. James College ທີ່ເມືອງ Brisbaneບ່ອນທີ່ ລາວໄດ້ຖືກເລືອກ
ໃຫ້ເປັນປະທານຄະນະນັກສຶກສາໃນປີໜ້າ.

ເລວາລ່ວງເລີຍມາໄດ້ 35 ປີແລ້ວ ນັບຕັ້ງແຕ່ຊາວຫວຽດນາມພາກັນອົບພະຍົບໄປຢູ່ໃນ
ອ໊ອສເຕເລຍ ເປັນຈໍານວນຫຼວງຫຼາຍ. ແລະມີຄົນເຊື້ອສາຍຫວຽດນາມ ຫຼາຍກ່ວາ
173,000 ຄົນ ອາໄສຢູ່ໃນອ໊ອສເຕເລຍໃນປະຈຸບັນນີ້.

XS
SM
MD
LG