ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອອສເຕຣເລຍ ທຳລາຍ ແຜນການ ກໍ່ການຮ້າຍ ທີ່ຈະເຮັດໃຫ້ ເຮືອບິນ ລຳໜຶ່ງຕົກ


ຕຳຫຼວດຄົນໜຶ່ງຢືນຢູ່ຫົນທາງທີ່ຫ້າມບໍ່ໃຫ້ປະຊາຊົນເດີນທາງ
ຜ່ານ ຫລັງຈາກຕຳຫຼວດປາບປາມລັດທິກໍ່ການຮ້າຍ ໄດ້ຈັບກຸມ 4 ຄົນ ໃນການບຸກກວດຄົ້ນທົ່ວເຂດນອກນະຄອນ ຊິດນີ, ອອສເຕຣະເລຍ. 29 ກໍລະກົດ, 2017.
ຕຳຫຼວດຄົນໜຶ່ງຢືນຢູ່ຫົນທາງທີ່ຫ້າມບໍ່ໃຫ້ປະຊາຊົນເດີນທາງ ຜ່ານ ຫລັງຈາກຕຳຫຼວດປາບປາມລັດທິກໍ່ການຮ້າຍ ໄດ້ຈັບກຸມ 4 ຄົນ ໃນການບຸກກວດຄົ້ນທົ່ວເຂດນອກນະຄອນ ຊິດນີ, ອອສເຕຣະເລຍ. 29 ກໍລະກົດ, 2017.

ນາຍົກລັດຖະມົນຕີ ອອສເຕຣເລຍ ກ່າວວ່າ ຕຳຫຼວດສະກັດກັ້ນໄດ້ການສົມຮູ້ຮ່ວມຄິດ
ກໍ່ການຮ້າຍ ທີ່ຈະທຳລາຍເຮືອບິນລຳໜຶ່ງໃຫ້ຕົກ.

ບັນດານັກສືບສວນສອບສວນກ່າວວ່າ ພວກເຂົາເຈົ້າມີຂໍ້ມູນ ກ່ຽວກັບ ແຜນ ທີ່ຈະລະ
ເບີດເຮືອບິນລຳໜຶ່ງ ເຊິ່ງປະກອບມີການໃຊ້ອຸປະກອນ “ທີ່ເປັນລະເບີດ.” ຜູ້ຊາຍສີ່ຄົນ
ໄດ້ຖືກຈັບກຸມ ລຸນຫຼັງການບຸກກວດຄົ້ນທີ່ນະຄອນ ຊິດນີ ໂດຍຕຳຫຼວດຕິດອາວຸດຄົບ
ຊຸດ ແລະ ສະມາຊິກຂອງອົງການສືບລັບພາຍໃນ ຂອງ ອອສເຕຣເລຍ. ແມ່ຍິງຄົນໜຶ່ງ
ທີ່ເວົ້າວ່າ ລູກຊາຍ ແລະ ສາມີຂອງເຂົາ ທີ່ລວມຢູ່ໃນຈຳນວນຜູ້ທີ່ຖືກຈັບກຸມນັ້ນ ໄດ້ປະ
ຕິເສດວ່າ ພວກເຂົາ ບໍ່ມີສາຍພົວພັນກັບລັດທິຫົວຮຸນແຮງ.

ຜູ້ບັນຊາການຕຳຫຼວດອາວຸໂສກ່າວວ່າ ການບຸກກວດຄົ້ນຖືກອ້າງວ່າມີສ່ວນເຊື່ອມໂຍງ
ກັບ ການວາງແຜນທຳລາຍລ້າງ “ທີ່ມີແຮງຈູງໃຈຈາກສາສະໜາອິສລາມ,” ເຖິງແມ່ນວ່າ
ຈະບໍ່ມີຂໍ້ມູນສະເພາະເຈາະຈົງ ກ່ຽວກັບ ເວລາ, ວັນທີ ຫຼື ສະຖານທີ່ ທີ່ຖືກເປີດເຜີຍກໍ
ຕາມ. ພວກເຂົາເຈົ້າໄດ້ລາຍງານວ່າ ການບຸກກວດຄົ້ນ ແມ່ນບໍ່ໄດ້ຖືກວາງແຜນໄວ້, ແຕ່
ແມ່ນການຕອບໂຕ້ຢ່າງວ່ອງໄວ ຕໍ່ການເຕືອນໄພທີ່ໄດ້ຮັບໂດຍຕຳຫຼວດ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ກ່າວວ່າ ບັນດາເຈົ້າໜ້າ
ທີ່ໄດ້ທຳລາຍ ສິ່ງທີ່ປາກົດວ່າ ຈະເປັນການສົມຮູ້ຮ່ວມຄິດທີ່ “ຮອບຄອບ.”

ທ່ານກ່າວວ່າ “ການປະຕິບັດການປາບປາມລັດທິກໍ່ການຮ້າຍຄັ້ງໃຫຍ່, ເຊິ່ງໄດ້ເກີດຂຶ້ນ
ນັ້ນ, ແມ່ນຕົວຢ່າງຂອງວິທີ ເຊິ່ງການວາງແຜນກໍ່ການຮ້າຍໄດ້ຖືກເປີດເຜີຍ ແລະ ຖືກທຳ
ລາຍ ຍ້ອນການປະຕິບັດການສືບລັບທີ່ພິເສດ ທີ່ພວກເຮົາມີ ແລະ ການຮ່ວມມືທີ່ດີກັບ
ຕຳຫຼວດຂອງພວກເຮົາ ແລະ ອົງການຮັກສາຄວາມປອດໄພຕ່າງໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG