ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາເຈັນຕິນາ ຊະນະໂປແລນ ເຖິງ​ແມ່ນວ່າ ການ​ຍິງ​ລູກ​ໂທດ​ຂອງທ້າວ​ ແມສຊີ ​ເຮັດໃຫ້ພາດ​ໂອ​ກາດ​ ຄວ້າ​ຄະ​ແນນ​ໄດ້​ເພີ້ມ​ຂຶ້ນ​ກໍ​ຕາມ


ທ້າວ Alexis Mac Allister ຈາກ​ທີມ​ອາ​ເຈັນ​ຕິ​ນາ (ກາງ) ສະ​ແດງ​ຄວາມ​ດີ​ໃຈຫລັງ​ຈາກ​ຍິງ​ປະ​ຕູ​ລູກ​ທຳ​ອິດ​ໄດ້​ໃຫ້​ແກ່​ທີມຂອງ​ລາວ​ແຂ່ງ​ກັບ​ທີມ​ໂປ​ແລນ ຢູ່​ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ກຸ່ມ C ທີ່​ສະ​ໜາມ​ກິ​ລາ 974 ໃນ​ນະ​ຄອນ​ຫລວງ​ໂດ​ຮາ, ກາ​ຕ້າ, ວັນ​ທີ 30 ພະ​ຈິກ, 2022.
ທ້າວ Alexis Mac Allister ຈາກ​ທີມ​ອາ​ເຈັນ​ຕິ​ນາ (ກາງ) ສະ​ແດງ​ຄວາມ​ດີ​ໃຈຫລັງ​ຈາກ​ຍິງ​ປະ​ຕູ​ລູກ​ທຳ​ອິດ​ໄດ້​ໃຫ້​ແກ່​ທີມຂອງ​ລາວ​ແຂ່ງ​ກັບ​ທີມ​ໂປ​ແລນ ຢູ່​ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ກຸ່ມ C ທີ່​ສະ​ໜາມ​ກິ​ລາ 974 ໃນ​ນະ​ຄອນ​ຫລວງ​ໂດ​ຮາ, ກາ​ຕ້າ, ວັນ​ທີ 30 ພະ​ຈິກ, 2022.

ອາເຈັນຕິນາກ້າວເຂົ້າສູ່ຮອບຄັດ​ເລືອກຂອງ​ການ​ແຂ່ງ​ຂັນເຕະບານໂລກໂດຍຊະນະໂປແລນ 2 ປະ​ຕູ​ຕໍ່ 0 ໃນນັດສຸດທ້າຍຂອງກຸ່ມ C ໃນວັນພຸດວານນີ້ ເຖິງແມ່ນວ່າຫົວ​ໜ້າ​ທີມ ທ້າວລີໂອແນລ ແມສຊີ ໄດ້ເຫັນວ່າເກັບ​ບານ​ລູກໂທດບໍ່​ໃຫ້ຜ່ານ​ປະ​ຕູໄດ້ ໃນເຄິ່ງເວລາທຳອິດ ຢູ່ທີ່ສະໜາມກິ​ລາ 974 ກໍ​ຕາມ, ອີງ​ຕາມອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ໄຊຊະນະຂອງອາເຈັນຕິນາ ເຮັດໃຫ້ພວກນັກ​ກິ​ລາ​ຈາກ​ທະ​ວີບອາເມຣິກາໃຕ້ຂຶ້ນ ໄປຢູ່ໃນອັນດັບນຶ່ງຂອງກຸ່ມ, ແລະເຂົາເຈົ້າຈະພົບກັບອອສເຕຣເລຍ ຂະນະທີ່ ໂປແລນ ທີ່​ໄດ້ອັນດັບ 2 ​ຈະພົບ​ກັບ​ຝ​ຣັ່ງ ທີ່ເຄີຍ​ໄດ້​ຄອງ​ຕຳ​ແໜ່ງຊະນະ​ເລີດ ຫລື​ແຊ້ມ​ແລ້ວນັ້ນ.

ເມັກຊິໂກຍິງໄດ້ 2 ປະຕູ ໃນ 5 ນາທີ ຂອງ​ຊ່ວງທີ 2 ຂອງການ​ແຂ່ງ​ຂັນ​ໃນການ​ພະ​ຍາ​ຍາມຂັ້ນສຸດທ້າຍ ທີ່ໜ້າລະ​ທຶກໃຈ ເພື່ອ​ຈະ​ໃຫ້​ສືບ​ຕໍ່ຢູ່ໃນການແຂ່ງ ຂັນເຕະບານໂລກ​ອີກ ໃນວັນພຸດວານນີ້ ໂດຍໄດ້ຊະນະຊາອຸດີ ອາຣາເບຍ 2 ຕໍ່ 1 ແຕ່ເສຍໂອ​ກາດເຂົ້າຮອບ 16 ທີມສຸດທ້າຍ ໃນ​ການ​ຍິງປະຕູໄດ້ທີ່​ມີ​ຄະ​ແນນ​ຕ່າງກັນ.

​ການ​ຍິງປະຕູ ໂດຍເຮັນ​ຣີ ມາ​ຕິນ (Henry Martin) ແລະລູອີສ໌ ຊາ​ເວ (Luis Chavez) ໄດ້ກັບຄືນສູ່ສະ​ພາບເຄັ່ງຕຶງ ໃນທັນທີ ຫຼັງຈາກຊ່ວງໄລຍະ​ເວ​ລາທີ່ເຮັດໃຫ້ເມັກຊິໂກພຸ້ງ​ຂຶ້ນ, ແຕ່ການປະຢັດເວ​ລາ​ໄດ້ດີເລີດໂດຍຜູ້ຮັກສາປະ​ຕູ​ຂອງ​ຊາ​ອຸ​ດິ ທ້າວໂທ​ຮາ​ເມັດ ອາ​ລ-ໂອ​ເວ​ສ໌ (Mohamed Al-Owais) ແລະ ຄວາມພະຍາຍາມສອງຄັ້ງທີ່ບໍ່ສຳ​ເລັດໄດ້ເຮັດໃຫ້ນັກ​ເຕະ​ບານຊາວອາເມຣິກາໃຕ້ ພາດເປົ້າຫມາຍທີ່ບັນ​ລຸຍາກທີ່ພວກເຂົາເຈົ້າຕ້ອງການເພື່ອຈະກ້າວໄປຂ້າງຫນ້າໄດ້.

ອອສເຕຣເລຍເຮັດ​ໃຫ້ເດັນມາກໝົດ​ຫວັງ​ໂດຍ​ຍິງ​ໄດ້ 1 ປະຕູ ຕໍ່ 0 ໃນວັນພຸດ ວານນີ້ ຊຶ່ງຜ່ານເຂົ້າໄປ​ໃນຮອບຄັດ​ເລືອກເຕະບານໂລກໄດ້ ເປັນຄັ້ງທຳອິດໃນ ຮອບ 16 ປີ ຍ້ອນການຍິງປະຕູດ່ຽວ ຈາກແມັດຕິວ ເລກກີ້ (Mathew Leckie).

ອອສເຕຣເລຍພົບກັບເດັນມາກ ຢູ່ທີ່ສະໜາມກິ​ລາ ອາ​ລ ຈາ​ນຸບ (Al Janoub) ກ່ອນທີ່ຈະຕີນັກ​ກິ​ລາຊາວສ​ແກນ​ດີ​ເນ​ວຽນ ດ້ວຍການໂຕ້ຕອບກັບໃນນາທີ ທີ 60 ເມື່ອທ້າວ​ເລັກ​ກີໄດ້​ໂດດ​ພຸ້ງ​ຂຶ້ນເທິງ​ຟ້າ ແລະ​ລົງ​ມາ​ຢຽບ​ຕີນຂອງກອງ​ຫລັງ ທ້າວ​ໂຈ​ກິມ ແມ​ເຮີ​ລ (Joakim Maehle) ໂດຍບໍ່​ຕັ້ງ​ໃຈ ແລະຍິງບານ​ໃນ​ລະ​ດັບ​ຕ່ຳໆ ຜ່ານ​ມືຂອງຜູ້ຮັກສາປະຕູ, ທ້າວ​ແຄ​ສ​ເປີ ສ​ມາຍ​ໂຄ (Kasper Schmeichel) ໄປ.

ທ້າວ​ວາ​ບີ ຄາ​ຊ​ຣີ (Wahbi Khazri) ນັກເຕະບານທີ່​ເກີດ​ຢູ່ຝຣັ່ງ ຍິງໄດ້​ພຽງປະຕູດຽວ ໃນການ​ແຂ່ງ​ຂັນ ທີ່ຕູນີເຊຍເອົາຊະນະຝຣັ່ງ ຜູ້ທີ່​ຖື​ຂັນລາງວັນ​ກິ​ລາເຕະບານໂລກດ້ວຍ​ຄະ​ແນນ 1-0 ທີ່ສະຫນາມກິລາເມືອງ​ການສຶກສາ ໃນວັນພຸດວານນີ້ ແຕ່ໄຊຊະນະທີ່ໜ້າຕົກຕະລຶງນີ້ ກໍ​ຍັງບໍ່ພຽງພໍທີ່​ຈະ​ເຮັດ​ໃຫ້ເຂົາເຈົ້າເຂົ້າແຂ່ງ​ຂັນໃນຮອບ 16 ທີມສຸດທ້າຍໄດ້.

ທ້າວຄາ​ຊ​ຣີ (Khazri) ໄດ້​ກັບ​ບ້ານໂດຍເປັນເຈົ້າການຍິງປະຕູໃນນາທີ ທີ 58 ທ່າມກາງການ​ຫ້ອມ​ລ້ອມ​ຂອງກຸ່ມກອງຫຼັງ ເພື່ອຈະ​ຄວ້າເອົາໄຊຊະນະເປັນຄັ້ງທີ 3 ​ເທົ່າ​ນັ້ນ ໃນການເຂົ້າແຂ່ງຂັນເຕະບານໂລກ 6 ຄັ້ງ ສໍາລັບຕູນີເຊຍ ແຕ່ ພວກເຂົາເຈົ້າ​ກໍຍັງຖືກຄັດອອກໄປ.

ຝຣັ່ງ, ຜູ້ທີ່ໄດ້ທຳ​ການປ່ຽນແປງ 9 ຄັ້ງສໍາລັບການແຂ່ງຂັນນີ້ ຈາກທີມທີ່ໄດ້ຊະ ນະເດັນມາກ ແລະໄດ້ມີ​ບ່ອນຢູ່ໃນຮອບຄັດ​ເລືອກແລ້ວນັ້ນ ໄດ້ຈົບການ​ແຂ່ງ​ຂັນ ລົງ​ໂດຍ​ການ​ເປັນ​ທີມຊະ​ນະ​ເລີດຂອງກຸ່ມ D ຍ້ອນ​ການ​ຍິງ​ປະ​ຕູ​ໄດ້ຈາກ ທີມ ຮອງຊະນະເລີດອອສແຕຣ​ເລຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG