ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ວາງເປົ້າໝາຍເພື່ອເຮັດໃຫ້ລະບົບອຸດສາຫະກໍາ ປັບປ່ຽນສະພາບໃນການຕໍ່ຕ້ານການໂຈມຕີທາງໄຊເບີ້ຫຼາຍຂຶ້ນ


ແຟ້ມຮູບ-ການພິມດ້ວຍມື ຢູ່ໃນແປ້ນພິມຂອງຄອມພິວເຕີ້ ໃນນະຄອນລອສ ແອັງເຈລລິສ, ວັນທີ 27 ກຸມພາ 2013.
ແຟ້ມຮູບ-ການພິມດ້ວຍມື ຢູ່ໃນແປ້ນພິມຂອງຄອມພິວເຕີ້ ໃນນະຄອນລອສ ແອັງເຈລລິສ, ວັນທີ 27 ກຸມພາ 2013.

ລັດຖະບານຂອງປະເທດອອສເຕຣເລຍ ກໍາລັງຮຽກຮ້ອງ ໃຫ້ບັນດາທະ ນາຄານໃຫຍ່ ແລະສະຖາບັນຕ່າງໆ ເຂົ້າຮ່ວມໃນການຝຶກຊ້ອມ ‘ເກມຂອງສົງ ຄາມ’ ເຊິ່ງເປັນການທົດລອງກ່ຽວກັບວ່າ ພວກເຂົາເຈົ້າຈະຮັບມືກັບການໂຈມຕີທາງໄຊເບີ້ແນວໃດ. ການຮຽກຮ້ອງດັ່ງກ່າວ ມີຂຶ້ນລຸນຫຼັງ ມີການໂຈມຕີເຈາະຂໍ້ມູນຂະໜາດໃຫຍ່ຢູ່ໃນຫຼາຍໆບໍລິສັດ ເຊິ່ງເຮັດ​ໃຫ້​ຂໍ້​ມູນ​ຂອງປະຊາຊົນຊາວອອສເຕຣເລຍ ຫຼ​າຍ​ລ້ານ​ຄົນ ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ອອສເຕຣເລຍ ກໍາລັງກະກຽມການຮັບມື ກັບການໂຈມຕີທາງໄຊເບີ້ ທີ່ອາດຈະເກີດຂຶ້ນຕໍ່​ການບໍລິການທີ່ສໍາຄັນໆ ເຊິ່ງລວມມີ: ບັນດາໂຮງໝໍ, ລະບົບທະ ນາຄານ ແລະຕາ​ຂ່າຍ​ສາຍສົ່ງໄຟຟ້າ.

ລັດຖະມົນຕີກະຊວງພາຍໃນ ທ່ານແຄລ ໂອ​ນິລ (Clare O’Neil) ໃນວັນອັງ ຄານວານນີ້ ໄດ້ອອກມາເຕືອນວ່າ ເມື່ອໄວໆມານີ້ໄດ້ມີການລັກເຈາະຂໍ້ມູນດ້ານສື່ສານຄົມມະນາຄົມ ແລະຂະແໜງການປະກັນສຸຂະພາບ, ໂດຍມັນໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍລ້ານຄົນ, “ທີ່ເປັນພຽງສ່ວນນ້ອຍໆຂອງບັນຫາຂະໜາດໃຫຍ່ເທົ່ານັ້ນ.”

ລັດຖະບານອອສເຕຣເລຍ ກໍາລັງຈັດຕັ້ງ ການຝຶກຊ້ອມຫຼາຍຊຸດ ກັບບັນດາອົງ ການຕ່າງໆ ເພື່ອຊ່ວຍເຫຼືອພວກເຂົາເຈົ້າໃນການຮັບມືກັບການລ່ວງລະເມີດທາງດ້ານຄວາມປອດໄພ.

ທ່ານນາງແອນນາ ໄບລກ໌ (Anna Bligh) ຫົວໜ້າຜູ້ບໍລິຫານສະມາຄົມທະນາ ຄານຂອງອອສເຕຣເລຍ ເຊິ່ງເປັນພາກສ່ວນອຸດສາຫະກໍາ ກ່າວຕໍ່ສະຖານີໂທ ລະພາບ ຂອງປະເທດອອສເຕຣເລຍ ໃນວັນອັງຄານວານນີ້ວ່າ ການຝຶກຊ້ອມຄວາມປອດໄພທາງທາງດ້ານໄຊເບີ້ ໄດ້ຮັບການຈັດການໂດຍລັດຖະບານ ເຊິ່ງຈະເຮັດໃຫ້ພາກສ່ວນນີ້ ກັບຄືນມາສູ່ສະພາບປົກກະຕິໄດ້ຫຼາຍຂຶ້ນ, ເຊິ່ງ ທ່ານນາງໄບລກ໌ ກ່າວວ່າ:

“ແລ້ວຈະເຮັດໃຫ້ລະບົບທັງໝົດຮັບມືໄດ້ແນວໃດ ເມື່ອນຶ່ງໃນບໍລິສັດຂະໜາດໃຫຍ່ນັ້ນ ຫາກພົບກັບບັນຫາດ້ວຍການຖືກຄຸກຄາມທາງດ້ານໄຊເບີ້? ຂະໜາດຂອງປະເພດ ແລະຄວາມຊັບຊ້ອນກ່ຽວກັບໄພ​ຂົ່ມ​ຂູ່ ກໍາລັງເຄື່ອນຍ້າຍເຂົ້າໄປໃນສິ່ງທີ່ພວກເຮົາບໍ່ເຄີຍເຫັນມາກ່ອນ. ດັ່ງນັ້ນ, ຈຶ່ງເປັນການເຄື່ອນໄຫວທີ່ທັນເວລາ. ນະບັດນີ້ ອາດຈະເປັນໄພຂົ່ມ​ຂູ່ ທີ່ມີຄວາມໝາຍສໍາຄັນຕໍ່ຄວາມໝັ້ນຄົງຂອງປະເທດ.”

ບໍລິສັດທີ່ບໍລິການທາງການເງິນຂະໜາດໃຫຍ່ຂອງອອສເຕຣເລຍ ໄດ້ເປີດເຜີຍໃນວັນອັງຄານວານນີ້ວ່າ ອາຊະຍາກອນ ທີ່ໄດ້ລັກຂໍ້ມູນສໍາຄັນຂອງລູກຄ້າ ໃນເດືອນແລ້ວນີ້ ໄດ້ຮຽກຮ້ອງເອົາເງິນຄ່າໄຖ່.

ການໂຈມຕີທາງໄຊເບີ້ໃສ່ Latitude Financial ສົ່ງຜົນເຮັດຕໍ່ບັນທຶກຂໍ້ມູນຂອງລູກຄ້າ 14 ລ້ານຄົນ, ເຊິ່ງລວມມີ ລາຍງານທາງດ້ານການເງິນ, ເລກບັນຊີໃບຂັບຂີ່ ແລະເລກໜັງສືເດີນ​ທາງ.

ບໍລິສັດກ່າວວ່າ ດ້ວຍການປະຕິບັດຕາມນະໂຍບາຍ ຂອງລັດຖະບານ ພວກເຂົາເຈົ້າຈະບໍ່ຈ່າຍເງິນຄ່າໄຖ່ ເພື່ອປ້ອງກັນບໍ່ໃຫ້ຂໍ້ມູນຮົ່ວໄຫຼຫຼືຂາຍອອກທາງອອນລາຍ.

ລັດຖະບານຂອງປະເທດອອສເຕຣເລຍ ກໍາລັງພິຈາລະນາກ່ຽວກັບການຍົກລະ ດັບກົດໝາຍຄວາມໝັ້ນຄົງທາງດ້ານໄຊເບີ້ ທີ່ຈະກໍານົດຂໍ້ຜູກໝັດແລະພື້ນຖານ ໃໝ່ ເພື່ອປົກປ້ອງຂໍ້ມູນໃນທາງພາກອຸດສາຫະກໍາແລະພະແນກການຕ່າງໆຂອງລັດຖະບານ.

ຢ່າງໃດກໍຕາມ, ເຈົ້າໜ້າທີ່ທາງການເຕືອນວ່າ ອາຊະຍາກອນທາງໄຊເບີ້ ກໍາລັງ ກາຍມາເປັນຜູ້ທີ່ມີຄວາມຊໍານານ, ມີພະລັງອໍານາດ ແລະມີປະສິດທິພາບຫຼາຍຂຶ້ນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG