ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຂໍ້ຫ້າມ COVID-19 ໃນ ອອສເຕຣເລຍສິ້ນສຸດ ລົງ ຊຶ່ງເຮັດ​ໃຫ້ການເດີນທາງສາກົນ ເລີ່ມ ຕົ້ນໃໝ່


ແມ່ຍິງຄົນນຶ່ງກອດຄົນຮັກຂອງລາວ ຫຼັງຈາກໄດ້ເດີນທາງໄປຮອດສະໜາມບິນຈາກນະຄອນ ລອສ ແອນເຈີລິສ, ຢູ່ສະໜາມບິນ ຊິດນີ, ປະເທດ ອອສເຕຣເລຍ, 1 ພະຈິກ, 2021.
ແມ່ຍິງຄົນນຶ່ງກອດຄົນຮັກຂອງລາວ ຫຼັງຈາກໄດ້ເດີນທາງໄປຮອດສະໜາມບິນຈາກນະຄອນ ລອສ ແອນເຈີລິສ, ຢູ່ສະໜາມບິນ ຊິດນີ, ປະເທດ ອອສເຕຣເລຍ, 1 ພະຈິກ, 2021.

ປະຊາຊົນ ອອສເຕຣເລຍ ແມ່ນໄດ້ຮັບອະນຸຍາດໃຫ້ເດີນທາງໄປຕ່າງປະເທດໂດຍປາສະຈາກຂໍ້ຫ້າມ ກ່ຽວ​ກັບໂຄວິດ-19 ເປັນຄັ້ງທຳອິດໃນເວ​ລາເກືອບຮອດ 600 ວັນຜ່ານ​ມາ. ກ່ອນໜ້ານີ້ເຂົາ ເຈົ້າຕ້ອງໄດ້ຮັບການອະນຸຍາດຈາກລັດຖະບານກ່ອນ ຈຶ່ງເດີນທາງໄປຕ່າງປະເທດໄດ້ ພາຍໃຕ້ມາດຕະການທີ່ເຄັ່ງຄັດທີ່ຖືກວາງອອກ ເພື່ອຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຫລັງຈາກ​ນານກວ່າ 18 ເດືອນຜ່ານ​ໄປ, ປະເທດອອສເຕຣເລຍ ແມ່ນກຳລັງຕິດຕໍ່ກັບໂລກຄືນໃໝ່ ໃນຂະນະທີ່ອັດຕາການສັກຢາວັກຊີນໄດ້ ເພີ່ມສູງຂຶ້ນ. ມັນໄດ້ມີການພົບ​ພໍ້​ກັນ​ດ້ວຍ​ຄວາມ​ດີ​ໃຈ​ຈົນ​ນ້ຳ​ຕາ​ໄຫລ​ອອກ​ມາ ອີກຄັ້ງນຶ່ງຢູ່ສະໜາມບິນຊິດນີ ໃນຂະນະທີ່ຜູ້ໂດຍສານຕ່າງປະເທດໄດ້ໄປ ເຖິງປະເທດດັ່ງກ່າວຫຼັງຈາກການຫ້າມຕ່າງໆໄດ້ສິ້ນສຸດລົງ.

ປະຊາຊົນອອສເຕຣເລຍ ຕອນນີ້ສາມາດເດີນທາງໄປຕ່າງປະເທດໄດ້ ຢ່າງມີອິດສະຫຼະ ໂດຍປາສະຈາກການຂໍອະນຸຍາດຈາກທາງການ.

ບັນດານັກເດີນທາງທີ່ກັບເມືອບ້ານໃນລັດນິວ ຊາວ ແວລສ໌ ແລະ ວິກຕໍເຣຍ ແມ່ນຈະບໍ່ໄດ້ປະເຊີນກັບຄຳສັ່ງກັກບໍລິເວນຢູ່ໂຮງແຮມອີກຕໍ່ໄປ.

ແນວໃດກໍຕາມ, ເຂົາເຈົ້າຕ້ອງໄດ້ສັກຢາສອງຄັ້ງ ແລະ ມີພຽງແຕ່ຄົນສັນຊາດ ອອສເຕຣເລຍ, ຜູ້ອາໄສຢູ່ຖາວອນ ແລະ ຄອບຄົວຂອງເຂົາເຈົ້າເທົ່ານັ້ນ ທີ່ສາມາດກັບຄືນບ້ານໄດ້ໃນໄລ​ຍະນີ້. ອອສເຕຣເລຍ ຈະເປີດຄືນການ ເດີນທາງເຂົ້າປະເທດຄືນໂດຍປາສະຈາກການກັກບໍລິເວນຕໍ່ປະຊາຊົນ ສິງກະໂປ ທີ່ໄດ້ສັກຢາຄົບແລ້ວນັບ​ແຕ່ວັນທີ 21 ພະຈິກ, ແຕ່ມັນຍັງ ບໍ່ທັນແນ່ນອນເທື່ອວ່າເວ ລາໃດທີ່ຄົນຈາກຕ່າງປະເທອື່ນໆ, ຜູ້ທີ່ຖືກຫ້າມສ່ວນ ໃຫຍ່ນັບຕັ້ງແຕ່ເດືອນມີນາ 2020 ເປັນຕົ້ນມານັ້ນ, ຈະຖືກອະນຸຍາດ ໃຫ້ເຂົ້າປະເທດໄດ້.

ປະຊາຊົນ ອອສເຕຣເລຍ ຫຼາຍພັນຄົນແມ່ນໄດ້ຕິດຄ້າງຢູ່ຕ່າງປະເທດໃນ ລະຫວ່າງທີ່​ມີໂຣກລະບາດ ຍ້ອນການຄວບຄຸມເຂດຊາຍແດນທີ່ເຄັ່ງຄັດທີ່ ສຸດໃນໂລກ. ບັນດາເຈົ້າໜ້າທີ່ໄດ້ວາງຂໍ້ຈຳກັດ ສຳລັບຕົວເລກນັກເດີນທາງ ທີ່ໄດ້ຮັບອະນຸຍາດໃຫ້ກັບເຂົ້າໄປໃນ​ປະ​ເທດຍ້ອນຂໍ້ກຳນົດກ່ຽວກັບລະບົບການ ກັກກັນບໍລິເວນ.

ສະໜາມບິນ ແມລເບິນ ກໍໄດ້ກະກຽມສຳລັບການສືບຕໍ່ຮັບເອົາຜູ້ໂດຍສານ ຈຳນວນຫລວງຫຼາຍເຊັ່ນກັນ.

ຜູ້ບໍລິຫານໃຫຍ່​ຂອງ​ສະ​ໜາມ​ບິນ, ທ່ານ ລາຍແອລ ສແຕຣມບີ ກ່າວວ່າ ການ ປິດເຂດຊາຍແດນຍ້ອນໂຣກລະບາດແມ່ນໄດ້ສົ່ງຜົນກະທົບຢ່າງໜັກຕໍ່ພະນັກ ງານ.

ທ່ານ ສແຕຣມບີ ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ຢຸດການບິນຢ່າງຈິງຈັງປານໃດ, ສະນັ້ນພວກເຮົາແມ່ນສາມາດທີ່ຈະຮັກສາໃຫ້ສິ່ງຕ່າງໆໃຫ້​ດຳ​ເນີນ​ໄປຢູ່ ແລະ ຮັບປະກັນວ່າທຸກຢ່າງແມ່ນຢູ່ໃນສະ​ພາບທີ່ດີ. ແຕ່ສະພາບການຢຸດ ແລະເລີ່ມຄືນທີ່ພວກເຮົາໄດ້ຜ່ານຜ່າຕະຫຼອດມາ ກໍຄືດັ່ງທີ່ທ່ານຮູ້ເນາະ ແມ່ນຍາກຫຼາຍ. ໂດຍສະເພາະ, ສຳລັບພະນັກງານຂອງສະໜາມບິນ. ປົກກະຕິພວກເຮົາຈະມີ 20,000 ຄົນເຮັດວຽກຢູ່ສະໜາມບິນ. ຂ້າພະເຈົ້າຄິດວ່າ ມີສອງສາມເທື່ອທີ່ພວກເຮົາ​ເອົາແຕ່ 500 ຄົນເຫລື​ອໄວ້​ເຮັດ​ວຽກ​ເທົ່າ​ນັ້ນ. ສະນັ້ນ, ມັນໄດ້ສົ່ງຜົນກະ​ທົບໜັກຫຼາຍຕໍ່ທຸກຄົນເຫລົ່ານັ້ນເປັນ​ການ​ສະ​ເພາະ.”

ການຄວບຄຸມເຂດຊາຍແດນພາຍໃນ ແມ່ນຍັງຄົງມີຢູ່ໃນຫຼາຍພາກສ່ວນຂອງ ອອສເຕຣເລຍ. ຕົວ ຢ່າງເຊັ່ນ ຜູ້ທີ່ອາໄສຢູ່ໃນນະຄອນ ຊິດນີ ແລະ ແມລເບິນ ແມ່ນສາມາດທີ່ຈະເດີນທາງໄປນະຄອນ ຫຼວງ ປາຣີ ຂອງ ຝຣັ່ງ ໄດ້ຢ່າງມີອິດສະຫຼະ ແຕ່ໄປນະຄອນເພີດໃນລັດ ອອສເຕຣເລຍຕາເວັນຕົກ ບໍ່​ໄດ້.

ບັນດານັກເດີນທາງຈາກລັດ ນິວ ຊາວ ແວລສ໌ ແລະ ວິກຕໍເຣຍ, ເຊິ່ງໄດ້ ເປັນຈຸດສູນກາງຂອງການລະບາດສາຍພັນແດລຕ້າ ນັ້ນ, ແມ່ນສາມາດເດີນທາງໄປລັດ ອອສເຕຣເລຍຕາເວັນຕົກ ໄດ້ ດ້ວຍການໄດ້​ຮັບ​ໃບ​ອະ​ນຸຍາດ​ເປັນ​ກໍ​ລະ​ນີຍົກເວັ້ນທົ່ານັ້ນ ແລະ ຕ້ອງໄດ້ສັກຢາສອງເຂັມ. ບັນດາເຈົ້າ ໜ້າທີ່ລັດ ຄວີນສແລນ ມີແຜນທີ່ຈະຫຼຸດຜ່ອນຂໍ້​ເກືອດຫ້າມຢູ່ເຂດຊາຍແດນພາຍໃນຂອງເຂົາເຈົ້າໃນວັນທີ 17 ທັນວາຈະ​ມາ​ເຖິງນີ້.

ອອສເຕຣເລຍ ໄດ້ກວດພົບໄວຣັສໂຄໂຣນາ 170,000 ກໍລະນີໃນລະຫວ່າງ ​ທີ່​ມີໂຣກລະບາດຢູ່ນີ້. ປະຊາຊົນ 1,700 ຄົນໄດ້ເສຍຊີວິດ. ປະຊາຊົນ ອອສເຕຣເລຍ ຫຼາຍກວ່າ 77 ເປີເຊັນ ແມ່ນໄດ້ສັກຢາຢ່າງຄົບຖ້ວນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG