ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ປະທະກັບ ຈີນ ກ່ຽວກັບ ການເຜິຍແຜ່ ຮູບພາບປອມແປງ ອາຊະຍາກຳສົງຄາມ ລົງໃນສື່ສັງຄົມ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ປະກົດຕົວຢູ່ໃນກອງປະຊຸມຜ່ານທາງວິດີໂອ ຈາກສະຖານທີ່ກັກຕົວກວດໂຣກຂອງທ່ານ ໃນລະຫວ່າງການຕອບຄຳຖາມຢູ່ສະພາຕໍ່າ. 30 ພະຈິກ, 2020. (AAP Image/Pool, Alex Ellinghausen/via Reuters)
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ປະກົດຕົວຢູ່ໃນກອງປະຊຸມຜ່ານທາງວິດີໂອ ຈາກສະຖານທີ່ກັກຕົວກວດໂຣກຂອງທ່ານ ໃນລະຫວ່າງການຕອບຄຳຖາມຢູ່ສະພາຕໍ່າ. 30 ພະຈິກ, 2020. (AAP Image/Pool, Alex Ellinghausen/via Reuters)

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ໄດ້ຮຽກຮ້ອງໃຫ້ ຈີນ ລຶບຂໍ້ຄວາມໂຈມຕີໃນທວິດເຕີທີ່ກ່າວຫາ ກ່ຽວກັບ ອາຊະຍາກຳສົງຄາມໃນປະເທດ ອັຟການິສຖານ. ຮູບພາບທີ່ຖືກຕັດຕໍ່ປາກົດວ່າໄດ້ສະແດງໃຫ້ເຫັນທະຫານ ອອສເຕຣເລຍ ຄາດຕະກຳເດັກນ້ອຍຄົນນຶ່ງ. ມັນໄດ້ຖືກເຜີຍແຜ່ໂດຍກະຊວງການຕ່າງປະເທດ ຈີນ, ແລະ ລຸນຫຼັງລາຍງານເມື່ອອາທິດທີ່ຜ່ານມາ ທີ່ໄດ້ພົບເຫັນກອງກຳລັງພິເສດ ອອສເຕຣເລຍ ໄດ້ທຳການສັງຫານຄົນ ອັຟການິສຖານ ຢ່າງຜິດກົດ ໝາຍ 39 ຄົນ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຮູບພາບດັ່ງກ່າວແມ່ນມີຄວາມບໍ່ເປັນມິດ. ມັນຖືກເຜີຍແຜ່ໂດຍໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ຫຼີຈ້ຽນ ສາວ ແລະ ໄດ້ສະແດງໃຫ້ເຫັນຮູບພາບທີ່ຖືກຕັດຕໍ່ ເຊິ່ງໄດ້ພັນລະນາໃຫ້ເຫັນທະ ຫານ ອອສເຕຣເລຍ ຈັບມີດທີ່ເຕັມດ້ວຍເລືອດຢູ່ຂ້າງເດັກນ້ອຍຄົນນຶ່ງ. ເດັກນ້ອຍຄົນນັ້ນແມ່ນເຫັນຈັບໂຕແກະຢູ່. ຂໍ້ຄວາມທີ່ຂຽນຢູ່ກ້ອງຮູບອ່ານວ່າ: ບໍ່ຕ້ອງຢ້ານ, ພວກເຮົາເຮົາມາເພື່ອນຳເອົາສັນຕິ ພາບມາສູ່ເຈົ້າ.”

ສື່ມວນຊົນ ອອສເຕຣເລຍ ໄດ້ລາຍງານວ່າ ຮູບພາບທີ່ເອົາລົງໃນທວິດເຕີນັ້ນ ປາກົດວ່າຈະອ້າງເຖິງຂ່າວລື ທີ່ບໍ່ໄດ້ຖືກພິສູດວ່າທະຫານລະດັບສູງຂອງ ອອສເຕຣເລຍ ໄດ້ໃຊ້ມີດເພື່ອຄາດຕະກຳເດັກ ນ້ອຍໄວລຸ້ນ ອັຟການິສຖານ. ການສືບສວນ ກ່ຽວກັບ ການປະພຶດຜິດໂດຍກອງກຳລັງພິເສດບໍ່ໄດ້ພົບເຫັນຫຼັກຖານ ເພື່ອສະໜັບສະໜູນຂ່າວລືທີ່ວ່ານັ້ນ.

ແນວໃດກໍຕາມ, ເຂົາເຈົ້າໄດ້ພົບເຫັນ “ຫຼັກຖານທີ່ໜ້າເຊື່ອຖືໄດ້” ກ່ຽວກັບ ການເຂັ່ນຂ້າທີ່ຜິດກົດ ໝາຍໂດຍກອງກຳລັງ ອອສເຕຣເລຍ ໃນ ອັຟການິສຖານ ລະຫວ່າງປີ 2005 ແລະ 2016.

ອາທິດແລ້ວນີ້ ທ່ານ ສາວ ໄດ້ກ່າວວ່າ ຈີນ “ໄດ້ກ່າວປະນາມ” ການກະທຳຂອງທະຫານຢ່າງແຮງ ແລະ ວ່າການສືບສວນສີ່ປີ “ໄດ້ເປີດໂປງຄວາມຫຼອກ ລວງ ກ່ຽວກັບ ສິດທິມະນຸດ ແລະ ເສລີພາບ ທີ່ບັນດາປະເທດຕາເວັນຕົກພວກນີ້ມັກກ່າວຢໍ້າ.”

ຮູບພາບປອມແປງດັ່ງກ່າວທີ່ຖືກເອົາລົງເຜີຍແຜ່ທາງອອນໄລນ໌ ໄດ້ເຮັດໃຫ້ ອອສເຕຣເລຍ ໂມໂຫ.

ນາຍົກລັດຖະມົນຕີ ສກັອດ ມໍຣິສສັນ ກ່າວວ່າ “ລັດຖະບານ ຈີນ ຄວນລະ ອາຍໃຈຕົນເອງ ກ່ຽວ ກັບ ພາບທີ່ວ່ານີ້. ມັນໄດ້ເຮັດໃຫ້ເຂົາເຈົ້າຕົກຕໍ່າໃນສາຍຕາຂອງໂລກ. ອອສເຕຣເລຍ ຢາກໄດ້ຄຳຂໍໂທດຈາກກະຊວງການຕ່າງປະເທດຂອງ ຈີນ ຈາກລັດຖະບານ ຈີນ ສຳລັບການເຜີຍແຜ່ພາບທີ່ຮຸນແຮງນີ້. ພວກເຮົາກໍຢາກໃຫ້ເອົາມັນອອກໃນທັນທີ ແລະ ກໍໄດ້ຕິດຕໍ່ກັບ ທວິດເຕີ ເພື່ອເອົາມັນອອກໃນທັນທີ. ມັນແມ່ນພາບປອມແປງ ແລະ ຄຳເວົ້າວ່າທີ່ບໍ່ດີຫຼາຍ.”

ສາຍພົວພັນລະຫວ່າງສອງປະເທດດັ່ງກ່າວແມ່ນໄດ້ເຢັນຊາຢູ່ແລ້ວ ຍ້ອນການ ກ່າວຫາ ກ່ຽວກັບ ຈີນ ແຊກແຊງເຂົ້າໃນບັນຫາພາຍໃນຂອງ ອອສເຕຣເລຍ, ການສອດແນມທາງຄອມພິວເຕີ ແລະ ທັດສະນະຄະດີທີ່ບໍ່ເຫັນພ້ອມ ກ່ຽວກັບ ການຂະຫຍາຍກອງທັບ ປັກກິ່ງ ໃນທະເລຈີນໃຕ້ ແລະ ປະ ຊາທິປະໄຕໃນ ຮົງກົງ. ການຮຽກຮ້ອງໃຫ້ໂລກສືບສວນສອບສວນ ກ່ຽວກັບ ຕົ້ນກຳເນີດຂອງໄວ ຣັສໂຄໂຣນາສາຍພັນໃໝ່ຂອງລັດຖະບານ ແຄນເບີຣາ, ເຊິ່ງຖືກກວດພົບຄັ້ງ ທຳອິດໃນ ຈີນ ນັ້ນ, ໄດ້ເຮັດໃຫ້ລັດຖະບານ ຈີນ ບໍ່ພໍໃຈ. ເຂົາເຈົ້າໄດ້ຢຶນຢັນວ່າ ອອສເຕຣເລຍ ໄດ້ແນເປົ້າໃສ ຈີນ ຢ່າງບໍ່ຍຸຕິທຳ.

ປັດຈຸບັນນີ້ ຈີນ ປາກົດວ່າຈະໃຊ້ການຄ້າເພື່ອກົດດັນ ອອສເຕຣເລຍ. ອາທິດທີ່ຜ່ານມາ, ຈີນ ຍັງໄດ້ກຳນົດການຫ້າມຕ່າງໆໃສ່ສິນຄ້າກະສິກຳອື່ນໆ ແລະ ຖ່ານ ຫີນຈາກ ອອສເຕຣເລຍ.

ບັນດານັກວິເຄາະກ່າວວ່າ ຄວາມຂັດແຍ້ງ ກ່ຽວກັບ ພາບປອມແປງທີ່ຖືກເຜີຍແຜ່ໂດຍເຈົ້າໜ້າທີ່ ຈີນ ໃນທວິດເຕີ ມີແຕ່ຈະເຮັດໃຫ້ຄວາມເຄັ່ງຕຶງຮຸນແຮງຂຶ້ນຕື່ມ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG