ຈ່າສານຊາວອອສເຕຣເລຍຄົນນຶ່ງ ໄດ້ກັກຊັບສິນທີ່ໄດ້ມາຈາກການຂາຍ ປື້ມເລຶ່ອງນຶ່ງ ທີ່ຂຽນໂດຍ ອະດີດນັກໂທດອ່າວກວນຕານະໂມ David Hicks ກ່ຽວກັບປະສົບການ ຂອງເຂົາ ໃນລະຫວ່າງທີ່ຖືກຄຸມຂັງຢູ່ສູນກັກຂັງພວກກໍ່ການຮ້າຍຂອງສະຫະລັດ.
ລັດຖະບານອອສເຕຣເລຍພະຍາຍາມຫາທາງຈະຍຶດກໍາໄລຈາກ ປື້ມຊີວະປະວັດຂອງນາຍ
Hicks ພາຍໃຕ້ກົດໝາຍທີ່ຫ້າມບໍ່ໃຫ້ພວກນັກໂທດອາຊະຍາກໍາທັງຫລາຍຫາຜົນກໍາໄລ ຈາກອາຊະຍາກໍາພວກເຂົາກໍ່ຂຶ້ນ ໂຮມທັງຂໍ້ຕົກລົງເລຶ່ອງຂຽນປື້ມ ແລະສ້າງຮູບເງົາ. ແຕ່
ທະນາຍຄວາມຂອງນາຍ Hicks ກ່າວວ່າ ກົດໝາຍໃຊ້ບໍ່ໄດ້ກັບກໍລະນີຂອງນາຍ Hicks
ເພາະວ່ານາຍຮິກສ໌ ໄດ້ຍອມຮັບຜິດຕໍ່ໜ້າຄະນະກໍາມະການສານທະຫານຂອງສະຫະລັດ
ຊຶ່ງພວກເຂົາເຈົ້າກ່າວວ່າ ນັ້ນບໍ່ຖືກຕ້ອງຕາມກົດໝາຍ.
ຈ່າສານ Peter Garling ຈາກ New South Wales ໄດ້ອອກຄໍາສັ່ງໃຫ້ອາຍັດສອງ
ຊັບສິນທີ່ກ່ຽວພັນກັບປື້ມເລຶ່ອງ Guantanamo, My Journey ຂອງນາຍຮິກສ໌ນັ້ນໄວ້
ພວກທີ່ສະໜັບສະໜຸນນາຍຮິກ ໄດ້ເຕົ້າໂຮມກັນຢູ່ນອກຕຶກສານໃນເມືອງ Sidney ເພື່ອປະ ທ້ວງການກັກຊິບສິນດັ່ງກ່າວ ຫລາຍໆຄົນກໍຖືປື້ມອັດຊີວະປະວັດ. ທ່ານ David Shoebridge ແຫ່ງ Greens Party ໄດ້ ກ່າວຫາພວກເຈົ້າໜ້າທີ່ອອສເຕຣເລຍຂອງການ ໃຊ້ກໍລະນີນີ້ ເພື່ອນຕັກ ເຕືອນປະຊາຊົນບໍ່ໃຫ້ອອກປາກອອກສຽງຕໍ່ຕ້ານ ລັດຖະບານ.