ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ພັກຝ່າຍຄ້ານ ອອສເຕຣເລຍ ກຽມ​ເຂົ້າ​ບໍລິຫານ ປະ​ເທດ (ວີ​ດິ​ໂອ)


ທ່ານ Tony Abbott ນາຍົກລັດຖະມົນຕີ ທີ່ຖືກເລືອກຕັ້ງຄົນໃໝ່ຂອງ
ອອສເຕຣເລຍ
ທ່ານ Tony Abbott ນາຍົກລັດຖະມົນຕີ ທີ່ຖືກເລືອກຕັ້ງຄົນໃໝ່ຂອງ ອອສເຕຣເລຍ
ນາຍົກລັດຖະມົນຕີທີ່ຖືກ​ເລືອກ​ຕັ້ງ​ຄົນ​ໃໝ່​ຂອງ​ອອສ​ເຕຣ​ເລ​ຍ ​ເວົ້າ​ວ່າ ທ່ານ​ພ້ອມ​ທີ່​ຈະ​ເລີ່​ມລົງມື​ປະຕິບັດ​ງານ​ບໍລິຫານ​ປະ​ເທດ​ໂດຍ​ທັນທີ.

ມື້​ນຶ່ງ ຫຼັງຈາກ ພັກ​ຂອງ​ທ່ານ Tony Abbott ຊະນະ​ການ​ເລືອກ​ຕັ້ງ​ທົ່ວປະ​ເທດ​ຢ່າງ​ງ່າຍ​ ດາຍ ​ນາຍົກລັດຖະມົນຕີທີ່ຖືກ​ເລືອກ​ຕັ້ງ​ໃໝ່ ​ໄດ້​ເລີ່​ມຕົ້ນ ວັນ​ອາທິດ​ມື້​ນີ້​ ​ໂດນ​ການ​ອອກ​ໄປຂີ່ລົດຖີບ ​ແລະ​ທ່ານ​ເວົ້າ​ໃນ​ເວລາ​ຕໍ່​ມາ​ວ່າ ທ່ານ​ຈະ​ໃຊ້​ເວລາ​ໝົດມື້ ຮັບ​ຟັງ​ລາຍ​ງານ​ໂດຍ​ສັງ​ເຂ​ບຈາກ​ບັນດາ​ ລັດຖະກອນ​ອາວຸ​ໂສ.

ພັກ​ຜະສົມຝ່າຍ​ຄ້ານ Liberal-National ຂອງ​ທ່ານ Abbott ຊະນະ ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ເສົາ​ວານ​ນີ້ຢ່າງ​ຖ້ວມ​ລົ້ນ ໃນ​ການແຂ່ງ​ກັບ​ພັກແຮງ​ງານ ທີ່​ບໍລິຫານ​ປະ​ເທດ​ມາ​ໄດ້​ຫົກ​ປີ​ນັ້ນ.

​ໃນ​ການ​ໃຫ້​ສໍາພາດ​ບັ້ນ​ນຶ່ງ​ກັບ​ໜັງ​ສື່​ພິມ Herald Sun ຂອງ​ອອສ​ເຕຣ​ເລຍນັ້ນ ທ່ານ Abbott ​ເວົ້າວ່າ ບຸລິມະສິດ​ອັນ​ຮີບ​ດ່ວນ​ທີ່​ສຸດສອງປະ ການຂອງ​ລັດຖະບານ​ຂອງ​ທ່ານ ກໍ​ຄື​ລົບລ້າງ​ພາສີ​ກ່ຽວ​ກັບມົນ​ລະ​ພິດຄາບອນ ​ແລະ ຢຸດ​ພວກຊອກຂໍ​ລີ້​ໄພ ທີ່​ມາ​ໂດຍ​ທາງ​ເຮືອ.

ທ່ານ Abbott ບອກ​ໜັງສືພິມ Herald Sun ​ວ່າ ມີຄວາມ​ຮັບຜິດຊອບທີ່ໜັກ​ໜ່ວງ ເປັນ​ພິ​ເສດ ​ມາ​ກັບ​ຕໍາ​ແໜ່​ງ​ໃໝ່​ຂອງ​ທ່ານ.

ທ່ານ​ຍັງໄດ້​ກ່າວ​ອີກວ່າ ທ່ານ​ໄດ້​ຕຽມໂຕ​ມາຕະຫຼອດຊີວິດ​ຂອງ​ທ່ານ ​ເພື່ອ​ໃຫ້​ໄດ້​ເປັນ​ຜູ້​ນໍາ​ຂອງ​ອອສ​ເຕຣ​ເລ​ຍ.

ເບິ່ງວີດີໂອ:

Australia Election
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG