ເມື່ອ 3 ປີຜ່ານມາ ພວກຜູ້ນໍາທະຫານມຽນມາໄດ້ທໍາການທັບມ້າງຢ່າງໂຫດຫ້ຽມຕໍ່ພວກປະທ້ວງທີ່ຮຽກຮ້ອງໃຫ້ທໍາການປະຕິຮູບຢ່າງສັນຕິ ໄປສູ່ລະບອບປະຊາທິປະໄຕ. ການເດີນຂະບວນປະທ້ວງໄປຕາມຖະໜົນຫົນທາງສາຍຕ່າງໆ ພາຍໃຕ້ການນໍາພາຂອງພວກພະສົງໄດ້ດຶງດູດເອົາປະຊາຊົນຫລາຍໝື່ນຄົນເຂົ້າຮ່ວມນໍາ ກ່ອນຖືກກອງທັບມຽນມາເຂົ້າປາບປາມນັ້ນ.
ພວກສົ່ງເສີມປະຊາທິປະໄຕໃນອອສເຕຣເລຍ ກ່າວວ່າ ລັດຖະບານກຸງແຄນເບີຣາຈະຕ້ອງເອົາທ່າທີທີ່ໜັກແໜ້ນແຂງຂັນຂຶ້ນກ່ວາເກົ່າ ໃນການ ປະນາມຕໍ່ການຮາວີລົບກວນແລະການຈັບກຸມຄຸມຂັງພວກຕົວຕັ້ງຕົວຕີ ເພື່ອສິດທິມະນຸດ ທີ່ຍັງດໍາເນີນຢູ່ຕໍ່ມາໃນມຽນມານັ້ນກ່ອນການເລືອກຕັ້ງແຫ່ງຊາດ ທີ່ຈະມີຂຶ້ນໃນເດືອນພະຈິກໜ້ານີ້.
ເຂົາເຈົ້າຢືນຢັດວ່າ ພວກລັດຖະມຸນຕີຈະຕ້ອງຖະແຫລງອອກມາວ່າ ການເລືອກຕັ້ງຂອງມຽນມາ ຈະບໍ່ໄດ້ຮັບການພິຈາລະນາວ່າ ຖືກຕ້ອງຕາມກົດໝາຍ ນອກຈາກວ່າພວກນັກໂທດການເມືອງທັງໝົດ ຮວມທັງທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍນິຍົມປະຊາທິປະໄຕ ໄດ້ຖືກປ່ອຍໂຕ ແລະກົດໝາຍລັດຖະທໍາມະນຸນໄດ້ຮັບການທົບທວນຄືນເບິ່ງ ແລະການຈຳກັດຮັດແຄບໃນການໂຄສະນາຫາສຽງເລືອກຕັ້ງ ຖືກຍົກເລີກເສຍກ່ອນ.
ອອສເຕຣເລຍໄດ້ຮຽກຮ້ອງຊໍ້າແລ້ວຊໍ້າອີກ ໃຫ້ທາງການມຽນມາເລີ້ມທໍາການປະຕິຮູບດ້ານການເມືອງ ແລະສ້າງຄວາມປອງດອງຊາດຢ່າງແທ້ຈິງ. ນັບແຕ່ເດືອນຕຸລາປີ 2007 ເປັນຕົ້ນມາ ລັດຖະບານກຸງແຄນເບີຣາ ໄດ້ຈັດຕັ້ງປະຕິບັດການລົງໂທດ ທີ່ແນເປົ້າໝາຍໃສ່ພວກສະມາ ຊິກຂອງລັດຖະບານມຽນມາ ຫລັງຈາກລັດຖະບານດັ່ງກ່າວໄດ້ທໍາການຕອບໂຕ້ຢ່າງຮຸນແຮງ ຕໍ່ພວກປະທ້ວງຢ່າງສັນຕິນັ້ນ.
ທ່ານນາງ Zetti Brake ໂຄສົກອົງການ ປຸກລະດົມເພື່ອມຽນມາ ປະຈໍາອອສເຕຣເລຍ ກ່າວວ່າ ອອສເຕຣເລຍຈະຄວນດໍາເນີນການຫລາຍຂຶ້ນ ເພື່ອສົ່ງເສີມໃຫ້ມີການປະຕິຮູບໄປ ສູ່ລະບອບປະຊາທິປະໄຕຢ່າງແທ້ຈິງ ຢູ່ໃນມຽນມ້ານັ້ນ. ທ່ານນາງ Brake ກ່າວຕື່ມວ່າ :
"ເວລາຜ່ານມາໄດ້ສາມປີແລ້ວ ແລະໂຊກຮ້າຍແທ້ໆ ທີ່ສະຖານະການດ້ານສິດທິມະນຸດ ຍັງບໍ່ທັນໄດ້ປັບປຸງໃຫ້ດີຂຶ້ນແຕ່ຢ່າງໃດ ນັບຕັ້ງແຕ່ມີການປະຕິວັດຜ້າເຫລືອງ ຫລືການປະຕິວັດຂອງພະສົງ ເປັນຕົ້ນມາ. ຈໍານວນນັກໂທດການເມືອງໄດ້ເພີ້ມຂຶ້ນສອງເທົ່າ ຊຶ່ງນີ້ກໍຄືຕົວຢ່າງອັນນຶ່ງທີ່ບົ່ງບອກວ່າ ສະຖານະການໄດ້ຮ້າຍ ແຮງຂຶ້ນກວ່າເກົ່າແບບໃດ ແລະການເລືອກຕັ້ງທີ່ຈະມີຂຶ້ນ ໃນເດືອນພະຈິກ ຊຶ່ງເປັນຄັ້ງທຳອິດໃນຮອບ 20 ປີນັ້ນ ກໍຈະບໍ່ພາໃຫ້ສະພາບການນີ້ ປ່ຽນແປງໄດ້. ສະນັ້ນ ສິ່ງທີ່ພວກເຮົາຮຽກຮ້ອງໃຫ້ລັດຖະບານອອສເຕຣເລຍເຮັດ ກໍຄືວ່າໃຫ້ເອົາທ່າທີ ທີ່ແຂງແຮງກວ່າທີ່ຜ່ານມາ ຕໍ່ການເລືອກຕັ້ງນັ້ນ ແລະໃຫ້ເວົ້າ ອອກມາວ່າ ການເລືອກຕັ້ງຄັ້ງນີ້ຈະບໍ່ເປັນທີ່ເຊື່ອຖືໄດ້ ຫລືມີຄວາມຖືກຕ້ອງຊອບທໍາ ຕາບໃດທີ່ບໍ່ມີການປະຕິບັດລ່ວງໜ້າ ຕາມມາດຕະຖານຈຳນວນນຶ່ງ ທີ່ຝ່າຍຂະບວນການປະ ຊາທິປະໄຕໄດ້ວາງອອກນັ້ນ ແລະມາດຕະຖານເຫລົ່ານີ້ ລວມມີທັງການປ່ອຍນັກ ໂທດການເມືອງທັງໝົດ ໃຫ້ເປັນອິດສະລະ."
ກະຊວງການຕ່າງປະເທດແລະການຄ້າອອສເຕຣເລຍ ກ່າວວ່າ ເຖິງແມ່ນຕົນ “ມີຄວາມຮູ້ສຶກສົງໄສແລະບໍ່ແນ່ໃຈມາເປັນເວລາດົນນານກໍຕາມ ແຕ່ຕົນກໍບໍ່ຢາກ “ຕັດສິນລ່ວງໜ້າ ກ່ຽວກັບການດໍາເນີນຂັ້ນຕອນການເລືອກຕັ້ງຫລືຜົນຂອງການເລືອກຕັ້ງນັ້ນ.”
ອອສເຕຣເລຍມີສາຍພົວພັນທາງການທູດກັບມຽນມາ ແຕ່ສາຍພົວພັນ ສອງຝ່າຍໄດ້ຕົກຢູ່ໃນສະພາບເຄັ່ງຕຶງ ຍ້ອນຄວາມເປັນຫ່ວງຂອງກຸງແຄນເບີຣາ ກ່ຽວກັບການປາບປາມປະຊາທິ ປະໄຕ ແລະການບໍ່ເຄົາລົບນັບຖືສິດທິມະນຸດຂອງພວກທະຫານນັ້ນ.
ນີວຊີແລນ ກໍເປັນອີກປະເທດນຶ່ງໃນບັນດາຫລາຍໆປະເທດ ທີ່ໃຫ້ການສະໜັບສະໜຸນແກ່ການຈັດຕັ້ງຄະນະກໍາມາທິການສອບສວນຂອງສະຫະປະຊາຊາດຂຶ້ນມາ ເພື່ອທໍາການສອບສວນສືບສວນກ່ຽວກັບອາຊະຍາກໍາຕ້ານມະນຸດຊາດຕ່າງໆຢູ່ໃນມຽນມາ ຕາມທີ່ມີການກ່າວ ຫານັ້ນ. ຝຣັ່ງ ການາດາ ແລະເນເທີແລນ ກໍໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະໃຫ້ການສະໜັບ ສະໜຸນເຊ່ນກັນ ໃນຂະນະທີ່ການຄັດຄ້ານຂອງນາໆຊາດ ຕໍ່ຄະນະນໍາພາທະຫານໃນມຽນ ມາເພີ່ມທະວີຂຶ້ນນັບມື້ ກ່ອນການເລືອກຕັ້ງແຫ່ງຊາດໃນເດືອນພະຈິກ ຈະມາເຖິງນີ້.