ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອອສ​ເຕຣ​ເລຍ ອ້າງວ່າ ມີການສໍ້ລາດບັງຫຼວງ ໃນການດຳເນີນຄະດີ ນັກໂທດຄ້າຢາເສບຕິດ 2 ຄົນ


ທ່ານ Todung Mulya Lubis ທະນາຍຄວາມ ຂອງນັກໂທດຊາວອອສ​ເຕຣ​ເລຍ 2 ຄົນ ທ້າວ Myuran Sukumaran ແລະ ທ້າວ Andrew Chan ທີ່ກຳລັງປະເຊີນໜ້າກັບ ການປະຫານຊີວິດ ກ່າວຖະແຫລງຕໍ່ ບັນດານັກຂ່າວ ຢູ່ທີ່ທ່າເຮືອ Wijayapura ໃນເມືອງ Cilacap ຂອງ ເກາະຈາວາກາງ ປະເທດອິນໂດເນເຊຍ, ວັນທີ 27 ເມສາ 2015.
ທ່ານ Todung Mulya Lubis ທະນາຍຄວາມ ຂອງນັກໂທດຊາວອອສ​ເຕຣ​ເລຍ 2 ຄົນ ທ້າວ Myuran Sukumaran ແລະ ທ້າວ Andrew Chan ທີ່ກຳລັງປະເຊີນໜ້າກັບ ການປະຫານຊີວິດ ກ່າວຖະແຫລງຕໍ່ ບັນດານັກຂ່າວ ຢູ່ທີ່ທ່າເຮືອ Wijayapura ໃນເມືອງ Cilacap ຂອງ ເກາະຈາວາກາງ ປະເທດອິນໂດເນເຊຍ, ວັນທີ 27 ເມສາ 2015.

ໃນ​ຄວາມ​ພະຍາຍາມ​ຂັ້ນສຸດ​ທ້າຍ ​ເພື່ອ​ຈະ​ຊ່ວຍ​ນັກ​ໂທດ​ຄ້າ​ຢາ
​ເສບ​ຕິດ 2 ຄົນ ​ໄວ້ຈາກ​ການຖືກ​ປະຫານຊີວິດ​ໂດຍ​ການ​ຍິງ​ເປົ້າ
ຢູ່​ໃນ​ອິນ​ໂດ​ເນ​ເຊຍນັ້ນ ກະຊວງ​ການ​ຕ່າງປະ​ເທດ​ ຂອງ
ອອສ​ເຕຣ​ເລຍ ​ໄດ້ຂໍ​ຮ້ອງ​ໄປ​ຍັງ Jakarta ໃຫ້ໂຈະການ​ປະຫານ
​ຊີວິດ ​ໄວ້​ກ່ອນ ຈົນ​ກວ່າຈະ​ມີ​ການ ສືບສວນ​ສອບ​ສວນ ກ່ຽວ​ກັບ
ການ​ກ່າວ​ຫາ​ວ່າ​ ມີ​ການ​ສໍ້​ລາດ​ບັງ​ຫລວງ ​ໃນ​ການ​ດຳ​ເນີນ​ຄະດີ
​ຂອງ​ທາງ​ການອິນ​ໂດ​ເນ​ເຊຍ ນັ້ນ​ເສຍ​ກ່ອນ.

ລັດຖະມົນຕີ​ຕ່າງປະ​ເທດ ອອສ​ເຕຣ​ເລຍ ທ່ານນາງ Julie
Bishop ອ້າງ​ວ່າ ບັນດາຜູ້​ພິພາກສາ​ຄະດີ ​ໄດ້​ຮ້ອງ​ຂໍ ​ເງິນ​ຈຳ​ນວນ
ຫຼາຍສິບ​ພັນ​ດອນ​ລາ ​ເພື່ອ​ທີ່​ຈະ​ຕັດສິນ​ຜ່ອນ​ໂທດ ໃຫ້ນັກ​ໂທດທັງ​ສອງຈຳ​ຄຸກ​ບໍ່​ຮອດ 20 ປີ.

ບັນດາ​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ຊາວ​ອອສ​ເຕຣເລຍ ​ໄດ້​ໃຊ້​ທຸກໆ​ວິທີ​ທາງ ຂອງ​
ການ​ຂໍ​ອຸທອນ​ ຈົນໝົດ​ແລ້ວ.

​ໃນ​ຂະນະ​ດຽວ​ກັນ ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ທ່ານ Joko Widodo ກ່າວ​ໃນ​ວັນ​ຈັນ
​ມື້​ນີ້ ວ່າ ທ່ານ​ຈະ​ປຶກສາ​ຫາລື​ກັບ ລັດຖະມົນຕີ​ຍຸດຕິ​ທຳ ກ່ຽວກັບ​ເລື້ອ​ງທາງດ້ານ​ກົດໝາຍ
ທີ່​ພົວພັນ​ກັບ​ຄະດີ​ ຂອງ​ນັກ​ໂທດ​ປະຫານ​ຊີວິດ ຊາວ​ຟີ​ລິບ​ປິນ ນາງ Mary Jan Veloso.
ຄຳ​ຖະ​ແຫລ​ງນັ້ນ ມີ​ຂຶ້ນ ຫຼັງຈາກ ປະທານາທິບໍດີ​ ຟີ​ລິບ​ປິນ ທ່ານ Benigno Aquino ​ໄດ້​
ພົບ​ປະ​ກັບ ທ່ານ Widodo ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ ASEAN ຢູ່​ໃນ​ນະຄອນຫລວງ
Kuala Lumpur ​ແລະ ​ໄດ້​ຂໍ​ຮ້ອງ​ໃຫ້​ພິຈາລະນາຄະດີ​ດັ່ງກ່າວ ​ເພື່ອ​ດ້ານ​ມະນຸດສະທຳ.

ໃນ​ວັນ​ຈັນ​ມື້​ນີ້ ພວກ​ປະ​ທ້ວງ​ຊາວ​ຟີ​ລິບ​ປິນຫຼາຍສິບ​ຄົນ ​ໄດ້​ເຕົ້າ​ໂຮມ​ກັນ ​ຢູ່​ນອກ​ສະຖານ
ທູດ​ອິນ​ໂດ​ເນ​ເຊຍ ​ໃນ​ນະຄອນຫລວງ​ມາ​ນີລາ ທີ່​ມີການ​ປ້ອງ​ກັນ​ຢ່າງ​ໜາ​ແໜ້ນ ​ເພື່ອ​ຮຽກ
ຮ້ອງ​ໃຫ້ ທ່ານ Widodo ຢຸດຕິ ການ​ປະຫານ​ຊີວິດ ນາງ Veloso.

ພວກ​ນັກ​ໂທດຄ້າ​ຢາ​ເສບ​ຕິດ 10 ຄົນ ​ທີ່ໄດ້​ຮັບ​ແຈ້ງລ່ວງ​ໜ້າ 72 ຊົ່ວ​ໂມງ ວ່າພວກ​ເຂົາ​ເຈົ້າ
​ຈະ​ຖືກ​ປະຫານ​ຊີວິດ​ ​ເມື່ອ​ວັນ​ເສົາ​ຜ່ານ​ມານັ້ນ ອາດ​ຈະ​ຖືກ​ປະຫານ​ຊີວິດ​ ​ໃນຕອນ​ຄ່ຳ​ຄືນ​
ວັນ​ອັງຄານ​ມື້​ອື່ນນີ້ ຢ່າງ​ໄວ​ທີ່​ສຸດ​.

Iindonesia Executions
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG