ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ຂອງປະເທດ ເຄືອຈັກກະພົບ ອັງກິດ


ພະລາຊີນີ Elizabeth ແຫ່ງອັງກິດຊົງໃຫ້ພະລາດຊະໂອວາດ ໃນພິທີເປີດກອງປະຊຸມສຸດຍອດປະເທດໃນເຄືອ ຈັກກະພົບອັງກິດ ທີ່ອອສເຕຣເລຍ (28 ຕຸລາ 2011)
ພະລາຊີນີ Elizabeth ແຫ່ງອັງກິດຊົງໃຫ້ພະລາດຊະໂອວາດ ໃນພິທີເປີດກອງປະຊຸມສຸດຍອດປະເທດໃນເຄືອ ຈັກກະພົບອັງກິດ ທີ່ອອສເຕຣເລຍ (28 ຕຸລາ 2011)

ພວກຜູ້ນຳຈາກສິບກວ່າປະເທດ ຊຶ່ງຄັ້ງນຶ່ງເຄີຍມີຄວາມສຳພັນກັບອະດີດມະຫາອານາຈັກ
ອັງກິດນັ້ນ ໄດ້ໄປເຕົ້າໂຮມກັນທີ່ປະເທດອອສເຕຣເລຍ ເພື່ອປຶກສາຫາລືກ່ຽວກັບບັນຫາ
ຕ່າງໆ ເຊັ່ນເລື່ອງສິດທິມະນຸດແລະການສືບທອດລາດຊະບັນລັງຂອງອັງກິດເປັນຕົ້ນ.

ໄດ້ມີການຕ້ອນຮັບ ພວກຜູ້ນຳຂອງປະເທດຕ່າງໆ ດ້ວຍພິທີລ້າງສວ່າຍຫຼືທຳຄວາມສະອາດ
ຕາມປະເພນີຂອງຊົນເຜົ່າພື້ນເມືອງ Aborigines ຂະນະທີ່ພວກທ່ານເດີນທາງໄປເຖິງເພື່ອ ເຂົ້າຮ່ວມພິທີເປີດກອງປະຊຸມປະມຸກລັດຖະບານ 54 ປະເທດແຫ່ງເຄືອຈັກກະພົບອັງກິດທີ່
ເມືອງ Perth ໃນພາກຕາເວັນຕົກຂອງອອສເຕຣເລຍ.

ກອງປະຊຸມສຸດຍອດເປັນເວລາ 3 ມື້ດັ່ງກ່າວນີ້ ມີຂຶ້ນທ່າມກາງທີ່ມີຄວາມວິຕົກກັງວົນກ່ຽວ ກັບສະພາບຂອງຄວາມສຳພັນກັນຢູ່ໃນເຄືອຈັກກະພົບອັງກິດໃນສັດຕະວັດທີ 21.

ພະລາຊີນີ Elizabeth ແຫ່ງອັງກິດ ຊົງກ່າວຕໍ່ພວກຜູ້ນຳຂອງປະເທດຕ່າງໆໃນການໃຫ້
ພະລາດຊະໂອວາດໃນພິທີເປີດກອງປະຊຸມໂດຍໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາກຳລັງວັງ
ຊາໃໝ່ມາສູ່ເຄືອຈັກກະພົບ.

ນາຍົກລັດຖະມົນຕີອອສເຕຣ ເລຍທ່ານນາງ Julia Gillard ໄດ້ຮຽກຮ້ອງໃຫ້ບັນດາຄູ່
ຕຳແໜ່ງຂອງທ່ານນາງເຮັດໃຫ້ການປະຊຸມກັນໃນປີນີ້ເປັນສິ່ງສຳຄັນທີ່ຢູ່ໃນຄວາມຊົງຈຳ
ເພື່ອໃຫ້ທິດທາງທີ່ຈຳເປັນແກ່ເຄືອຈັກກະພົບອັງກິດໃນເວລາທີ່ໂລກພວມປະເຊີນກັບສະ ພາບທີ່ບໍ່ແນ່ນອນແລະມີຄວາມສ່ຽງນັ້ນ.

ພວກຜູ້ນຳຂອງເຄືອຈັກກະພົບ ຈະປຶກສາຫາລືກັນ ກ່ຽວກັບບັນຫາຕ່າງໆເຊັ່ນການປ່ຽນ
ແປງຂອງດິນຟ້າອາກາດ ການມີອັດຕາສູງຂອງພວກເຈົ້າສາວເດັກນ້ອຍ ຢູ່ໃນຫຼາຍໆປະ
ເທດຂອງເຄືອຈັກກະພົບແລະກົດໝາຍທີ່ໃຫ້ພວກຮັກຮ່ວມເພດເປັນພວກທີ່ຜິດກົດໝາຍ
ນັ້ນ.

XS
SM
MD
LG