ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ໄດ້ອອກມາດຕະການ ສະກັດກັ້ນ ໂຄວິດ-19 ທີ່ເຄັ່ງຄັດທີ່ສຸດ ຂະນະທີ່ປະກາດ ສະພາບການຫາຍະນະ


ຕໍາຫລວດລົມກັບຜູ້ຍິງຄົນນຶ່ງຢູ່ໃນຕຶກອາດພາດເມັນຫລັງນຶ່ງ ຢູ່ໃນນະຄອນ Melbourne ທີ່ຖືກປິດໄວ້ ໃນອອສເຕຣເລຍ ໃນວັນທີ 6 ກໍລະກົດ, 2020.
ຕໍາຫລວດລົມກັບຜູ້ຍິງຄົນນຶ່ງຢູ່ໃນຕຶກອາດພາດເມັນຫລັງນຶ່ງ ຢູ່ໃນນະຄອນ Melbourne ທີ່ຖືກປິດໄວ້ ໃນອອສເຕຣເລຍ ໃນວັນທີ 6 ກໍລະກົດ, 2020.

ລັດວິກຕໍເຣຍທີ່ ຢູ່ທາງພາກໃຕ້ຂອງອອສເຕຣເລຍ ໄດ້ຖືກຈັດໃຫ້ເປັນລັດທີ່ມີໄພຫາຍຍະນະ ຍ້ອນການພຸ້ງຕົວສູງຂຶ້ນຂອງຈໍານວນກໍລະນີຄົນຕິດໄວຣັສໂຄໂຣນາ ສາຍພັນໃໝ່ ສືບຕໍ່ຄວບຄຸມລັດ ທີ່ມີພົນລະເມືອງຫລາຍເປັນອັບດັບສອງຂອງ ປະເທດແຫ່ງນັ້ນ.

ຢູ່ພາຍໃຕ້ດໍາລັດທີ່ໄດ້ປະກາດໄປໃນວັນອາທິດວານນີ້ ໂດຍຜູ້ປົກຄອງລັດ, ທ່ານ ເດວິດ ແອນດຣູສ (David Andrews) ການຫ້າມອອກເຮືອນໃນຕອນແລງ ບັດນີ້ ມີຜົນບັງຄັບໃຊ້ໃນລະຫວ່າງ 8 ໂມງແລງໄປຫາ 5 ໂມງເຊົ້າຕາມເວລາ ໃນ ທ້ອງຖິ່ນສໍາລັບຜູ້ຢູ່ອາໄສ 5 ລ້ານຄົນໃນນະຄອນແມລເບິນ, ເມືອງ ເອກຂອງລັດ ວິກຕໍເຣຍນັ້ນ. ປະຊາຊົນທີ່ອາໄສຢູ່ໃນເມືອງນັ້ນ ໄດ້ຮັບອານຸຍາດໃຫ້ໄປຊື້ເຄື່ອງ ແລະອອກກໍາລັງກາຍ ຢູ່ໃນໄລຍະບໍ່ເກີນ 5 ກິໂລແມັດຈາກເຮືອນຂອງຕົນ ແລະອະນຸຍາດໄດ້ ແຕ່ຄົນດຽວເທົ່ານັ້ນໃນຄົວເຮືອນນຶ່ງ ໃຫ້ອອກເຮືອນ ໄດ້ຄັ້ງດຽວ ເພື່ອໄປເອົາສິນຄ້າທີ່ຈໍາເປັນເທົ່ານັ້ນ. ໂຮງຮຽນໝົດທຸກແຫ່ງ ຈະຖືກປິດໄວ້ ແລະ ປ່ຽນໄປຮຽນແບບທາງໄກ ຫຼື ອອນໄລນ໌ເອົາ. ມີແຕ່ການໄປເຮັດວຽກ ຫລືໄປຮັບການດູແລ ປິ່ນປົວສຸຂະພາບເທົ່ານັ້ນ ຈຶ່ງໄດ້ຮັບການຍົກເວັ້ນຢູ່ພາຍໃຕ້ກົດລະບຽບນີ້.

ຂໍ້ຈໍາກັດໃໝ່ເຫລົ່ານີ້ ໄດ້ຂະຫຍາຍການປິດເມືອງເປັນເວລາ 6 ອາທິດທີ່ມີຢູ່ ໃນປັດຈຸບັນ ອອກໄປອີກ 6 ອາທິດ. ຜູ້ປົກຄອງລັດ, ທ່ານ ເດວິດ ແອນດຣູສ (David Andrews) ກ່າວໃນວັນອາທິດວານນີ້ວ່າ ມີກໍລະນີຄົນຕິດພະຍາດ ລາຍໃໝ່ 671 ລວມທັງ 7 ຄົນທີ່ເສຍຊີວິດໄປ ໄດ້ຖືກບັນທຶກ ຊຶ່ງເຮັດໃຫ້ຈໍານວນ ຄົນເປັນພະຍາດທັງໝົດ 11,937 ຄົນ ແລະເສຍຊີວິດ 136 ຄົນ. ວິກຕໍເຣຍ ຄາດ ວ່າຈະມີລາຍງານຄົນຕິດເຊື້ອອີກຫລາຍກວ່າ 400 ກໍລະນີໃນວັນຈັນມື້ນີ້.

ທັງໝົດຢູ່ໃນອອສເຕຣເລຍ ດຽວນີ້ມີຄົນຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ນີ້ 17,938 ກໍລະນີ ແລະມີ 208 ຄົນເສຍຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG