ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງ ອອສເຕຣເລຍ ແລະ ກຳປູເຈຍ ຈະຕິດຄຸກ ປີເຄິ່ງ ຖານຕັ້ງສູນ ຮັບອຸ້ມທ້ອງ


ຊາວອອສເຕຣເລຍ ນາງ Tammy Davis-Charles, ຂວາ, ໄດ້ຖືກກ່າວຫາວ່າ ດຳເນີນທຸລະກິດ ບໍລິກການຮັບອຸ້ມທ້ອງ, ຜູ້ທີ່ພະຍາຍາມປິດບັງໜ້າຕາ ໃນຂະທີ່ ເຂົ້າໄປໃນສານເທດສະບານ ນະຄອນພະນົມເປັນ ປະເທດກຳປູເຈຍ, ວັນທີ 17 ກໍລະກົດ 2017.
ຊາວອອສເຕຣເລຍ ນາງ Tammy Davis-Charles, ຂວາ, ໄດ້ຖືກກ່າວຫາວ່າ ດຳເນີນທຸລະກິດ ບໍລິກການຮັບອຸ້ມທ້ອງ, ຜູ້ທີ່ພະຍາຍາມປິດບັງໜ້າຕາ ໃນຂະທີ່ ເຂົ້າໄປໃນສານເທດສະບານ ນະຄອນພະນົມເປັນ ປະເທດກຳປູເຈຍ, ວັນທີ 17 ກໍລະກົດ 2017.

ແມ່ຍິງຊາວອອສເຕຣເລຍຄົນນຶ່ງ ແລະ ເພື່ອນຮ່ວມງານ ຊາວກຳປູເຈຍ ສອງຄົນ
ຈະຖືກຄຸກ ເປັນເວລາ 18 ເດືອນ ໃນຖານ ດຳເນີນການບໍລິການ ສູນຮັບອຸ້ມທ້ອງ
ຢູ່ໃນກຳປູເຈຍ.

ນາງ Tammy Davis-Charles ໄດ້ຖືກຕັດສິນລົງໂທດ ໃນວັນພະຫັດມື້ນີ້ ໃນສານ
ແຫ່ງນຶ່ງ ໃນນະຄອນຫຼວງພະນົມເປັນ ພ້ອມກັນກັບ ເພື່ອຮ່ວມງານ ຊາວກຳປູເຈຍ
ສອງຄົນ ຫຼັງຈາກທີ່ນາງ ໄດ້ຖືກຈັບ ແລະ ຄຸມຂັງ ມາໄດ້ເກົ້າເດືອນ​ແລ້ວ.

ທັງສາມຄົນ ໄດ້ເປັນຜູ້ປະສານງານ ລະຫວ່າງ ພວກແມ່ຍິງ ທ້ອງຖິ່ນ ກັບ ຄູ່ສົມລົດ
ຊາວຕ່າງຊາດ ສ່ວນໃຫຍ່ແລ້ວ ແມ່ນຈາກປະເທດອອສເຕຣເລຍ ຜູ້ທີ່ຢາກຈະໄດ້ລູກ.
ພວກຄູ່ສົມລົດ ໄດ້ຈ່າຍເງິນ ຈຳນວນ ຫຼາຍເຖິງ 50,000 ໂດລາ ໃຫ້ ນາງ Davis-
Charles ​ໃນການບໍລິການຂອງນາງ ດ້ວຍການວ່າຈ້າງ ແມ່ຍິງທີ່ຈະມາເປັນຄົນອຸ້ມ
ທ້ອງໃຫ້ແກ່ຄູ່ສົມລົດ ຊຶ່ງຈະໄດ້ຮັບເງິນ 10,000 ໂດລາ.

ນາງ Davis-Charles ແລະ ຊາວກຳປູູເຈຍ ສອງຄົນ ຍັງໄດ້ຖືກກ່າວຫາວ່າ ປອມ​ແປງ
ເອກກະສານ.

​ເຂດເອເຊຍຕາເວັນສຽງໃຕ້ ໄດ້ກາຍເປັນຈຸດໝາຍປາຍທາງ ທີ່ນິຍົມຊົມຊອບ ສຳລັບ
ພວກທີ່ຢາກໄດ້ລູກ ຢູ່ຕ່າງປະເທດ ຍ້ອນວ່າ ຄ່າໃຊ້ຈ່າຍນັ້ນ ແມ່ນຕ່ຳຫຼາຍກວ່າ
ປະເທດອື່ນໆ. ແຕ່ປະເທດໄທ ໄດ້ຫ້າມການກະທຳດັ່ງກ່າວ ຫຼັງຈາກ ມີການກ່າວຫາ
ວ່າ ມີການຂູດຮີດເອົາເງິນ ຫຼາຍຄັ້ງຜ່ານມາ ແລະ ກຳປູເຈຍ ກໍໄດ້ອອກຄຳ​ສັ່ງຫ້າມ
ເຊັ່ນດຽວກັນ ໃນປີກາຍນີ້.

ການຄ້າດັ່ງກ່າວ ໄດ້ຫັນປ່ຽນໄປຍັງປະເທດເພື່ອນບ້ານ ເຊັ່ນວ່າ ລາວ ຊຶ່ງຍັງບໍ່ທັນຫ້າມ
ການກະທຳດັ່ງກ່າວ ຫຼື ຈຳກັດທຸລະກິດການຮັບອຸ້ມທ້ອງ ເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG