ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດ ອອສເຕຣເລຍ ຈັບກຸມ 19 ຄົນ ທີ່ສົງໄສ ຄ້າຢາເສບຕິດ (ວີດີໂອ)


ຕໍາຫລວດ ອອສ​ເຕ​ຣເລຍ ​ໄດ້​ຈັບ​ກຸ​ມຢ່າງ​ໜ້ອຍ 19ຄົນ ​ທີ່​ ​ສົງ​​ໄສວ່າ​ພົວພັນ​ນຳ​ການຈໍາ​ໜ່າຍ​ຢາ​ເສບ​ຕິດ ປືນແລະລະ​ເບີດ ​
ຕໍາຫລວດ ອອສ​ເຕ​ຣເລຍ ​ໄດ້​ຈັບ​ກຸ​ມຢ່າງ​ໜ້ອຍ 19ຄົນ ​ທີ່​ ​ສົງ​​ໄສວ່າ​ພົວພັນ​ນຳ​ການຈໍາ​ໜ່າຍ​ຢາ​ເສບ​ຕິດ ປືນແລະລະ​ເບີດ ​
ເຈົ້າ​ໜ້າ​ທີ່​ຕໍາຫລວດ ອອສ​ເຕ​ຣເລຍ ​ໄດ້​ຈັບ​ກຸ​ມຢ່າງ​ໜ້ອຍ 19
ຄົນ ​ທີ່​ສົງໄສວ່າ​ພົວພັນ​ນຳ​ການຈໍາ​ໜ່າຍ​ຢາ​ເສບ​ຕິດ ປືນ ແລະ
​ລະ​ເບີດ ​ໃຫ້ແກ່ ​ບັນດາກຸ່ມອາດຊະຍາ​ກຳ​ຕ່າງໆ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດອອສ​ເຕຣ​ເລຍ ກ່າວ​ຕໍ່​ອົງການ​ຂ່າວ Reuters ວ່າ ການ​ຈັບ​ກຸ​ມ ​ໄດ້​ມີຂື້ນ​ໃນ​ວັນ​ອັງຄານ​ມື້​ນີ້ ໃນ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນທີ່ ມີ​ການ​ປະສານ​ງານ​ກັນ ຢູ່ທົ່ວລັດ New South Wales.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ ກ່າວ​ວ່າ ຕໍາຫລວດ​ຫລາຍ​ຮ້ອຍ​ຄົນ​ ​ໄດ້​ເຂົ້າຮ່ວມ ການ​ປະຕິບັດ​ງານ​ບຸກ​ເຂົ້າ​ໄປກວດຄົ້ນ​ໃນ​ຕອນ​ເຊົ້າມືດມື້ນີ້ ທົ່ວ​ນະຄອນ Sydney ​ແລະ​ແຫ່ງ​ອຶ່ນໆ ​ໂດຍຍຶດ​ໄດ້​ອາວຸດ​ປືນ 2 ກະບອກ ​ແລະ​ລູກປືນຈຳນວນ​ນຶ່ງ ພ້ອມ​ກັບຢາ​ເສບ​ຕິດ ປືນ​ຍິງ​ໄຟຟ້າ​ຊັອດ ​ໃຫ້​ຄົນ​ຮ້າ​ຍຕໍ່ສູ້​ບໍ່​ໄດ້ ​ເງິນສົດ​ຈໍານວນ​ຫລາຍສົມຄວນ ລົດ​ນຶ່ງ​ຄັນ ​ແລະ​ເສື້ອ​ກັນ​ກະ​ສຸນ​ນຶ່ງໂຕ.

ຫົວໜ້າ​ຕໍາຫລວດ​ສືບ​ລັບ ທ່ານ Mick Plotecki ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຈະ​ກ່າວ​ຫາ​ຜູ້​ຕ້ອງ​ສົງໄສ​ຈໍານວນ​ນຶ່ງວ່າ ມີ​ຄວາມ​ຜິດຮ້າຍ​ແຮງ​ດ້ານ​ອາວຸດ ຊຶ່ງ​ຈະໄດ້​ຮັບ​ໂທດ​ໜັກ​ແຕ່ 15 ປີ ຫາຈຳ​ຄຸກຕະຫຼອດ ​ຊີວິດ.

Australia Police
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG