ທີ່ອອສເຕຣເລຍ ສາວນ້ອຍໄວຣຸ່ນຄົນນຶ່ງ ມີສະຕິອາລົມດີຂຶ້ນ ແຕ່ກໍຍັງຂັວນເສຍຢູ່
ແລະເຈັບຄໍໜ້ອຍນຶ່ງ ໃນວັນພະຫັດມື້ນີ້ ຫຼັງຈາກໄດ້ຜ່ານຜ່າປະສົບປະການທີ່ສະຢອງ
ຂວັນ ຖືກຄົນຮ້າຍເອົາອັນທີ່ເບີ່ງຄືວ່າເປັນລະເບີດນັ້ນ ແຂວນຄໍນາງໄວ້ເຖິງ 10
ຊົ່ວໂມງ.
ຕໍາຫຼວດທີ່ນະຄອນ Sydney ໄດ້ປິດລ້ອມຖະໜົນຫົນທາງ ແລະກໍາລັງຄົ້ນຮື້ຕາມ
ພຸ່ມໄມ້ຕ່າງໆ ເພື່ອຊອກຫາອັນໃດກໍແລ້ວແຕ່ ທີ່ອາດພາໃຫ້ພົບຮ່ອງຮອຍຂອງຜູ້ບຸກ
ລຸກ ທີ່ປິດໜ້າຕົນເອງ ແລ້ວມັດອັນທີ່ເບິ່ງຄືລະເບີດນັ້ນ ແຂວນຄໍສາວນ້ອຍໄວ 18 ປີ
Madeleine Pulver ໃນວັນພຸດວານນີ້.
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard ກ່າວເຖິງເຫດການ
ທີ່ເກີດຂຶ້ນກັບສາວນ້ອຍຄົນນີ້ວ່າ ຄືກັນກັບສາກນຶ່ງຈາກຮູບເງົາ Hollywood.
ພວກຕໍາຫຼວດສາມາດແກ້ລະເບີດອອກຈາກຄໍຂອງນາງໄດ້ກ່ອນເວລາທ່ຽງຄືນວັນພຸດ
ວານນີ້ພຽງເລັກນ້ອຍ. ຫຼັງຈາກທີ່ໄດ້ກວດສອບເບິ່ງຄັກແນ່ແລ້ວ ກໍພົບວ່າມັນ ບໍ່ແມ່ນ
ລະເບີດແທ້ ແລະເປັນພຽງການຫລີ້ນຕະລົກໃຫ້ຢ້ານກົວເທົ່ານັ້ນ.
ຢ່າງໃດກໍຕາມ ຄົນຮ້າຍໄດ້ປະໜັງສືນ້ອຍຮຽກເອົາເງິນ ໄວ້ໃນເຮືອນ ທີ່ຕັ້ງຢູ່ຄຸ້ມ
ຄົນມີຖານະດີໃນ Sydney ນັ້ນ ແລະຕໍາຫຼວດກໍກໍາລັງສຶກສາ ແລະກວດສອບ
ເບິ່ງຢູ່.