ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ປະເຊີນກັບ ການລະບາດ ຂອງໄວຣັສໂຄໂຣນາ ຄັ້ງໃໝ່


ປະຊາຊົນຍ່າງຜ່ານກ້ອງຂົວທ່າເຮືອ ໃນນະຄອນ ຊິດນີ, 30 ມະຖຸນາ 2020.
ປະຊາຊົນຍ່າງຜ່ານກ້ອງຂົວທ່າເຮືອ ໃນນະຄອນ ຊິດນີ, 30 ມະຖຸນາ 2020.

COVID-19 ກຳລັງແຜ່ລາມຄັ້ງໃໝ່ ໃນຫຼາຍລັດຂອງປະເທດ ອອສເຕຣເລຍ. ໂທລະພາບ ABC ລາຍງານວ່ານະຄອນ ຊິດນີ ໄດ້ກັບຄືນໄປສູ່ມາດຕະການກັກບໍລິເວນອີກເປັນເວລາສອງອາທິດ ລວມທັງນະຄອນ ດາວິນ, ເພີດ ແລະ ບຣິສເບັນ.

ລັດ ນິວ ຊາວ ເວລສ໌ ໄດ້ພົບ 22 ກໍລະນີໃໝ່ໃນໄລຍະ 24​ ຊົ່ວໂມງທີ່ຜ່ານມາ ແລະ 49 ກໍລະນີທົ່ວປະເທດ, ອີງຕາມອົງການອະນາໄມໂລກ.

ທ່ານນາງ ອຸໄລວັນ ຄົນລາວ ທີ່ອາໄສຢູ່ນະຄອນ ຊິດນີ ໄດ້ກ່າວຕໍ່ພວກເຮົາ ກ່ຽວກັບ ສະຖານະການຢູ່ນະຄອນ ຊິດນີ ວ່າ “ສຳລັບການລະບາດຂອງໂຄວິດເທື່ອນີ້ນິນະມັນແຮງກວ່າເກົ່າ ລະກະໄວກວ່າເກົ່າ. ສົມມຸດວ່າຢູ່ໃນກຸ່ມມີ 10 ຄົນ 9 ຄົນກະຕິດກັນໄປເລີຍໄວໆ ລະກະເຫັນອາການຂຶ້ນໄວໆ. ມັນບໍ່ວ່າ ເດັກນ້ອຍ ບໍ່ວ່າແຕ່ຜູ້ເຖົ້າ ບໍ່ວ່າຄົນໜຸ່ມດຽວນີ້ມັນຕິດໄປໝົດ. ຍ້ອນວ່າພະຍາດໂຕ ໃໝ່ມັນຂຶ້ນມານີ້ມັນແຮງກ່ອນເກົ່າ ແດລຕາ ນີ້. ຢູ່ ຊິດນີ ນີ້ກະລັອກດາວໄປຈົນຮອດວັນທີ 9. ຫວັງວ່າກະຄືຊິໄດ້ເຮັດວຽກຢູ່ບ້ານ ຖ້າວ່າບໍ່ຈຳເປັນຕ້ອງອອກບ້ານ. ໝົດທຸກຄົນກະຕ້ອງໄດ້ປະຕິບັດຕາມລັດຖະບານວາງໄວ້. ມີແຕ່ພວກແພດພວກໝໍນີ້ແຫຼະຕ້ອງໄດ້ອອກໄປ. ໄປຊັອບໄປຫາ ດັອກ ເຕີຫັ້ນໄປໄດ້. ໄປຊື້ຢູ່ຊື້ກິນຫັ້ນໄປໄດ້ແຕ່ຕ້ອງໄດ້ລະວັງຕົນເອງຕ້ອງໄດ້ອັດປາກອັດດັງ ລ້າງມືເປັນປົກກະຕິ. ເທື່ອນີ້ມັນອັນຕະລາຍກວ່າແຕ່ເກົ່າ.”

ໄວຣັສສາຍພັນແດລຕ້າໄດ້ສ້າງຄວາມເປັນຫ່ວງໃຫ້ຫຼາຍປະເທດ ໃນຂະນະທີ່ເຂົາເຈົ້າກຳລັງເລັ່ງ ສັກຢາວັກຊີນໃຫ້ປະຊາຊົນ.

ອົງການອະນາໄມໂລກໄດ້ແນະນຳໃຫ້ປະຊາຊົນທີ່ສັກຢາຄົບແລ້ວກັບມາໃສ່ໜ້າກາກຄືນອີກເວລາທີ່ອອກໄປຂ້າງນອກ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ໄວຣັສສາຍພັນໃໝ່ນີ້.

XS
SM
MD
LG