ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ພວກ​ຂໍ​ລີ້​ໄພ ຢູ່ອອສເຕຣເລຍ ຍັງສືບຕໍ່ປະທ້ວງ ທີ່ສູນກັກຂັງ ໃນເກາະ Manus


ພາບຈາກວີດີໂອ ຂອງ ວັນທີ 31 ຕຸລາ 2017 ຂອງບໍລິສັດ ກະຈາຍສຽງອອສເຕຣເລຍ ທີ່ສະແດງໃຫ້ເຫັນ ເຖິງການ ປະທ້ວງ ທີ່ສັ່ງໃຫ້ປິດສູນກັກຂັງລົງ ໃນເກາະ Manus ປະເທດ Paua New Guinea.

​ສະຖານະ​ການ​ແມ່ນຍັງ​ຊຸດໂຊມລົງຕື່ມ ​ຢູ່ທີ່​ອະດີດສູນ​ກັກ​ຂັງ​ພວກ​ອົບ​ພະຍົບ ​
ໃນ Papua New Guinea ບ່ອນ​ທີ່ພວກ​ຂໍ​ລີ້​ໄພຫລາຍ​ກວ່າ 600 ຄົນ ຍັງສືບຕໍ່
ພາກັນປະທ້ວງ​ຢູ່​ໃນ​ທີ່​ນັ້ນ ​ເປັນ​ມື້​ທີ 3 ​ແລ້ວ ​ຊຶ່ງເປັນສະຖານະ​ການ​ ທີ່​ອົງການ​
ສະຫະ​ປະຊາ​ຊາດເອີ້ນ​ວ່າ “ເຫດສຸກ​ເສີນ​ທາງ​ດ້ານ​ມະນຸດສະທຳທີ່ກຳລັງເກີດຂຶ້ນ.”

​ໄຟຟ້າ​ແລະ​ນ້ຳ​ໃຊ້ ​ໄດ້​ຖືກ​ຕັດ​ແລ້ວ ​ຢູ່ທີ່ສູນໃນເກາະ Manus ນັບ​ຕັ້ງ​ແຕ່​ວັນ
​ອັງຄານ​ຜ່ານ​ມາ​ ເວລາສູນດັ່ງກ່າວ​ໄດ້​ຖືກ​ປິດ​ລົງ​ຢ່າງ​ເປັນ​ທາງ​ການ ​ແລະ​ຍົກ​ໃຫ້ຢູ່ພາຍໃຕ້ການຄວບ​ຄຸມ​ດູ​ແລ​ຂອງ​ທາງ​ທະຫານ Papua New Guinea. ​
ແຕ່​ພວກ​ຜູ້​ຊາຍບໍ່​ຍອມ​ອອກ​ໜີ​ແລະ​ກັກ​ຂັງ​ພວກ​ເຂົາ​ເຈົ້າ​ຢູ່​ໃນ​ສູນ ​ໂດຍ​ອ້າງ​ວ່າ
ພວກ​ເຂົາ​ເຈົ້າຢ້ານຈະຖືກ​ທຳຮ້າຍ ​ໂດຍ​ປະຊາຊົນໃນ​ທ້ອງ​ຖິ່ນ ຖ້າ​ຫາກ​ວ່າ ພວກ​ເຂົາ​ເຈົ້າຫາກຖືກສົ່ງໄປ​ອາ​ໄສຢູ່ໃນ​ປະຊາ​ຄົມ​ໃກ້ຄຽງ​ນັ້ນ.

​ແຕ່​ວ່າ ອົງການອົບ​ພະຍົບຂອງສະຫະ​ປະຊາ​ຊາດ ກ່າວ​ວ່າ ທີ່ຢູ່ອາ​ໄສ​ໃໝ່​ນັ້ນ
ຍັງ​ບໍ່​ທັນ​ແລ້ວ​ເທື່ອ.

ບັນດາ​ທະ​ນາຍ​ຄວາມ​ຂອງ​ພວກ​ຜູ້​ຊາຍ​ຫຼາຍ​ກວ່າ 600 ຄົນ ​ໄດ້​ຢື່ນ​ຟ້ອງ​ສານ
ສູງ​ສຸດ​ໃນPapua New Guinea ​ເພື່ອຂໍ​ຮ້ອງ ບໍ່ໃຫ້​ປິດ​ສູນ​ດັ່ງກ່າວ ​ເປັນ​ການ
​ຊົ່ວຄາວ.

ນຶ່ງ​ໃນ​ພວກ​ກັກ​ຂັງ ແມ່ນຊາວ​ອີຣ່ານ ​ທີ່​ລະ​ບຸລາວວ່າທ້າວ Behrouz Boochani
ໄດ້ ​ຂຽນ​ລົງ​ໃນ Twitter ວ່າ ພວກ​ອົບ​ພະຍົບ ​ແມ່ນ​ໄດ້​ພາກັນຂຸດ​ຂຸມ​ເລິກ​ລົງ​ໄປ
​ເພື່ອ​ຊອກ​ຫາ​ນ້ຳ. ທ້າວ Boochani ຍັງໄດ້​ຂຽນ​ລົງ​ໃນ Twitter ຕື່ມວ່າ ພວກ​ຜູ້​
ຊາຍ​ບາງ​ຄົນ ​ແມ່ນ​ອ່ອນ​ແຮງ ບໍ່​ສະບາ​ຍຫຼາຍ ຍ້ອນ​ການ​ຂາດ​ອາ​ຫານ​ການ​ກິນ.

ອອສ​ເຕຣ​ເລຍ ​ໄດ້​ມີ​ໝາຍ​ກຳໜົດ​ໃຫ້​ສູນ Manus ປິດ​ລົງ ຫຼັງ​ຈາກ​ທີ່​ສານ​ສູງ​ສຸດຂອງ
Papua New Guinea ​ໄດ້​ຕັດສິນ ​ໃນ​ປີ​ກາຍ​ນີ້ ທີ່​ວ່າ ສູນ​ກັກ​ຂັງ​ດັ່ງກ່າວ​ນີ້ ​ແມ່ນບໍ່
ຖືກຕ້ອງຕາມ​ລັດຖະທຳ​ມະນູນ ​ແລະ​ໄດ້​ລະ​ເມີດ​ສິດ​ເສ​ລິ​ພາບ​ຂອງ​ພວກຖືກ​ກັກ​ຂັງ.

​ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG