ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ອອສເຕຣເລຍ ພິຈາລະນາຂໍ້ຕົກລົງການຄ້າຂ້າມມະຫາສະມຸດປາຊິຟິກ ຫຼື TPP ໂດຍປາດສະຈາກ ສະຫະລັດ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ກ່າວຕໍ່ບັນດານັກຂ່າວ.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ກ່າວຕໍ່ບັນດານັກຂ່າວ.

ບັນດາ​ຜູ້​ຊ່ຽວຊານ​ອອສ​ເຕຣ​ເລຍ ມີ​ຄວາມ​ເຫັນແບ່ງ​ແຍກ​ກັນ ​ກ່ຽວ​ກັບວ່າຂໍ້​ຕົກລົງ​ການ​ຄ້າ
​ທີ່ໃຫຍ່ທີ່​ສຸດ​ໃນ​ໂລກ ຈະ​ສາມາດ​ຢູ່​ລອດ​ຊີວິດຫລື​ບໍ່ ​ໂດຍປາດ​ສະ​ຈາກ​ສະຫະລັດ. ປະທາ
ນາທິບໍດີ​ທີ່​ຖືກ​ເລືອກໃໝ່ ທ່ານ Donald Trump ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ຖ​ອນ​ໂຕ
ອອກ​ຈາກຂໍ້​ຕົກລົງ​ພາ​ຄືຂ້າມ​ມະຫາ​ສະມຸດ ປາຊີ​ຟິກຫຼື TPP ​ໃນ​ມື້​ທຳ​ອິດ ທີ່​ທ່ານ​ໄດ້​ເຂົ້າ
ຮັບ​ຕຳ​ແໜ່​ງ​. ຂໍ້​ຕົກລົງ​ທີ່​ປະກອບ​ດ້ວຍສະຫະລັດ ອອສ​ເຕຣ​ເລຍ ​ແລະ​ປະ​ເທດອື່ນໆ​ ອີກ​ສິບປະ​ເທດ. Phil Mercer ມີ​ລາຍ​ງານ​ຈາ​ກນະຄອນ Sydney ຊຶ່ງ​ກິ່ງ​ສະຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານ.

ທ່ານ Donald Trump ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ​ຕໍ່ຂໍ້​ຕົກລົງ​ພາຄີ​ຂ້າມ​ມະ ຫາ​ສະມຸດປາ​ຊີ​ຟິກ ຫລື TPP ​ໂດຍ​ຖືວ່າ​ເປັນ​ຂໍ້​ຕົກລົງ​ທີ່ເຮັດໃຫ້​ມີ​ການ​ສູນ​ເສຍ​ວຽກ ​ແລະ​ໄດ້ກ່າວ​ວ່າ ​ຈະ​ລົບ​ລ້າງ​ຂໍ້ຕົກລົງ ທີ່​ມີ​ການສະ​ເໜີ​ໄປ​ແລ້ວນີ້ ​ເວລາ​ທ່ານ​ໄດ້​ເປັນ​ປະທານາທິບໍດີ​ສະຫະ​ລັດ ​ໃນ​ເດືອນ​ມັງ​ກອນ​ຈະ​ມາ​ເຖິງ​ນີ້. ທ່ານ Trump ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ເຈລະຈາ​ຂໍ້​ຕົກລົງ​ການ​ຄ້າສອງ​ຝ່າຍ​ແທນ ຊຶ່ງຈະ “​ນຳ​ເອົາ​ວຽກ​ການກັບ​ຄືນ​ມາໃຫ້​ຊາວ​ອາ​ເມຣິກັນ​ອີກ.”

ຂໍ້​ຕົກລົງ TPP ​ໄດ້​ເຊັນ​ໂດຍ 12 ປະ​ເທດ​ໃນ​ຕົ້ນ​ປີ​ນີ້ ​ແລະ​ກວມ​ເອົາ 40 ​ເປີ​ເຊັນ​ຂອງ​ເສດ
ຖະກິດ​ໂລກ. ​ກ່ອນ​ທີ່​ຈະ​ມີ​ຜົນ​ບັງຄັບ​ໃຊ້​ນັ້ນ ຂໍ້​ຕົກລົງ​ນີ້ຕ້ອງ​ໄດ້​ຮັບ​ການ​ໃຫ້ສັດຕະຍາບັນ
ພາຍໃນ​ເດືອນ​ກຸມພາ ປີ 2018 ​ແຕ່​ວ່າ​ຍັງ​ມີ​ຄວາມ ​ເຫັນ​ຂັດ​ແຍ້​ງກັນ​ຢູ່ວ່າ ຂໍ້​ຕົກລົງ​ນີ້ຈະ​ດຳ​ເນີນ​ຕໍ່​ໄປ​ໄດ້​ຫຼືບໍ່​ຖ້າ​ສະຫະລັດ​ຫາກ​ຖອນ ​ໂຕ​ອອກ.

ນາຍົກລັດຖະມົນຕີຍີ່ປຸນ ​ທ່ານ Shinzo Abe ກ່າວ​ວ່າ ​ຂໍ້​ຕົກລົງນີ້ ​ຈະ “ບໍ່​ມີ​ຄວາມໝາຍ
ຫຍັງ” ຖ້າປາດ​ສະ​ຈາກ​ສະຫະລັດ. ບັນດາ​ນັກວິ​ເຄາະ​ຈຳນວນ​ນຶ່ງ​ໃນ​ອອສ​ເຕຣ​ເລຍ​ເຫັນ​ພ້​ອມກັບ​ເລື້ອງ​ດັ່ງກ່າວ ໂດຍ​ໂຕ້​ຖຽງ​ວ່າ ຂໍ້​ຕົກລົງ TPP ​ແມ່ນສ້າງ​ຂຶ້ນ​ມາ ​ຫ້ອມ​ລ້ອມຂໍ້​ຕົກ
ລົງ​ລະຫວ່າງຍີ່ປຸ່ນ ​ແລະ​ສະຫະລັດ ​ແລະ​ຖ້າ​ຫາກ​ສະຫະລັດ​ຖອນ​ອອກ​ໄປ ຂໍ້​ຕົກລົງການ​ຄ້ານີ້ກໍ​ຈະ​ພັງ​ທະລາ​ຍ​ລົງ.

​ແຕ່​ທ່ານ Tim Harcourt ນັກ​ເສດຖະສາດ​ຢູ່ໂຮງຮຽນ​ທຸລະ​ກິດ ຂອງມະຫາ​ວິ ທະຍາໄລ New South Wales ​ເຊື່ອ​ວ່າ ​ຂໍ້​ຕົກລົງນີ້​ ອາດໄດ້​ຮັບ​ການ​ຟື້ນຟູ ໂດຍ​ຈີນ.

ທ່ານ Harcourt ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ນ້ອຍໆ ​ເສດຖະກິດທີ່​ເປີດ​ກວ້າງ ​ຄື​ດັ່ງ​ຫວຽດ
ນາມ ​ເປຣູ ຊີ​ເລ ບັນດາ​ເສດຖະກິດ​ເຫລົ່າ​ນັ້ນ ແມ່ນຄົງ​ຕົວ​ຢູ່​ໄດ້​ເປັນ​ຢ່າງ​ດີ ​ຈາກຂໍ້​ຕົກ
ລົງ​ການ​ຄ້າ​ເສລີ​ເຫລົ່ານີ້. ມັນ​ອາດ​ເປັນ​ຍີ່ປຸ່ນ ​ແລະ​ສະຫະລັດ ຜູ້​ທີ່​ອາດ​ຈະ ດັ່ງ​ທີ່ທ່ານ​ຮູ້ ຢ່າງ​ນ້ອຍ​ກໍເປັນ​ທີ່​ກະຕືລືລົ້ນຂອງ​ເສດຖະກິດ​ທັງ​ໝົດ. ​ເຂົາ​ເຈົ້າ​ມີ​ທັງ​ໝົດ​ ຈະ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກສະພາ​ຂອງ​ເຂົາ​ເຈົ້າ ​ແລະ​ເຂົາ​ເຈົ້າ​ທັງ​ໝົດ​ຕ້ອງ​ເຫັນ​ພ້ອ​ມນຳ​ກັນ ​ແຕ່​ມັນ​ອາດ​ເປັນ​ໄປ​ໄດ້​ທີ່​ຈີນອາດຈະສ້າງ ຕັ້ງ​ບາງ​ຢ່າງຂຶ້ນ​ມາ ​ທີ່​ທຽບ​ເທົ່າ​ກັບ ​ຂໍ້​ຕົກລົງ TPP ທີ່​ຈີນເປັນ​ຜູ້​ຄວບ​ຄຸມ​ ​ແລະ​ນັ້ນ​ອາດຈະ​ບໍ່ເປັນ​ຜົນ​ດີ​ສຳລັບ​ສະຫະລັດ.”

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Malcolm Turnbull ກ່າວ​ໃນ​ຕົ້ນ​ອາ ທິດ​ນີ້​ວ່າ ທ່ານຫວັງ​ວ່າ ທ່ານ Trump ອາດຈະ​ປ່ຽນ​ໃຈ ​ແລະ​ຮັບ​ເອົາຂໍ້​ຕົກລົງ TPP ຫລື​ວ່່າ​ຂໍ້​ຕົກ
ລົງນີ້​ອາດ​ຈະ​ລອດ​ໄດ້ ໃນຮູບ​ແບບທີ່​ມີ​ການ​ດັດແປງ​ເພື່ອ​ໃຫ້ ​ເປັນ​ທີ່​ຖືກ​ໃຈຂອງ​ປະທາ
ນາທິບໍດີສະຫະລັດທີ່​ໄດ້​ຮັບ​ເລືອກ​ໃໝ່. ສ່ວນ New Zealand ​ໄດ້​ສະ​ເໜີ​ໃຫ້​ມີການ​ເຈ
​ລະ​ຈາກັນ​ຄືນ​ອີ​ກກ່ຽວກັບຂໍ້​ຕົກ​ລົງນີ້ ຊຶ່ງ​ບາງ ທີອາດ​ບໍ່​ມີສະຫລັດຮວມຢູ່​ນຳ.

ບັນດາ 12 ປະ​ເທດ​ຂອງຂໍ້​ຕົກລົງ TPP ມີ​ພົນລະ​ເມືອງ​ຮວມກັນ​ແລ້ວປະມານ 800 ລ້ານ​ຄົນ ​ເກືອບ​ສອງ​ເທົ່າຂອງສະຫະພາບຢູ​ໂຣບ ທີ່​ເປັນຕະຫລາດ​ດຽວ.

ບັນດາ​ປະ​ເທດ​ທີ່ລົງ​ນາມ​ອື່ນໆ​ກໍມີບຣູ​ໄນ ກາ​ນາ​ດາ ມາ​ເລ​ເຊຍ ​ເມັກ​ຊິ​ໂກ​ແລະ ​ສິງກະ​ໂປ. ຂໍ້​ຕົກລົງ​ດັ່ງກ່າວ​ແມ່ນໄດ້​ແນ​ເປົ້າໝາຍໃສ່​ການ​ເສີມ​ຄວາມ​ເຂັ້ມ​ແຂງ ​ໃນ​ຄວາມ​ສຳພັນ
ດ້ານ​ເສດຖະກິດ ລະຫວ່າງ​ບັນດາ​ປະ​ເທດ​ເຫລົ່າ​ນີ້ ແລະ​ຕັດ​ພາສີ. ບັນດາ​ຜູ້​ຕິ​ຕຽນຕໍ່​ຂໍ້​ຕົກລົງ TPP ຢູ​ໃນ​ສະຫະລັດ​ກ່າວ​ວ່າ ມັນ​ຂາດ​ຄວາມ​ໂປ່​ງ​ໃສແລະ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່ປະ​ເທດ​ອື່ນໆ​ໃນ​ຂະນະ​ທີ່​ສ້າງ​ຄວາມ​ເສຍຫາຍ ​ໃຫ້​ແກ່ວຽກການ​ເຮັດ​ຢູ່​ໃນ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG