ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

75 ເມືອງໃນລັດວິກຕໍເຣຍ ປະສົບກັບໄພນໍ້າຖ້ວມ


ໄພນໍ້າຖ້ວມ ທີ່ປະເທດອອສເຕຣເລຍ
ໄພນໍ້າຖ້ວມ ທີ່ປະເທດອອສເຕຣເລຍ

ເຈົ້າໜ້າທີ່ອອສເຕຣເລຍໄດ້ເຕືອນປະຊາຊົນວ່າ ທະເລຂະ
ໜາດໃຫຍ່ທີ່ເກີດ ຈາກໄພນໍ້າຖ້ວມ ພວມມີລະດັບສູງຂຶ້ນ
ຢູ່ທີ່ລັດວິກຕໍເຣຍ ໃນພາກຕາເວັນອອກສຽງໃຕ້ ຂອງປະ
ເທດແລະຈະໄຫຼບ່າເຂົ້າຖ້ວມປະຊາຄົມຫຼາຍໆແຫ່ງ.

ເຈົ້າໜ້າທີ່ກະປະມານວ່າ ທະເລດັ່ງກ່າວນີ້ມີລວງຍາວ 90
ຫຼັກກິໂລແມັດ ແລະກວ້າງ 40 ຫຼັກກິໂລແມັດ.

ພະແນກຮັບມືກັບໄພສຸກເສີນຂອງລັດວິກຕໍເຣຍ ກ່າວວ່າ
ມາເຖິງປັດຈຸບັນນີ້ມີ 75 ຫົວເມືອງ ໃນລັດດັ່ງກ່າວໄດ້ຮັບ
ຜົນກະທົບຈາກໄພນໍ້າຖ້ວມແລະອີກປະມານ 5 ຫາ 10
ຫົວເມືອງ ແມ່ນຢູ່ໃນເສັ້ນທາງທີ່ຈະເກີດນໍ້າຖ້ວມ.

ເຈົ້າໜ້າທີ່ກ່າວວ່າ ໄພນໍ້າຖ້ວມທີ່ວ່ານີ້ຍັງຈະດຳເນີນຕໍ່ໄປຕື່ມອີກ ຢ່າງນ້ອຍໃນ ໄລຍະ 5
ຫາ 10 ມື້ຂ້າງໜ້າ.

XS
SM
MD
LG