ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕເລຍ ຈະພິຈາລະນາ ສະເໜີບ່ອນລີ້ໄພ ໃຫ້ຜູ້ປະທ້ວງ ຮົງກົງ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ກ່າວຄຳປາໄສໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຮ່ວມ ກັບນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ, ນະຄອນ ຊິດນີ, ອອສເຕຣເລຍ. 28 ກຸມພາ, 2020.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ກ່າວຄຳປາໄສໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຮ່ວມ ກັບນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ, ນະຄອນ ຊິດນີ, ອອສເຕຣເລຍ. 28 ກຸມພາ, 2020.

ລັດຖະບານ ອອສເຕຣເລຍ ແມ່ນກຳລັງພິຈາລະນາທີ່ສະເໜີວີຊາລີ້ໄພໃຫ້ຊາວຮົງກົງ ລຸນຫຼັງການກຳນົດກົດໝາຍຮັກສາຄວາມປອດໄພແຫ່ງຊາດ ແບບກວາດລ້າງຂອງ ຈີນ. ລັດຖະບານ ອອສເຕຣເລຍ ກ່າວວ່າ ເຂົາເຈົ້າຮູ້ສຶກກະທົບກະເທືອນໂດຍຄວາມຄືບໜ້າດັ່ງກ່າວໃນ ຮົງກົງ ແລະ ໄດ້ຮັບການຮ້ອງຂໍຈາກ ອັງກິດ ໃຫ້ຊ່ວຍແບກຫາບພາລະ ຖ້າມັນມີການພົບພະຍົບຢ່າງກວ້າງຂວາງອອກຈາກເຂດແດນດັ່ງກ່າວ. ການເຄື່ອນໄຫວທີ່ວ່ານັ້ນໄດ້ຖືກຕຳໜິວິຈານຢ່າງຮຸນແຮງຈາກ ຈີນ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ,​ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ອັງກິດ ໄດ້ຂໍ ອອສເຕຣເລຍ ແລະ ຄູ່ຮ່ວມພັນທະມິດຫ້າຕາ ຫຼື Five Eyes Alliance ຂອງເຂົາເຈົ້າຄື ປະເທດ ການາດາ, ນິວ ຊີແລນ ແລະ ສະຫະລັດ ສຳລັບການຊ່ວຍເຫຼືອ ຖ້າປະຊາຊົນຖືກບັງຄັບໃຫ້ໜີອອກຈາກ ຮົງກົງ. ສະຫະຣາຊະອານາຈັກ ກ່າວວ່າ ເຂົາເຈົ້າຈະສະເໜີການຂໍລີໄພໃຫ້.

ປະຊາຊົນ ຮົງກົງ ທີ່ຢ້ານກົວ ກ່ຽວກັບ ການປະຫັດປະຫານທາງການເມືອງ ແມ່ນສາມາດຍື່ນສະ ໝັກຂໍການປົກປ້ອງພາຍໃຕ້ໂຄງການມະນຸດສະທຳທີ່ມີຢູ່ຂອງ ອອສເຕຣເລຍ ໄດ້ແລ້ວ. ບັນດາສະ ມາຊິກສະພາລັດຖະບານຫຼາຍ ທ່ານໃນນະຄອນຫຼວງ ແຄນເບີຣາ ແມ່ນໄດ້ຄັດຄ້ານຢ່າງຮຸນແຮງ ຕໍ່ການປາບປາມຜູ້ປະທ້ວງຂອງລັດຖະບານ ປັກກິ່ງ.

ນາຍົກລັດຖະມົນຕີ ທ່ານ ສກັອດ ມໍຣິສສັນ ກ່າວວ່າແຜນການຕັ້ງຖິ່ນຖານໃໝ່ ແມ່ນກຳລັງຖືກຮ່າງຂຶ້ນ.

ທ່ານ ສກັອດ ມໍຣິສສັນ ກ່າວວ່າ “ພວກເຮົາກຳລັງພິຈາລະນາມັນຢ່າງຂະຫຍັນຂັນແຂງ ແລະ ມັນມີຂໍ້ສະເໜີຕ່າງໆທີ່ຂ້າພະເຈົ້າໄດ້ຂໍໃຫ້ເຮັດຂຶ້ນເມື່ອຫຼາຍອາທິດຜ່ານມາແລ້ວ, ແລະ ການດັດແກ້ຄັ້ງສຸດທ້າຍຈະຖືກກຳນົດໃສ່ໃນນັ້ນ ແລະ ມັນກໍຈະຖືກພິຈາລະນາໂດຍຄະນະລັດຖະບານ ເພື່ອສະ ໜອງໂອກາດທີ່ຄ້າຍຄືກັນໃຫ້ ແລະ ພວກເຮົາຄິດວ່າມັນສຳຄັນ ແລະ ສອດຄ່ອງກັນຫຼາຍກັບຜູ້ທີ່ ເຮົາເປັນດັ່ງກັບປະຊົນຜູ້ນຶ່ງ.”

ໃນປີ 2015, ອອສເຕຣເລຍ ໄດ້ອອກວີຊາສຸກເສີນໃຫ້ປະຊາຊົນ 12,000 ຄົນທີ່ຫຼົບໜີຈາກຄວາມຂັດແຍ້ງໃນ ຊີເຣຍ.

ທ່ານ ບິນ ລິນ, ອາຈານສອນ ກ່ຽວກັບ ກົດໝາຍ ຈີນ ຢູ່ມະຫາວິທະຍາໄລ ຊິດນີ, ກໍຢາກຈະທຳການເຄື່ອນໄຫວທີ່ຄ້ານຄືກັນເພື່ອຊ່ວຍເຫຼືອ ຮົງກົງ.

ປັກກິ່ງ ໄດ້ຕຳໜິວິຈານ ອອສເຕຣເລຍ ສຳລັບການແຊກແຊງໃນບັນຫາພາຍໃນຂອງເຂົາເຈົ້າ.

ກົດໝາຍຮັກສາຄວາມປອດໄພໃໝ່ຂອງ ຈີນ ສຳລັບ ຮົງກົງ ຈະເຮັດໃຫ້ເຂົ ເຈົ້າລົງໂທດຜູ້ປະທ້ວງໄດ້ງ່າຍຂຶ້ນ ແລະ ຫຼຸດຜ່ອນການປົກຄອງຕົນເອງຂອງເມືອງດັ່ງກ່າວ. ມັນມີໂທດຂັງຄຸກຕະຫຼອດຊີ ວິດ ສຳລັບອາຊະຍາກຳ ກ່ຽວກັບ ການແບ່ງແຍກດິນແດນ, ການກໍ່ການຮ້າຍ ແລະ ການສົມຮູ້ຮ່ວມ ຄິດກັບກຳລັງຕ່າງປະເທດ. ໂຄສົກສະຖານທູດ ຈີນ ຄົນນຶ່ງໃນນະຄອນຫຼວງ ແຄນເບີຣາ ກ່າວວ່າ ກົດໝາຍທີ່ວ່ານັ້ນຈະເປັນປະໂຫຍດໃຫ້ ຮົງກົງ.

ການສ້າງກົນໄກພິເສດ ກ່ຽວກັບ ຕັ້ງຖິ່ນຖານໃໝ່ສຳລັບຜູ້ຂໍລີ້ໄພຈາກ ຮົງກົງ ຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ອອສເຕຣເລຍ ກັບ ຈີນ ຮຸນແຮງຂຶ້ນ, ເຊິ່ງແມ່ນຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດຂອງເຂົາ ເຈົ້າ.

ການອອກປາກອອກສຽງຮຽກຮ້ອງສຳລັບການສືບສວນສາກົນຂອງ ອອສເຕຣເລຍ ກ່ຽວກັບ ຕົ້ນກຳເນີດຂອງໂຣກລະບາດ ໂຄວິດ-19, ເຊິ່ງໄດ້ເກີດຂຶ້ນທຳອິດໃນເມືອງ ວູຮານ ນັ້ນ, ໄດ້ເຮັດໃຫ້ຈີນ ໂກດແຄ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG