ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ ​​ອອສ​ເຕຣ​ເລຍ ​​ຕັດສິນ ແຜ້ວທາງໃຫ້ ສຳຫຼວດ ການແຕ່ງງານ ​ຂອງ​ຄົນເພດດຽວ​ກັນ


ຂໍ້ຄວາມທີ່ຂຽນລົງ ໃນສູນກາງຮັບໂທລະສັບ ທີ່ຮຽກຮ້ອງໃຫ້ ຮັບ​ຜ່ານ ໃນການໂຄສະນາຫາສຽງ ສະໜັບສະໜຸນ, ​ການແຕ່ງງານ​ ຂອງ​ຄົນເພດດຽວ​ກັນ ທີ່ສານສູງອະນຸຍາດ ໃຫ້ລັດຖະບານ ສົ່ງບັດລົງຄະແນນ ທາງໄປສະນີ, ໃນນະຄອນ Sydney, ອອສ​ເຕຣ​ເລຍ, 6 ກັນຍາ 2017.
ຂໍ້ຄວາມທີ່ຂຽນລົງ ໃນສູນກາງຮັບໂທລະສັບ ທີ່ຮຽກຮ້ອງໃຫ້ ຮັບ​ຜ່ານ ໃນການໂຄສະນາຫາສຽງ ສະໜັບສະໜຸນ, ​ການແຕ່ງງານ​ ຂອງ​ຄົນເພດດຽວ​ກັນ ທີ່ສານສູງອະນຸຍາດ ໃຫ້ລັດຖະບານ ສົ່ງບັດລົງຄະແນນ ທາງໄປສະນີ, ໃນນະຄອນ Sydney, ອອສ​ເຕຣ​ເລຍ, 6 ກັນຍາ 2017.

ສານ​ສູງ​ຂອງ​ອອສ​ເຕຣ​ເລຍ ​ໄດ້​ປະຕິ​ເສດ​ ຕໍ່ການ​ທ້າ​ທາຍ​ທາງ​ກົດໝາຍ 2 ກໍລະນີ
ກ່ຽວກັບ​ລົງ​ຄະ​ແນນ​ສຽງດ້ວຍ​ຄວາມສະໝັກ​ໃຈທີ່​ສົ່ງທາງ​ໄປ​ສະນີຂອງ​ລັດຖະບານ ​
ທີ່​ອາດ​ຈະອະນຸຍາດໃຫ້ສະມາຊິກສະພາ ​ໃຫ້ການ​ອະນຸມັດ​ຕໍ່​ການແຕ່ງງານ​ຂອງ​ຄົນ
ເພດດຽວ​ກັນຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໄດ້.

ສານ ບໍ່​ໄດ້​ອອກ​ຄຳ​ພິພາກສາ​ເປັນ​ລາຍ​ລັກ​ອັກສອນໃດ​ໆ ​ໃນ​ວັນ​ພະຫັດ ທີ່​ອະທິບາຍ​ວ່າ ​
ເປັນ​ຫຍັງທາງ​ສານ​ຈຶ່ງ​ປະຕິ​ເສດ ຕໍ່​ການ​ທ້າ​ທາຍ​ທີ່​ວ່າ​ນີ້ ຫຼັງ​ຈາກ ທີ່​ໄດ້​ມີ​ການຮັບ​ຟັງ​ຄຳ​
ໃຫ້ການ​ເປັນ​ເວລາ 2 ວັນແລ້ວ​ນັ້ນ.

ພວກ​ທີ່​ຕໍ່ສູ້​ເພື່ອ​ສິດ​ທິຂອງ​ພວກ​ຮັກ​ຮ່ວມ​ເພດ ​ໄດ້​ໄປ​ຍັງສານ​ທີ່​ນະຄອນ Melbourne
​ເພື່ອ​ຊອກ​ຫາ​ທາງ​ໃຫ້​ຍົກ​ເລີກແຜນການ​ທີ່​ວ່າ​ນີ້ ໂດຍ​ໂຕ້​ຖຽງ​ວ່າ ລັດຖະບານ​ຂອງ​
ນາຍົກລັດຖະ ມົນຕີ Malcolm Turnbull ບໍ່​ມີ​ອຳນາດ​ ໃນ​ການຈັບຈ່າຍ​ເງິນ​ຈຳນວນ
97 ລ້ານ ​ໂດ​ລາ ​ໃນ​ການ​ລົງ​ຄະ​ແນນ​ສຽງ​ທາງ​ໄປ​ສະນີ. ພວກ​ເຂົາ​ເຈົ້າ ຍັງ​ໄດ້​ສະ​ແດງ​
ອອກ​ຊຶ່ງ​ຄວາມ​ຢ້ານ​ກົວ​ວ່າ ການ​ລົງ​ຄະ​ແນນ​ສຽງ​ທີ່​ວ່າ​ນີ້ ຈະ​ສ້າງ​ຄວາມ​ເສຍ​ຫາຍ​
ໃຫ້​ແກ່​ປະຊາ​ຄົມ​ຮັກ​ຮ່ວມ​ເພດ​ ທີ່ເປັນ​ຜູ້​ຊາຍ​ ​ແລະ​ແມ່​ຍິງ ພ້ອມ​ທັງ​ພວກ​ທີ່​ແປງ​ເພດ​
ໃນອອສ​ເຕ​ຣ​ເລຍ​ ແລະ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະສະພາອອກ​ຄຳ​ຖາມໃນ​ການ​ລົງຄ​ະແນນ
ສຽງ​ແບບ​ງ່າຍໆທີ່ວ່າ ຮັບ​ຜ່ານ ຫຼື ບໍ່ຮັບ​ຜ່ານ.

ການ​ຕັດສິນ​ໃຈ​ຂອງສານ​ສູງ ໝ​າຍຄວາມ​ວ່າ ລັດຖະບານ​ສາມາດ​ທີ່​ຈະດຳ​ເນີນ​ການ​
ຕໍ່​ໄປ ແລະເລີ່​ມສົ່ງບັດ​ຄະ​ແນນສຽງ ອອກ​ໄປໄດ້​ໃນ​ສັບ​ປະດາ​ໜ້າ​ນີ້, ຊຶ່ງຜົນ​ສະຫຼຸບ​
ຈະມີ​ການ​ປະກາດໃຫ້​ຊາບໃນ​ເດືອນ​ພະຈິກ​. ຖ້າ​ຫາກ​ວ່າ ສຽງ​ສ່ວນ​ຫຼາຍຂອງການ
“ເຫັນ​ພ້ອມ” ໄດ້ ​ຖືກ​ສົ່ງ​ກັບຄືນ​ໄປ ສະມາຊິກສະພາ ຈະ​ທຳ​ການລົງ​ຄະ​ແນນ​ສຽງ
ກ່ຽວ​ກັບ​ມາດ​ຕະການ​ດັ່ງກ່າວ ໃນເດືອນ​ຕໍ່ໄປ.

ນາຍົກລັດຖະມົນຕີ Malcolm Turnbull ຜູ້​ຊຶ່ງ​ສະໜັບສະໜຸນ​ການ​ແຕ່ງງານ​ຂອງ
ພວກ​ຮັກ​ຮ່ວມ​ເພດ ​ໄດ້​ສັນລະ​ເສີນ​ການ​ຕັດ​ສິນ​ຂອງ​ສານ ​ໃນ​ລັດຖະສະພາ​ໃນ​ວັນ​ພະຫັດ​
ມື້​ນີ້ວ່າ “ຂ້າພະ​ເຈົ້າ​ຈະ​ສົ່ງ​ເສີ​ມໃຫ້ຜູ້​ຄົນ​ລົງ​ຄະ​ແນນ​ສຽງ “ເຫັນ​ພ້ອມ,” ​ແລະ​ຈະ​ຮຽກຮ້ອງ
ໃຫ້​ຊາວ​ອອສ​ເຕຣ​ເລຍທຸກໆ​ຄົນ​ໄດ້ລົງຄະ​ແນນ “ເພື່ອ​ສະ​ແດງ​ຄວາມ​ເຫັນ​ຂອງເຂົາ​ເຈົ້າ.”

ທ່ານ Turnbull ​ໄດ້​ລິ​ເລີ່​ມການ​ລົງ​ຄະ​ແນນ​ສຽງ​ທາງ​ໄປສະນີ​ດ້ວຍ​ຄວາມ​ສະໝັກ​ໃຈ
ຫຼັງ​ຈາກ​ທີ່ລັດຖະສະພາ ​ໄດ້​ປະຕິ​ເສດ ຕໍ່ແຜນການລົງ​ຄະ​ແນນ​ສຽງ​ແບບບັງຄັບ ທີ່​ຮູ້​ກັນ
ໃນ​ນາມ ການ​ລົງ​ປະຊາ​ມະຕິ​ໂດຍ​ປະຊາຊົນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG