ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາ​ດີ​ນາລ ອອ​ສ​ເຕ​ຣ​ເລຍ ​ຖືກ​ຕັດ​ສິນ​ ມີຄວ​າມ​ຜິດ​​ ຖານລ່ວງ​ລະ​ເມີດ ທາງ​ເພດ ຕໍ່​ພວກ​ເດັກ​ນ້ອຍ


ຄາ​ດີ​ນາລອອ​ສ​ເຕ​ຣ​ເລຍ ທ່ານ​ຈອຣ໌​ຈ ແພ​ລ ມາ​ເຖິງ​ສານ​ສານ​ ​ນະ​ຄອນ​ແມ​ລ​ເບີນ ອອ​ສ​ເຕ​ຣ​ຍ​ເລຍ ໃນ​ທີ 26 ກຸ​ມ​ພາ 2019.
ຄາ​ດີ​ນາລອອ​ສ​ເຕ​ຣ​ເລຍ ທ່ານ​ຈອຣ໌​ຈ ແພ​ລ ມາ​ເຖິງ​ສານ​ສານ​ ​ນະ​ຄອນ​ແມ​ລ​ເບີນ ອອ​ສ​ເຕ​ຣ​ຍ​ເລຍ ໃນ​ທີ 26 ກຸ​ມ​ພາ 2019.

ຄາ​ດີ​ນາລອອ​ສ​ເຕ​ຣ​ເລຍ ທ່ານ​ຈອຣ໌​ຈ ແພ​ລ ຊຶ່ງ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ສຸດ​ ຂອງ ສາ​ສະ​
ໜາ​ຄາ​ໂທ​ລິກ ໄດ້​ຖືກ​ຕັດ​ສິນ​ວ່າ ມີຄວ​າມ​ຜິດ ໃນ​ການ​ລ່ວງ​ລະ​ເມີດ ທາງ​ເພດ​ຕໍ່​ພວກ
ເດັກ​ນ້ອຍນັ້ນ ໄດ້​ຖືກ​ສັ່ງ​ໃຫ້​ເຂົ້າ​ຄຸກ.

ຄາ​ດີ​ນາລ ແພ​ລ​ ໄດ້​ຖືກຄວບ​ຄຸມ​ໂຕ ​ໃນ​ວັນ​ພຸດ​ມື້​ນີ້ ລະ​ຫວ່າງ​ການດຳ​ເນີນ​ຄະ​ດີ​ຮັບ​ຟັງ
​ຄຳ​ໃຫ້​ການ ກ່ອນ​ການຕັດ​ສິນ​ລົງ​ໂ​ທດ ຢູ່​ທີ່ສານ​ນະ​ຄອນ​ແມ​ລ​ເບີນ ຫຼັງ​ຈາກ​ຜູ້​ພິ​ພາກ​
ສາ​ໄດ້​ປະ​ຕິ​ເສດ​ການ​ປະ​ກັນ​ໂຕ​ຂອງ​ທ່ານ.

ຄະ​ນະຕຸ​ລາໃນການດຳ​ເດີນ​ຄະ​ດີ​ຂອງ​ທ່ານ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານ​ນີ້ວ່າ ຕົນ
ໄດ້​ພົບ​ເຫັນ​ວ່າ ທ່ານ​ແພ​ລ ອາ​ຍຸ 77 ປີ ມີ​ຄວາມ​ຜິດ​ຢູ່​ຫ້າ​ກະທົງ ທີ່​ພົວ​ພັນ​ກັບ​ການ​ລວນ
​ລາມ​ທາງ​ເພດ ​ຕໍ່​ພວກ​ເດັກ​ນ້ອ​ຍຮ້ອງ​ເພງສອງ​ຄົນ ຢູ່​ທີ່ພະ​ວິ​ຫານ​ ແຊນແພຕ​ຣິກ ໃນ​ປີ
1996 ໃນ​ຂະ​ນະ​ທີ່​ຮັບ​ໃຊ້ເປັນພະ​ສັງ​ຄະ​ລາດ ຂອງສັງ​ຄະ ມົນ​ທົນນະ​ຄອນ​ແມ​ລເບີນ. ​

ຄະ​ນະຕຸ​ລາ​ການ​ໄດ້​ຕັດ​ສິນ​ໃນ​ເດືອນ​ກັນ​ຍາ ແຕ່​ວ່າ​ການ​ຕັດ​ສິນ​ໄດ້ບັນ​ລຸ​ການ​ຕົກລົງ​
ກ່ຽວກັບ​ຄຳ​ຕັດ​ສິນໃນ​ເດືອນ​ທັນ​ວາ ແຕ່​ຄຳ​ຕັດ​ສິນ​ດັ່ງ​ກ່າວ​ໄດ້​ຖືກ​ປິດ​ໄວ້​ພາຍ​ໃຕ້​ຄຳ​ສັ່ງ
​ທີ່​ເຄັ່ງ​ຄັດ​ທີ່​ໄດ້​ວາງ​ໄວ້ ​ໂດຍ​ຜູ້​ພິ​ພາກ​ສາ​ ເພື່ອປ້ອງ​ກັນ​ບໍ່​ໃຫ້​ລາຍ​ລະ​ອຽດ​ໃດໆ​ມີ​ການ
​ຮົ່ວ​ໄຫລ. ທ່ານ​ແພ​ລຍັງປະ​ເຊີນ​ໜ້າ​ການ​ດຳ​ເນີນ​ຄະ​ດີກ່ຽວ​ກັບການ​ກ່າວຫາ​ອື່ນໆໃນ​
ການລວນ​ລາມ​ທາງ​ເພດ ທີ່​ຢ້ອນ​ຄືນ​ໄປ ​ໃນ​ເວ​ລາ​ທີ່​ທ່ານ​ຍັງເປັນ​ຄຸນ​ພໍ່ໜຸ່​ມ​ຢູ່​ນັ້ນ ​ທີ່​
ເມືອງ​ບາ​ລ​ລາ​ຣັ​ຕ ຊຶ່ງ​ເປັນ​ບ້ານ​ເກີດ​ຂອງ​ທ່ານ ແຕ່​ບັນ​ດາ​ໄອ​ຍະ​ການ​ ໄດ້​ປະປ່ອຍການ
​ກ່າວ​ຫາ​ເຫລົ່າ​ນັ້ນ ໃນ​ວັນ​ອັງ​ຄານ​ວານ​ນີ້. ທ່ານ​ແພ​ລ ​ປະ​ເຊີນ​ໜ້າ​ກັບການ​ຕິດ​ຄຸກ​ 50
ປີ ໃນ​ຂໍ້​ກ່າວ​ຫາເຫຼົ່າ​ນີ້. ໄອ​ຍະ​ການ​ຈະ​ປະ​ກາດ​ການ​ລົງ​ໂທດ​ໃນ​ວັນ​ທີ 13 ມີ​ນາ​ຈະ
​ມາ​ເຖິງ​ນີ້.

ທ່ານ​ແພ​ລ​ໄດ້​ຮັບ​ໃຊ້​ ໃນ​ນາມເປັນ​ນາຍ​ຄັງ​ຂອງວາ​ຕີ​ກັນ ແລະ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ
ນັບ​ແຕ່​ປີ 2014 ແຕ່​ໄດ້​ອອກ​ໄປ​ພັກ​ຜ່ອນ​ນັບ​ແຕ່​ປີ 2016 ຫຼັງ​ຈາກ​ທ່ານ​ຖືກ​ພົບ​ເຫັນ​ວ່າ
ມີ​ຄວາມ​ຜິດ. ໂຄ​ສົກ​ວັງມາ​ຕີ​ກັນ ທ່ານ​ອາ​ແລ​ຊ​ຊານ​ໂດ​ຣ ຈີ​ໂຊ​ຕ​ຕີ ກ່າວ​ວ່າ ຫ້າ​ສະ​ໄໝ​
ຂອງ​ການ​ເປັນ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ຂອງ​ທ່ານ​ແພ​ລ ໄດ້​ໝົດ​ກຳ​ນົດ​ລົງ ​ໃນ​ໃນ​ເດືອນ
​ນີ້. ທ່ານ​ແພ​ລ​ ຍັງ​ໄດ້​ຖືກ​ຍົກ​ຍ້າຍ​ ອອກ​ຈາກ​ສະ​ພາ​ ​ທີ່ໃຫ້​ການ​ປຶກ​ສາ​ຢ່າງ​ໃກ້ຊິດແກ່
​ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG