ເຈົ້າໜ້າທີ່ອອສເຕຣເລຍກ່າວໃນວັນສຸກມື້ນີ້ວ່າມີຫຼາຍກວ່າ
200,000 ຄົນ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ລັດ
Queensland ໃນພາກຕາເວັນອອກສຽງເໜືອ ຂອງປະ
ເທດ ຊຶ່ງໃນເວລານີ້ເຮັດໃຫ້ບໍລິເວນທີ່ເກີດນໍ້າຖ້ວມ ມີພື້ນ
ທີ່ໃຫຍ່ກວ່າປະເທດຝຣັ່ງ ແລະເຢຍຣະມັນຮວມກັນ.
ນາຍົກລັດຖະມົນຕີອອສເຕຣເລຍທ່ານນາງ Julia Gillard
ໄດ້ເດີນທາງໄປຢ້ຽມຢາມເມືອງ Bundaberg ຊຶ່ງເປັນຫົວ
ເມືອງ ທີ່ປະສົບກັບຄວາມເສຍຫາຍຮ້າຍແຮງໃນວັນສຸກມື້ນີ້
ແລະກ່າວວ່າ ມັນຍັງເປັນການຍາກທີ່ຈະບອກໄດ້ວ່າ ຈະມີ
ຄວາມຕ້ອງການເງິນຈາກລັດຖະບານກາງຫຼາຍປານໃດເພື່ອຈະຊ່ອຍໃຫ້ເຂດດັ່ງກ່າວຟື້ນ
ໂຕຄືນຍ້ອນວ່າຂອບເຂດຂອງຄວາມເສຍຫາຍຈາກໄພທຳມະຊາດໃນຄັ້ງນີ້ ຍັງບໍ່ທັນເປັນ
ທີ່ຮູ້ກັນຢ່າງຄົບຖ້ວນເທື່ອ.
ນາຍົກລັດຖະມົນຕີຂອງລັດ Queensland ທ່ານນາງ Ana Bligh ກ່າວຕໍ່ພວກນັກຂ່າວ
ໃນວັນພະຫັດວານນີ້ວ່າ ອາດຈະໃຊ້ເວລາຢ່າງນ້ອຍ 10 ມື້ ລະດັບນໍ້າທີ່ຖ້ວມຈຶ່ງຈະຫຼຸດລົງ. ທ່ານນາງເວົ້າວ່າໄພນໍ້າຖ້ວມຮ້າຍແຮງ ແບບບໍ່ເຄີຍມີມາກ່ອນໃນເທື່ອນີ້ ຈະສ້າງຄວາມເສຍ
ຫາຍ ໃຫ້ແກ່ລັດຖະບານແລະບໍລິສັດປະກັນໄພ ໃນມູນຄ່າ ຫຼາຍພັນລ້ານໂດລາ.