ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເລືອກຕັ້ງຢູ່ອອສເຕຣເລຍ


ການປ່ອນບັດ ຢູ່ອອສເຕຣເລຍ ໄດ້ສິ້ນສຸດລົງແລ້ວ ໃນການແຂ່ງຂັນ ທີ່ມີຄະແນນສຽງ ໃກ້ຄຽງກັນທີ່ສຸດ ໃນເລືອກຕັ້ງທົ່ວໄປ ໃນຮອບຫຼາຍໆປີ.

ການຢັ່ງຫາງສຽງ ພວກທີ່ໄປປ່ອນບັດ ແລະການນັບຄະແນນ ສຽງໃນຕອນຕົ້ນໆ ຢູ່ຕາມບັນດາລັດ ທີ່ມີພົນລະເມືອງ ອາໄສຢູ່ ເປັນຈຳນວນຫຼວງຫຼາຍ ທາງພາກຕາເວັນອອກ ຂອງປະເທດ ສະແດງໃຫ້ເຫັນວ່າ ມີຄະແນນສຽງ ເກືອບທໍ່ໆກັນ ລະຫວ່າງ ພັກປະສົມຝ່າຍຄ້ານ ພາຍໃຕ້ການນຳພາ ຂອງພັກເສລີນິຍົມ ທີ່ມີທ່ານ Tony Abbot ເປັນຜູ້ນຳ ແລະພັກແຮງງານ ຊຶ່ງເປັນພັກລັດຖະ ບານຂອງທ່ານນາງ Julia Gillard.

ມາຮອດປັດຈຸບັນນີ້ ການນັບບັດຄະແນນສຽງ ແມ່ນໄດ້ສະທ້ອນໃຫ້ເຫັນ ເຖິງການຢັ່ງຫາງ ສຽງເທື່ອສຸດທ້າຍ ທີ່ໄດ້ນຳອອກເຜີຍແຜ່ ກ່ອນການປ່ອນບັດ ເລີ້ມຂຶ້ນ ທີ່ສະແດງໃຫ້ເຫັນວ່າ ທັງສອງຝ່າຍ ເກືອບວ່າ ໄດ້ຮັບຄະແນນ ທໍ່ໆກັນ.

ຖ້າຫາກໄດ້ຮັບໄຊຊະນະ ທ່ານນາງ Gillard ກໍຈະເປັນແມ່ຍິງ ຄົນທຳອິດ ຂອງອອສເຕຣ ເລຍທີ່ໄດ້ຖືກຮັບເລືອກ ໃຫ້ເປັນນາຍົກລັດຖະມົນຕີ ຂອງປະເທດ. ທ່ານນາງ ໄດ້ເຂົ້າຮັບໜ້າທີ່ ແທນທ່ານ Kevin Rudd ໃນຖານະ ຜູ້ນຳຂອງພັກແຮງງານ ເມື່ອສອງເດືອນກ່ອນ ຂະນະທີ່ ຄະແນນສຽງ ສະໜັບສະໜຸນ ພັກລັດຖະບານ ຂອງຜູ້ມີສິດປ່ອນບັດ ໄດ້ຕົກຮວບລົງ.

ມີຊາວອອສເຕຣເລຍ ປະມານ 14 ລ້ານຄົນ ໄດ້ພາກັນ ໄປລົງຄະແນນສຽງ ໃນການ ເລືອກຕັ້ງ ທີ່ມີລັກສະນະບັງຄັບ ຂອງປະເທດດັ່ງກ່າວ ໃນມື້ນີ້.

XS
SM
MD
LG