ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 25 ມິຖຸນາ 2026

ນາຍົກ ອັອສເຕຣເລຍ ຮຽກໃຫ້ມີ ການເລືອກຕັ້ງ 7 ກັນຍານີ້

ທ່ານ Kevin Rudd ນາຍົກລັດຖະມົນຕີອັອສເຕຣເລຍ ຢູ່ໃນກອງປະຊຸມຖະແຫລງຂ່າວ ໃນນະຄອນ Sydney ໃນວັນທີ 22 ກໍລະກົດ 2013 ຜ່ານມານີ້.
ທ່ານ Kevin Rudd ນາຍົກລັດຖະມົນຕີອັອສເຕຣເລຍ ຢູ່ໃນກອງປະຊຸມຖະແຫລງຂ່າວ ໃນນະຄອນ Sydney ໃນວັນທີ 22 ກໍລະກົດ 2013 ຜ່ານມານີ້.
ທ່ານ Kevin Rudd ນາຍົກລັດຖະມົນຕີອັອສເຕຣເລຍໄດ້ຮຽກ
ໃຫ້ມີການເລືອກຕັ້ງ ທົ່ວໄປໃນວັນທີ 7 ກັນຍາຈະມາເຖິງນີ້.

ໃນການເລີ້ມຕົ້ນລົງໂຄສະນາຫາສຽງ ເປັນເວລາ 5 ອາທິດນັ້ນ
ທ່ານ Rudd ເວົ້າວ່າ ເສດຖະກິດຂອງປະເທດ ແມ່ນບໍ່​ສາມາດ
ກາງຕໍ່ອາໄສ ຄວາມຕ້ອງການດ້ານແຮ່ເຫລັກ ແລະຖ່ານຫີນຈາກ​
ຈີນ ເພື່ອຫລີກລ້ຽງພາວະເສດຖະກິດຖົດຖອຍ ​ໃນ​ລະຫວ່າງທີ່
ເສດຖະ ກິດໂລກຕົກ​ຕໍ່າ​ນັ້ນ. ທ່ານກ່າວອີກວ່າການເລືອກຕັ້ງ
ຄັ້ງນີ້ ຈະແມ່ນເລື້ອງທີ່ວ່າ ຜູ້ໃດຈະເປັນຄົນທີ່ໄດ້ຮັບຄວາມໄວ້
ເນື້ອເຊື່ອໃຈຈາກປະຊາຊົນວ່າ ຈະເປັນນຳພາເສດຖະກິດຜ່ານ
ຜ່າໄລຍະຂ້າມຜ່ານທາງເສດຖະກິດທີ່ຂວາງໜ້າຢູ່ນັ້ນ ໄດ້ຢ່າງ
ສໍາເລັດຜົນ.

ການຢັ່ງຫາງສຽງປະຊາຊົນຊີ້ໃຫ້ເຫັນວ່າ ຜູ້ນໍາຝ່າຍຄ້ານທີ່ມີຫົວອານຸລັກນິຍົມ ທ່ານ Tony
Abbot ເປັນທີ່ໄດ້ຮັບຄວາມນິຍົມ ທີ່​ຈະ​ໄດ້​ຮັບໄຊຊະນະການ​ໃນ​ການອໍານາດ ດັ່ງກ່າວ ແຕ່ການສໍາຫລວດຄວາມ​ເຫັນທາງອິນເຕີແນັດ ສະແດງໃຫ້ເຫັນວ່າ ພວກລົງຄະແນນ
ສຽງ ນິຍົມທ່ານ Rudd ຫລາຍກວ່າ.
XS
SM
MD
LG