ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສ​ເຕຣ​ເລຍ ກ່າວຟ້ອງ​ຊາຍ 2 ຄົນ ​ໃນການປະຕິບັດງານ ຕໍ່ຕ້ານການກໍ່ການຮ້າຍ


ຜູ້​ບັນຊາ​ການ​ຕຳຫລວດ​ແຫ່ງ​ຊາດອອສ​ເຕຣ​ເລຍ ທ່ານ Michael Phelan ກ່າວຖະແຫລງຕໍ່ສື່ຂ່າວ ວ່າ ຊາຍສອງຄົນພົນລະເມືອງຊິດນີ ໄດ້ຖືກຈັບກຸ່ມໂດຍ ທິມປະສົມ ຕໍ່ຕ້ານ ການກໍ່ການຮ້າຍ ໃນນະຄອນຊິດນີ ປະເທດອອສເຕຣເລຍ, ເມື່ອວັນພຸດທີ 24 ທັນວາ 2014.
ຜູ້​ບັນຊາ​ການ​ຕຳຫລວດ​ແຫ່ງ​ຊາດອອສ​ເຕຣ​ເລຍ ທ່ານ Michael Phelan ກ່າວຖະແຫລງຕໍ່ສື່ຂ່າວ ວ່າ ຊາຍສອງຄົນພົນລະເມືອງຊິດນີ ໄດ້ຖືກຈັບກຸ່ມໂດຍ ທິມປະສົມ ຕໍ່ຕ້ານ ການກໍ່ການຮ້າຍ ໃນນະຄອນຊິດນີ ປະເທດອອສເຕຣເລຍ, ເມື່ອວັນພຸດທີ 24 ທັນວາ 2014.

ບັນດາເຈົ້າໜ້າ​ທີ່ອອສ​ເຕຣ​ເລຍ ​ໄດ້​ຈັບ​ກຸມ ​ແລະ ກ່າວຟ້ອງ​ຊາຍ
2 ຄົນ ຊຶ່ງ​ເປັນ​ພາກ​ສ່ວນ ຂອງ​ການສືບສວນ​ສອບ​ສວນ​ຕໍ່ຕ້ານ
ການ​ກໍ່​ການ​ຮ້າຍ​ຢ່າງ​ກວ້າງ​ຂວາງ ໜຶ່ງ​ມື້ຫຼັງຈາກ​ທີ່​ ນາຍົກລັດ
ຖະມົນຕີ Tony Abbott ​ໄດ້​ເຕືອນເຖິງ​ການເພີ້​ມຂຶ້ນຂອງ
“ການ​ຕິດ​ຕໍ່​ກັນ​ລະຫວ່າງ​ພວກ​ກໍ່​ການ​ຮ້າຍ.”

ທ້າວ Sulayman Khalid ​ໄວ 20 ປີ ​ໄດ້​ຖືກກ່າວຟ້ອງ​ໃນ​ວັນ​ພຸດ
​ມື້​ນີ້ ​ໃນ​ຂໍ້​ຫາ “ມີ​ຢູ່ເອກະສານ​ຕ່າງໆ​ໃນ​ຄອບ​ຄອງ​ ທີ່​ແນ​ເພື່ອ​
ອຳນວຍ ຄວາມ​ສະດວກ​ໃນ​ການ​ປະຕິບັດ​ການ​ໂຈມ​ຕີ​ ກໍ່​
ການ​ຮ້າຍ.”
ຊາຍ​ໄວ 21 ປີ​ອີກ​ຄົນ​ໜຶ່ງ ທີ່​ບໍ່ໄດ້ບອກ​ຊື່ນັ້ນ ​ແມ່ນ
​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ ບໍ່​ປະຕິບັດ​ຕາມ​ ຄຳ​ສັ່ງຂອງ​ເຈົ້າໜ້າ​ທີ່​ຕຳຫລວດ.

ການ​ຈັບ​ກຸມ​ຄັ້ງນີ້ ​ແມ່ນ​ພົວພັນ​ກັບ​ການ​ບຸກ​ຈູ່​ໂຈມ​ໂດຍ​ບໍ່​ຮູ້​ໂຕ​ຂອງ​ຕຳ​ຫລວດ ທີ່​ໄດ້​
ປະຕິບັດ​ມາຫຼາຍໆ​ບັ້ນໃນ​ນະຄອນ​ຊິດ​ນີ ​ແລະ​ ບຣິສ​ແບນ ​ເມື່ອ​ເດືອນ​ກັນ​ຍານັ້ນ.
ຈຳນວນ 11 ຄົນ​ທັງ​ໝົດ​ໄດ້​ຖືກ​ຈັບ​ກຸມ ​ໃນ​ການບຸກ​ຈູ່​ໂຈມ​ໂດຍ​ບໍ່​ຮູ້​ໂຕດັ່ງກ່າວນັ້ນ
ມາ​ບັດ​ນີ້​ໄດ້​ຖືກ​ກ່າວ​ຟ້ອງໃນຂໍ້​ຫາ ຄວາມຜິດ​ທີ່ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ.

ຜູ້​ບັນຊາ​ການ​ຕຳຫລວດ​ແຫ່ງ​ຊາດອອສ​ເຕຣ​ເລຍ​ ທ່ານ Michael Phelan ກ່າວ​ວ່າ ​
ເອກະສານ ທີ່​ໄດ້​ຍຶດມາ​ໄດ້​ຈາກ​ທ້າວ Khalid ນັ້ນ “​ເວົ້າ​ໜ້ອຍ​ໜຶ່ງເຖິງ​ເປົ້າໝາຍ​ຕ່າງໆ ຂອງ​ລັດຖະບານທີ່​ເປັນ​ໄປໄດ້​ສູງ” ​ໃນ​ນະຄອນ​ຊິດ​ນີ ຫາກ​ແຕ່​ວ່າ ທ່ານ​ໄດ້​ເນັ້ນວ່າ​ ບໍ່ໄດ້​ເອີ່ຍ​ເຖິງ​ໄ​ລຍະ​ເວລາອັນ​ແນ່ນອນ ສຳ​ຫລັບ​ການ​ໂຈມ​ຕີນັ້ນ.

ທ່ານ Phelan ຍັງ​ເວົ້າ​ອີກ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ​ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ລົບ​ກວນແຜນການ​ຂອງພວກກໍ່​ການ​ຮ້າຍ ທີ່ໄດ້​ວາງ​ເອົາ​ໄວ້​ນັ້ນ.

AUSTRALIA TERROR VOSOT
please wait

No media source currently available

0:00 0:02:01 0:00

XS
SM
MD
LG