ນໍ້າຖ້ວມຢ່າງໜັກຢູ່ໃນເຂດຕາເວັນອອກສຽງເໜືອຂອງ
ປະເທດອອສເຕຣ ເລຍໄດ້ເອົາຊີວິດຄົນທໍາອິດໄປແລ້ວໃນ
ວັນອາທິດມື້ນີ້ ເວລາພວກຄົ້ນຫາ ພົບເຫັນຊາກສົບຂອງ
ແມ່ຍິງຄົນນຶ່ງທີ່ຖືກນໍ້າພັດ ໃນຂະນະທີ່ຜູ້ກ່ຽວພະຍາຍາມ
ຈະຂັບລົດຂ້າມຫົນທາງສາຍນຶ່ງ ທີ່ຖືກນໍ້າຖ້ວມ.
ເຈົ້າໜ້າທີ່ຕໍາຫລວດກ່າວວ່າ ລົດຂອງແມ່ຍິງອາຍຸ 41 ປີ
ຄົນນີ້ ຖືກນໍ້າພັດລົງສູ່ແມ່ນໍ້າເມື່ອຕອນແລງວັນເສົາວານນີ້
ທີ່ເມືອງ Burketown ລັດ Queensland ຂອງອອສເຕຣ ເລຍ
ພວກເຈົ້າໜ້າທີ່ອອສເຕຣເລຍກ່າວວ່ ມີປະຊາຊົນຈໍານວນ
ຫລາຍເຖິງສອງແສນຄົນຖືກກະທົບຈາກໄພນໍ້າຖ້ວມໃຫຍ່
ຄັ້ງນີ້ ທີ່ຖ້ວມໃນເນື້ອທີ່ ກວ້າງກວ່າປະເທດຝລັ່ງແລະເຢຍ ລະມັນລວມກັນ.
ເຖິງແມ່ນປະລິມານນໍ້າຖ້ວມເລິ່ມເບົາບາງລົງແດ່ໃນບາງພາກສ່ວນ ແຕ່ຫລາຍໆຕົວເມືອງກໍ
ຍັງຖືກຕັດຂາດຈາກພາຍນອກ ແລະຕາມທີ່ພວກພະຍາກອນອາກາດເວົ້ານັ້ນ ກໍແມ່ນວ່າ
ບາງພາກສ່ວນຍັງຈະມີນໍ້າຖ້ວມ ໃນລະດັບທີ່ສູງຂຶ້ນຕື່ມອີກຢູ່.