ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີ 9 ຄົນເສຍຊີວິດ ໃນໄພນໍ້າຖ້ວມ ທີ່ອອສເຕຣເລຍ


ນໍ້າຖ້ວມທີ່ເມືອງ Toowoomba
ນໍ້າຖ້ວມທີ່ເມືອງ Toowoomba

ເຈົ້າໜ້າທີ່ໃນພາກຕາເວັນອອກສ່ຽງເໝືອຂອງອ໊ອສເຕເລຍ
ກ່າວວ່າຈໍານວນຜູ້ເສຍຊີວິດມີທ່າທາງວ່າຍັງຈະເພີ່ມຂຶ້ນອີກ
ຫຼັງຈາກໄດ້ເກີດນໍ້າຖ້ວມສຸທີ່ເມືອງ Toowomba.

ນາຍົກລັດຖະມົນຕີຂອງ Queenland ທ່ານນາງ Anna
Bligh ບອກກັບພວກນັກຂ່າວໃນວັນອັງຄານມື້ນີ້ວ່າ ໄດ້ມີ
9 ຄົນເສຍຊີວິດແລ້ວໃນໄພພິບັດຄັ້ງນີ້ ສ່ວນໃຫ່ຽແມ່ນ
ເດັກນ້ອຍ ແລະກ່າວວ່າ ຍັງມີຄວາມເປັນຫ່ວງກັງວົນທີ່
ສຸດກ່ຽວກັບ 66 ຄົນທີ່ຍັງຫາຍສາບສູນຫຼືຊອກຫາບໍ່ເຫັນ.

ເມືອງດັ່ງກ່າວໄດ້ຖືກນໍ້າຖ້ວມໂດຍປາດສະຈາກຄໍາເຕືອນໃດໆໃນວັນຈັນຈາກກະແສນໍ້າ
ທີ່ສຸມາຢ່າງຮ້າຍແຮງທີ່ທ່ານ Bob Atkinson ຫົວໜ້າຕໍາຫຼວດກ່າວເຖິງໄພຫາຍະນະ
ຄັ້ງນີ້ວ່າມັນຄືກັນກັບ “ຊຶນາມິເທິງບົກ.

ຊາວເມືອງສ່ວນໃຫຍ່ໄດ້ພາກັນຊອກຫາບ່ອນປອດໄພໂດຍປີນຂຶ້ນໄປຢູ່ເທິງຫຼັງຄາເຮືອນ ຂະນະທີ່ລົດໄດ້ຖືກນໍ້າສຸໄປຄືກັນກັບຂອງຫຼິ້ນແລະກໍຈົມຫາຍໄປກັບກະແສນໍ້າ.

ການປະຕິບັດງານກູ້ໄພໄດ້ຮວມຕົວກັນກັບໄປທໍາງານຕື່ມອີກຄັ້ງນຶ່ງໃນວັນອັງຄານມື້ນີ້
ຫຼັງຈາກທີ່ຖືກໂຈະໃນຄືນແລ້ວນີ້ ເນື່ອງຈາກອາກາດບໍ່ດີ.

ໃນຂະນະດຽວກັນນີ້, ການກູ້ໄພໄດ້ເລີ່ມຕົ້ນຂຶ້ນໃນນະຄອນຫຼວງຂອງລັດຄື ເມືອງ
Brisbane ບ່ອນທີ່ແມ່ນໍ້າ Brisbane ໄດ້ລົ້ນຝັ່ງຂຶ້ນຖ້ວມນັ້ນ. ເຈົ້າຄອງກຳແພງນະຄອນ
ທ່ານ Campbell Newman ກ່າວວ່າ ໄດ້ມີເຮືອນຢ່າງນ້ອຍ 6 ພັນ 500 ຫຼັງຄາດວ່າ
ຍັງຈະຖືກນໍ້າຖ້ວມພາຍໃນໄລຍະຫຼາຍໆມື້ຂ້າງໜ້ານີ້.

ລະດັບນໍ້າທີ່ຍັງສູງຂຶ້ນຢູ່ນັ້ນ ບັງຄັບໃຫ້ເຈົ້າໜ້າທີ່ໄດ້ປ່ອຍນໍ້າອອກຈາກເຂື່ອນ Wivenhoe
ທີ່ໄດ້ສ້າງຂຶ້ນເພື່ອປົກປ້ອງເມືອງ Brisbane ຫຼັງຈາກໄດ້ເກີດໄພນໍ້າຖ້ວມຮ້າຍແຮງໃນປີ
1974 ນັ້ນ.

XS
SM
MD
LG