ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຂໍລີ້ໄພປະທ້ວງ ຢູ່ອອສເຕຣເລຍ


ພວກຂໍລີ້ໄພກຸ່ມນຶ່ງ ພາກັນປະທ້ວງເປັນມື້ທີ 2 ໃນວັນອັງ ຄານມື້ນີ້ ຢູ່ເທິງຫຼັງຄາຂອງສູນຄຸມ​ຂັງທີ່ນະຄອນຊິດນີ ຫຼັງ ຈາກຜູ້ຊາຍຊາວຟິຈິຄົນນຶ່ງ ໄດ້ໂດດຕຶກຕາຍ ໃນມື້ວັນອາ ທິດຜ່ານມານີ້.

ການປະທ້ວງໄດ້ມີຂຶ້ນ ຫຼັງຈາກການເສຍຊີວິດ ຂອງນາຍ Josefa Rauluni ອາຍຸ 36 ປີທີ່ກ່າວກັນ​ວ່າ ຜູ້ກ່ຽວໄດ້ ໂດດລົງມາ ແຕ່ຫຼັງອາຄານສູນຄຸມຂັງ Villawood ບໍ່ດົນ ກ່ອນທີ່ລາວຈະຖືກເນລະເທດ ຍ້ອນຢູ່ກາຍກຳນົດວີຊ່າ.

ເຈົ້າໜ້າທີ່ກ່າວວ່າ ພວກຖືກ​ຄຸມ​ຂັງ 11 ຄົນ ທີ່​ທໍາ​ການປະ​ທ້ວງ ຊຶ່ງສ່ວນໃຫຍ່ແມ່ນມາຈາກສຣີລັງກາ ໄດ້ປະຕິເສດ ບໍ່ຍອມລົງມາຈາກຫຼັງຄາ ຈົນກວ່າ ພວກເຂົາເຈົ້າ ຈະໄດ້ຮັບການອະນຸມັດໃຫ້ລີ້ໄພ ຢູ່ອອສເຕຣເລຍໄດ້.

ທ່ານ Brami Jagen ຜູ້ຕໍ່ສູ້ໃຫ້ພວກອົບພະຍົບກ່າວວ່າ ພວກຜູ້ຊາຍເຫຼົ່ານີ້ ຢູ່ໃນ​ສະພາບ​ທີ່ໝົດສິ້ນຄວາມຫວັງ. ແລະນາງ Sara Nathan ຜູ້ຕໍ່ສູ້ໃຫ້ອົບພະຍົບອີກຄົນນຶ່ງ ທີ່ໄດ້ໂອ້ ລົມກັບພວກປະທ້ວງ ໂດຍທາງໂທລະສັບມືຖືກ່າວວ່າ ພວກເຂົາເຈົ້າຮູ້ສຶກເສຍໃຈ ຍ້ອນໃບ ຄຳຮ້ອງຂໍເປັນອົບພະຍົບຂອງພວກເຂົາເຈົ້າໄດ້ຖືກປະຕິເສດ ແລະພວກເຂົາເຈົ້າຢ້ານກົວວ່າ ຈະຖືກທາງການອອສເຕຣເລຍ ເນລະເທດ.

XS
SM
MD
LG