ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Gillard ຢ້ຽມຢາມ ເຂດນໍ້າຖວ້ມ


ຫົນທາງທີ່ຖືກນໍ້າຖ້ວມ ຢູ່ອອສເຕຣເລຍ
ຫົນທາງທີ່ຖືກນໍ້າຖ້ວມ ຢູ່ອອສເຕຣເລຍ

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia
Gillard ໄດ້ເດີນທາງໄປຢ້ຽມຢາມເຂດປະສົບໄພນໍ້າ
ຖ້ວມ ໃນພາກຕາເວັນອອກສຽງເໜືອ ຂອງປະເທດ
ໃນວັນເສົາມື້ນີ້ແລະໃຫ້ຄຳໝັ້ນສັນຍາວ່າຈະໃຫ້ການ
ສະໜັບສະໜຸນທາງດ້ານການເງິນແກ່ລັດ Queens-
land ທີ່ປະສົບຄວາມເສຍຫາຍຮ້າຍແຮງນັ້ນ.

ທ່ານນາງ Gillard ກ່າວຕໍ່ພວກນັກຂ່າວ ທີ່ເມືອງ
Saint George ວ່າ ໄດ້ມີ ການຈ່າຍເງິນໄປແລ້ວ
ປະມານ 4 ລ້ານໂດລາໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ
ປະ ມານ 200,000 ຄົນແລະເງິນໃນຈຳນວນເພີ່ມ
ຕື່ມກຳລັງມີການສົ່ງໄປໃຫ້. ທ່ານນາງເວົ້າຕື່ມວ່າຈຳ
ເປັນຈະຕ້ອງໄດ້ໃຊ້ເງິນອີກຫຼາຍຮ້ອຍລ້ານໂດລາເພື່ອຊ່ອຍລັດ Queensland ໃນການບູລະ
ນະສ້າງສາຄືນໃໝ່.

ມີຜູ້ເສຍຊີວິດຍ້ອນໄພນໍ້າຖ້ວມ ເປັນຄົນທີ 4 ໃນວັນເສົາມື້ນີ້ ເວລາຄົນຂັບລົດບັນທຸກລຳລຽງ
ນໍ້າຄັນນຶ່ງໄປຍັງເມືອງ Condamine ປີ້ນຂວໍ້າແລະຄົນຂັບໄດ້ຕາຍ.

XS
SM
MD
LG