ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສ​ເຕຣ​ເລຍ ​ບອກວ່າ ການ​ນາບ​ຂູ່ ຂອງທ່ານ ຮຸນເຊນ​ ທີ່ຈະ​ທໍາຮ້າຍ ​ພວກ​ປະ​ທ້ວງ​ ເປັນ​ສິ່ງ​ທີ່​ ຮັບ​ເອົາ​ບໍ່​ໄດ້


​ທ່ານ​ຮຸນ​ເຊ​ນ ນາຍົກລັດຖະມົນຕີ​ຂອງ​ກໍາປູ​ເຈຍ ຢືນລໍຖ້າ ເຂົ້າຮ່ວມການສະເຫລີມສະຫລອງ ວັນປະກາດເອກະລາດ ໃນນະຄອນພະນົມເປັນຂອງກໍາປູເຈຍ ໃນວັນທີ 9 ພະຈິກ 2017 ທີ່ຜ່ານມາ.
​ທ່ານ​ຮຸນ​ເຊ​ນ ນາຍົກລັດຖະມົນຕີ​ຂອງ​ກໍາປູ​ເຈຍ ຢືນລໍຖ້າ ເຂົ້າຮ່ວມການສະເຫລີມສະຫລອງ ວັນປະກາດເອກະລາດ ໃນນະຄອນພະນົມເປັນຂອງກໍາປູເຈຍ ໃນວັນທີ 9 ພະຈິກ 2017 ທີ່ຜ່ານມາ.

ລັດຖະບານ​ອອສ​ເຕຣ​ເລຍ ​ໄດ້​ບອກ​ທ່ານ​ຮຸນ​ເຊ​ນ ນາຍົກລັດຖະມົນຕີ​ຂອງ​
ກໍາປູ​ເຈຍວ່າ ການ​ນາບ​ຂູ່​ວ່າ​ ຈະ​ທໍາຮ້າຍ​ພວກ​ປະ​ທ້ວງ ​ໃນ​ເວລາ​ທີ່​ທ່ານ​ໄປ
​ຢ້ຽມຢາມ​ປະເທດ​ດັ່ງກ່າວໃນ​ເດືອນ​ນີ້​ເປັນ​ສິ່ງ​ທີ່​ຍອມຮັບ​ເອົາ​ບໍ່​ໄດ້ ​ໃນ​ຂະນະ
​ທີ່​ຄວາມ​ໂກດ​ແຄ້ນ​ກ່ຽວກັບຄໍາ​ນາບ​ຂູ່​ນີ້ ເພີ້ມທະວີ​ຂຶ້ນ.

​ໃນ​ອາທິດ​ແລ້ວນີ້ ທ່ານ​ຮຸນ​ເຊ​ນ​ໄດ້​ນາບ​ຂູ່​ວ່າ ທ່ານ​ຈະ​ຖອນ​ໂຕ​ອອກ​ຈາກ
ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ​ລະຫວ່າງ​ອອສ​ເຕຣ​ເລຍ ຖ້າ​ຫາກ​ທ່ານ​ບໍ່​ໄດ້​ຮັບ​
ຄວາມ​ເຄົາລົບນັບຖື​ຢ່າງ​ພຽງພໍ ​ແລະ​ທ່ານ​ຈະ​ໄລ່​ນໍາ​ຕີ​ຜູ້​ໃດກໍ​ຕາມ​ທີ່​ຈູ​ດ​ຫຸ່ນ
ຂອງ​ທ່ານ ຈົນ​ເຖິງບ້ານ​ເຖິງ​ເຮືອນ​ຂອງ​ເຂົາ​ເຈົ້າ.

ສະມາຊິກ​ຂອງພັກ​ແຮງງານ​ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ທັງ​ສອງ​ສະພາ​ຂອງ
ອອສ​ແຕຣ​ເລຍ ເປັນພວກ​ນຶ່ງ​ໃນ​ຈໍານວນນັກ​ການ​ເມືອງ ທີ່​ໄດ້​ເຂົ້າຮ່ວມ ​ໃນ
ພວກ​ທີ່​ປະນາມຄໍາ​ເຫັນ​ດັ່ງກ່າວ​ ຂອງ​ທ່ານ​ຮຸນ​ເຊ​ນ ທີ່ມີ​ຈໍານວນ​ນັບມື້ ນັບ​
ຫລາຍ​ຂຶ້ນັ້ນ.

​ໃນ​ນັ້ນລວມມີ ທ່ານ​ມາກ ​ເດຣຟັສ (Mark Dreyfus) ​ສະມາຊິກ​ຂອງ​ພັກ
ແຮງງານ​ຂອງ​ລັດຖະບານ​ກາງ ປະ​ຈໍາ​ສະພາ ທີ່​ໄດ້​ບອກ​ໃຫ້​ຄະນະ​ສະມາ
ຊິກ​ສະພາ​ຕໍ່າຂອງ​ອອສ​ເຕຣ​ເລຍວ່າ ​ທ່ານ "ຈະ​ຢືນ​ເບິ່ງ​ບໍ່​ໄດ້​ເມື່ອ​ທ່ານ​ຮຸນ
​ເຊ​ນ ນາບ​ຂູ່​ວ່າ ຈະ​ທໍາຮ້າຍ​ສະມາຊິກ​ຂອງປະຊາ​ຄົມກໍາປູ​ເຈຍ-ອອສ​ເຕຣ​
ເລຍ," ​ໂດຍ​ໄດ້​ໃຫ້​ຄໍາໝັ້ນສັນຍາ​ວ່າ​ ຈະອອກສຽງຄັດຄ້ານ ຕໍ່ສິ່ງ​ທີ່​ທ່ານ​
ເດຣຟັສ (Dreyfus) ​ເວົ້າວ່າ ​ເປັນ​ການລະ​ເມີດ​ສິດທິ​ມະນຸ​ດຂອງ​ທ່ານ​ນາ​ຍົກ​
ລັດຖະມົນຕີ​ດັ່ງກ່າວ.

ທ່ານ​ເວົ້າວ່າ "ອອສ​ເຕຣ​ເລຍ​ມີ​ປະຫວັດ​ໃນ​ການສະ​ແດງ​ອອກ​ຄວາມ​ມັກ​ຮັກ​
ທາງ​ການ​ເມືອງ​ທີ່ໜ້າພູມ​ໃຈ ​ແລະເມື່ອທ່ານຮຸນ​ເຊ​ນ ​ນາ​ຍົກ​ລັດຖະມົນຕີ
ຂອງ​ກໍາປູ​ເຈຍ ນາບ​ຂູ່​ວ່າ ​ຈະໄລ່​ຕີ​ຊາວ​ອອສ​ເຕຣ​ເລຍ ທີ່​ທໍາ​ການ​ປະ​ທ້ວງ​
ການ​ຢ້ຽມຢາມ​ຂອງ​ທ່ານ ​ໃນ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດຂອງ​ອາຊ່ຽນ ​
ໃນ​ນະຄອນ​ຊິດ​ນັ້ນ...ທ່ານ​ຖືກ​ປະນາມ​ຢ່າງ​ຖືກຕ້ອງ ​ໂດຍ​ຊາວອອສ​ເຕຣ​ເລຍ
ຫລາຍໆພັນ​ຄົນ ຢູ່​ໃນ ​ແລະ​ຢູ່​ນອກປະຊາ​ຄົມກໍາປູ​ເຈຍ-ອອສ​ເຕຣ​ເລຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG