ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງໄວຊະລາຄົນນຶ່ງ ຕາຍໄປໄດ້ 8 ປີແລ້ວ ຈຶ່ງມີຄົນພົບເຫັນສົບຢູ່ບ້ານ


ຕໍາຫລວດອອສເຕຣເລຍ
ວັນທີ 6 ກໍລະກົດ 2011
ຕໍາຫລວດອອສເຕຣເລຍ ວັນທີ 6 ກໍລະກົດ 2011

ຕໍາຫລວດ​ອອສ​ເຕຣ​ເລຍ​ໄດ້​ຄົ້ນ​ພົບ​ຊາກ​ກະດູກ​ຂອງ​ແມ່ຍິງ​ໄວ​ຊະລາຄົນ​ນຶ່ງ​ທີ່​ປາກົດ​ວ່າ​ໄດ້
ເສຍ​ຊີວິດ​ໄປ​ຢູ່​ໃນ​ເຮືອນ​ຂອງ​ລາວ​ເອງ​ໃນ​ເວລາດົນ​ເຖິງ 8 ປີຜ່ານມາ​ແລ້ວ.

ທ່ານ Zoran Dzevlan ຜູ້ຮັກສາການ​ຫົວໜ້າ​ຕໍາຫລວດ​ຂອງ​ອອສ​ເຕຣ​ເລຍ​ກ່າວ​ໃນ​ວັນ​ພຸດ​
ມື້​ນີ້​ວ່າ ​ໄດ້​ມີ​ການ​ເຂົ້າ​ກວດ​ຄົ້ນ​ໃນ​ເຮືອນ​ຂອງ​ແມ່ຍິງ​ວັຍ​ຊະລາ​ຄົນ​ນີ້ ຫລັງ​ຈາກ​ຕໍາຫລວດ​ໄດ້
ຮັບ​ໂທລະສັບ​ຈາກ​ນ້ອງ​ໄພ້​ຂອງ​ແມ່ຍິງ​ຄົນ​ນີ້ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ​ແມ່ຍິງ 2 ຄົນ​ນີ້​ບໍ່​ໄດ້​ໂອ້
ລົມກັນມາ​ຕັ້ງ​ແຕ່​ເກີດ​ຜິດ​ຖຽງ​ກັນ​ໃນ​ປີ 2003 ນັ້ນ.

ທ່ານ Dzevlan ກ່າວ​ວ່າ ບໍ່​ມີ​ຜູ້​ໃດ​ຢູ່​ໃນ​ຄຸ້ມ​ນັ້ນ​ເຂົ້າ​ໄປຖາມ​ຫາ​ແມ່ຍິງຄົນ​ນີ້ ຊຶ່ງ​ຈະ​ມີ​ອາຍຸ
87 ປີ​ໃນ​ເດືອນ​ໜ້າ​ນີ້​ຖ້າ​ລາວ​ຍັງ​ບໍ່​ທັນ​ເສຍ​ຊີວິດເທື່ອ​ນັ້ນ. ຫ້ອງການ​ປະຊາ​ສົງ​ເຄາະ​ຂອງ​
ລັດຖະບານ​ກໍ​ໄດ້​ສືບ​ຕໍ່​ສົ່ງ​ເງິນເຂົ້າ​ໄປ​ຝາກ​ໄວ້​ໃນ​ບັນຊີ​ຂອງ​ນາງ​ຢູ່​ຕໍ່​ມາ ຊຶ່ງ​ບັນຊີ​ເງິນ​ຂອງ
ນາງ​ກໍ​ຍັງບໍ່​ມີ​ໃຜ​ແຕະຕ້ອງ​ເທື່ອ.

ໃນໄລຍະຫລາຍ​ປີຜ່ານມາ ພວກ​ນໍ້າ​ໄຟ​ຂອງ​ເຮືອນ​ຫລັງ​ນີ້​ກໍ​ໄດ້​ຖືກ​ຕັດ ​ແລະ​ໜັງສື​ທີ່ສົ່ງ​ມາ​
ຫາ​ນາງ​ກໍ​ໄດ້​ສົ່ງ​ໄປ​ຍັງ​ທີ່ຢູ່​ບ່ອນ​ອື່ນ.

ທ່ານ Dzevlan ກ່າວ​ວ່າ ​ເຫດການ​ດັ່ງກ່າວ​ນີ້​ໄດ້​ເປັນ​ສິ່ງ​ຕັກ​ເຕືອນ​ພວກຊາວບ້ານ​ຊາວ​
ເມືອງຄວນ​ຈະຕິດຕາມ​ເບິ່ງ​ເພື່ອນ​ບ້ານ​ໃກ້​ຄຽງ​ຂອງ​ຕົນ ​ໂດຍ​ສະ​ເພາະ​ພວກ​ໄວຊະລາ​ນັ້ນ.

XS
SM
MD
LG