ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ໃນອອສເຕຣເລຍ


ການຢັ່ງຫາງສຽງຄັ້ງໃໝ່ ຢູ່ໃນ ອອສເຕຣເລຍທຳນາຍວ່າ ຈະມີ ຄະແນນສຽງ ໃກ້ຄຽງກັນທີ່ສຸດ ໃນການເລືອກຕັ້ງ ໃນມື້ວັນເສົານີ້ ສອງເດືອນຫຼັງຈາກ ນາຍົກລັດຖະມົນຕີ Julia Gillard ເຂົ້າຮັບຕຳແໜ່ງ ແທນທ່ານ Kevin Rudd.

ທ່ານນາງ Gillard ຈາກພັກແຮງງານ ປະເຊີນໜ້າກັບ ພັກເສລີນິຍົມປະສົມແຫ່ງຊາດ ຂອງທ່ານ Tony Abbot ຊຶ່ງເປັນພັກຝ່າຍຄ້ານ. ພັກທັງສອງ ມີນະໂຍບາຍແຕກຕ່າງກັນ ກ່ຽວກັບຫຼາຍໆບັນຫາ ເຊັ່ນວ່າ ຈະຕັດໜີ້ສິນຂອງປະເທດ ລົງແບບໃດ? ຈະໃຫ້ການສະໜັບ ສະໜຸນຕໍ່ຂໍ້ສະເໜີ ເກັບພາສີບໍ່ແຮ່ຫຼືບໍ່? ແລະອົງປະກອບ ຂອງໂຄງລ່າງພື້ນຖານ ທາງດ້ານສື່ສານຄົມມະນາຄົມໃໝ່ ຄວນຈັດຕັ້ງກັນແບບໃດ.

ການຢັ່ງຫາງສຽງເທື່ອລ່າສຸດ ສະແດງໃຫ້ເຫັນວ່າ ທັງພັກແຮງງານ ແລະພັກເສລີອະ ນຸລັກນິຍົມ ຂອງທ່ານ Abbot ຕ່າງກໍໄດ້ຮັບຄະແນນນິຍົມ ເຄິ່ງຕໍ່ເຄິ່ງ.

ທ່ານນາງ Gillard ໄດ້ເຂົ້າຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີ ແທນທ່ານ Kevin Rudd ໃນເດືອນມິຖຸນາຜ່ານມາ ໃນການກໍ່ລັດຖະປະຫານ ພາຍໃນພັກແຮງງານ ແບບບໍ່ມີການຄາດຄິດກັນ ເພື່ອເຂົ້າເປັນນາຍົກລັດຖະມົນ ແມ່ຍິງຄົນທຳອິດ ຂອງ ອອສເຕຣເລຍ. ທ່ານນາງໄດ້ປະເຊີນກັບ ອຸບປະສັກທາງການເມືອງ ຫຼາຍໆຢ່າງ ຮວມທັງການຄັດຄ້ານ ຕໍ່ຂໍ້ສະເໜີ ເກັບພາສີກຳໄລບໍ່ແຮ່ ສະພາບເສດຖະກິດ ທີ່ອ່ອນແອ ແລະຄວາມເປັນປໍລະປັກ ພາຍໃນພັກ.

XS
SM
MD
LG