ທ່ານ Kevin Rudd ລັດຖະມົນຕີຕ່າງປະເທດອອສເຕຣເລຍກ່າວວ່າ ທ່ານມີຄວາມສົງໄສຫລາຍທີ່ສຸດ ກ່ຽວກັບການເລືອກຕັ້ງໃນມຽນມາທີ່ ຈະມີຂຶ້ນໃນໄວໆນີ້ ອັນເປັນການເລືອກຕັ້ງຄັ້ງທໍາອິດໃນປະເທດດັ່ງກ່າວ ໃນຮອບ 2 ທົດສະວັດຜ່ານມາ.
ໃນຖະແຫລງການທີ່ນໍາອອກເປີດເຜີຍໃນວັນອາທິດມື້ນີ້ ທ່ານ Kevin Rudd ຊຶ່ງເປັນອະ
ດີດນາຍົກລັດຖະມົນຕີອອສເຕຣເລຍ ກ່າວວ່າ ການເລືອກຕັ້ງກໍາລັງດໍາເນີນໄປພາຍໃຕ້
ກົດໝາຍການເລືອກຕັ້ງທີ່ບໍ່ຍຸຕິທໍາທີ່ວາງຂໍ້ຈໍາກັດຮັດແຄບຢ່າງເຂັ້ມງວດ ຕໍ່ພັກການເມືອງ
ຕ່າງໆ.
ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ພົບປະກັບນາ ຍົກລັດຖະມົນຕີ
Thein Sein ຂອງມຽນມາ ທີ່ຫວຽດນາມ ແລະໄດ້ຮຽກຮ້ອງໃຫ້ທ່ານຮັບປະກັນໃຫ້ການ
ເລືອກຕັ້ງດໍາເນີນໄປຢ່າງໂປ່ງໃສ ແລະຮວມເອົາທຸກພັກຝ່າຍ ໃນປະເທດທີ່ປົກຄອງໂດຍ
ທະຫານນັ້ນ.
ຖະແຫລງການຈາກສະຫະປະຊາຊາດເວົ້າວ່າ ທ່ານເລຂາທິການໃຫຍ່ ຍັງໄດ້ເນ້ນເຖິງຄໍາຮຽກຮ້ອງຂອງທ່ານ ທີ່ຢາກໃຫ້ມີການປ່ອຍໂຕພວກນັກໂທດການເມືອງທັງໝົດ ແລະໃຫ້ຍົກເລີກຂໍ້ຈໍາກັດຮັດແຄບຕ່າງໆຕໍ່ທ່ານນາງອອງຊານຊູຈີ ຜູ້ສົ່ງເສີມລະບອບປະຊາທິປະໄຕໃນມຽນມາທີ່ກໍາລັງຖືກກັກບໍລິເວນ ໃຫ້ຢູ່ແຕ່ໃນບ້ານເຮືອນຢູ່ນັ້ນ.
ທ່ານ Nyan Win ລັດຖະມົນຕີຕ່າງປະເທດມຽນມາ ໄດ້ກ່າວຫວ່າງ ໄວໆມານີ້ວ່າ ທ່ານນາງອອງຊານຊູຈີອາດຈະຖືກປ່ອຍໃຫ້ເປັນອິດສະ ລະ ບໍ່ດົນຫລັງຈາກການປ່ອນບັດເລືອກຕັ້ງໃນວັນທີ 7 ພະຈິກ ເດືອນໜ້ານີ້.
ລັດຖະບານມຽນມາບໍ່ຍອມອະນຸຍາດໃຫ້ພວກນັກສັງເກດການເລືອກຕັ້ງ ຫລືສື່ມວນຊົນ
ຕ່າງປະເທດ ເຂົ້າໄປໃນປະເທດເພື່ອໄປຕິດຕາມເບິ່ງ ການເລືອກຕັ້ງ ຊຶ່ງໄດ້ຖືກຕໍາໜິຕິ
ຕຽນວ່າເປັນການເລືອກຕັ້ງແບບຈອມປອມ ທີ່ມີວັດຖຸປະສົງເພື່ອເຮັດໃຫ້ການປົກຄອງ
ຂອງທະຫານ ມີໂສມໜ້າພົນລະເຮືອນນັ້ນ.