ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ອາດຈະຫ້າມ ບໍ່ໃຫ້ນາງ ແຊລຊີ ແມນນິງ ຜູ້ເປີດເຜີຍ ຂໍ້ມູນລັບ ສຫລ ເຂົ້າປະເທດ


ນາງ ແຊລຊີ ແມນນິງ ກ່າວຖະແຫລງ ຕໍ່ບັນຜູ້ເຂົ້າຮ່ວມ ໃນການໂຮມຊຸມນຸມ ຕໍ່ຕ້ານການເຈາະຫານ້ຳມັນ ດ້ວຍຄວາມດັນແຮງສູງ ຢູ່ໃນນະຄອນ ບອລຕີມົວ ຂອງລັດແມຣີແລນ, ວັນທີ 18 ເມສາ 2018.
ນາງ ແຊລຊີ ແມນນິງ ກ່າວຖະແຫລງ ຕໍ່ບັນຜູ້ເຂົ້າຮ່ວມ ໃນການໂຮມຊຸມນຸມ ຕໍ່ຕ້ານການເຈາະຫານ້ຳມັນ ດ້ວຍຄວາມດັນແຮງສູງ ຢູ່ໃນນະຄອນ ບອລຕີມົວ ຂອງລັດແມຣີແລນ, ວັນທີ 18 ເມສາ 2018.

ແຊລຊີ ແມນນິງ (Chelsea Manning) ອະດີດທະຫານອາເມຣິກັນທີ່ໄດ້ສົ່ງຂໍ້ມູນລັບ
ໃຫ້ແກ່ອົງການວິກກີລິກສ໌ ອາດຈະຖືກຫ້າມ ບໍ່ໃຫ້ເດີນທາງເຂົ້າໄປໃນ ປະເທດອອສ
ເຕຣເລຍ ເພື່ອໃຫ້ປະຖະກະຖາ ຢູ່ທີ່ນັ້ນ.

ນາງຊູຊີ ຈາມິລ ຜູ້ຈັດແຈງການເດີນທາງຂອງ ນາງ ແຊລຊີ ແມນນິງ ກ່າວວ່າ ນາງໄດ້
ຮັບແຈ້ງການ ຈາກລັດຖະບານວ່າ ຕົນກຳລັງພິຈາລະນາ ທີ່ຈະຍົກເລີກການອອກວີ
ຊາ ໃຫ້ແກ່ນາງ.

ພາຍໃຕ້ກົດໝາຍຂອງອອສເຕຣເລຍນັ້ນ ພວກທີ່ບໍ່ໄດ້ຖືສັນຊາດທຸກຄົນ ສາມາດຖືກ
ຫ້າມບໍ່ໃຫ້ເຂົ້າປະເທດໄດ້ ຖ້າຜູ້ກ່ຽວຫາກບໍ່ຜ່ານການກວດສອບ ທາງດ້ານບຸກຄະລິກ
ລັກສະນະ. ນາງແຊລຊີ ແມນນິງ ອະດີດນັກວິເຄາະດ້ານສືບລັບກອງທັບບົກສະຫະລັດ
ໄດ້ຖືກຕັດສິນໃຫ້ຕິດຄຸກ ເປັນເວລາ 35 ປີ ໃນປີ 2013 ຍ້ອນໄດ້ເປີດເຜີຍເອກກະສານ
ລັບທາງທະຫານ ວິດີໂອກ່ຽວກັບສະໜາມລົບແລະໂທລະເລກການທູດ 700,000
ສະບັບ ໃຫ້ແກ່ເວັບໄຊ ວິກກີລິກສ໌. ການຕັດສິນໂທດຂອງນາງໄດ້ຮັບການຜ່ອນຜັນ
ໂດຍປະທານາທິບໍດີບາຣັກ ໂອບາມາ ກ່ອນທີ່ທ່ານອອກຈາກຕຳແໜ່ງໃນປີ 2017.

ນາງແຊລຊີ ແມນນິງ ມີກຳນົດທີ່ຈະໄປໃຫ້ປະຖະກະຖາ ຢູ່ 3 ເມືອງໃນອອສເຕຣເລຍ
ກ່ອນທີ່ຈະເດີນທາງຕໍ່ ໄປຍັງນິວຊີແລນ ເພື່ອກ່າວຖະແຫຼງຢູ່ທີ່ນັ້ນ ແຕ່ພັກແຫ່ງຊາດ
ຊຶ່ງເປັນພັກຝ່າຍຄ້ານ ທີ່ເປັນກາງອຽງຂວາ ທວງໃຫ້ລັດຖະບານ ປະຕິເສດ ບໍ່ໃຫ້ນາງ
ເຂົ້າປະເທດເຊັ່ນດຽວກັນ.

ຫລັງຈາກໄດ້ມີການຕັດສິນໂທດແລ້ວ ນາງແຊລຊີ ແມນນິງ ກ່າວວ່າ ໃຫ້ເອີ້ນນາງວ່າ
ເປັນແມ່ຍິງ. ໃນລະຫວ່າງການຖືກໂທດຢູ່ນັ້ນ ນາງໄດ້ຕໍ່ສູ້ເພື່ອສິດທິ ແລະກໍ
ໄດ້ຊະນະສິດ ເພື່ອເລີ້ມຮັບການບຳບັດໃນການປ່ຽນຮໍໂມນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG