ອອສເຕຣເລຍຮັບປາກວ່າຈະຮ່ວມສົມທົບເງິນຈໍານວນ 300 ລ້ານໂດລາ ເພື່ອຊ່ວຍຄໍ້າຊູກໍາລັງຮັກສາຄວາມປອດໄພອັຟການີສຖານ ຫລັງຈາກກໍາ ລັງທະຫານຂອງຕ່າງປະເທດຖອນອອກໄປແລ້ວນັ້ນ.
ທ່ານນາງ Julia Gillard ນາຍົກລັດຖະມົນຕີອອສເຕຣເລຍກ່າວເມື່ອວັນ ພຸດມື້ນີ້ວ່າ ອອສເຕຣເລຍຈະສະໜອງເງິນຈໍານວນ 100 ລ້ານໂດລາປະຈໍາປີໃຫ້ແກ່ອັຟການີສຖານເປັນເວລາ 3 ປີ ໂດຍເລີ່ມແຕ່ປີ 2015 ໄປ.
ກໍາລັງສູ້ລົບຂອງຕ່າງປະເທດ ມີກໍານົດຈະຖອນອອກຈາກອັຟການີສຖານ ແລະໂອນການຮັກສາຄວາມປອດໄພ ໃຫ້ແກ່ກໍາລັງຮັກສາຄວາມສະຫງົບ ແຫ່ງຊາດອັຟການີສຖານ ໃນທ້າຍປີ 2014.
ປະເທດອອສເຕຣເລຍ ຊຶ່ງມີທະຫານຂອງຕົນຢູ່ໃນອັຟການີສຖານ 1,500 ຄົນ ໄດ້ປະກາດເມື່ອເດືອນມີນາຜ່ານມາວ່າ ທະຫານຂອງຕົນຈະຖອນອອກຈາກອັຟການີສຖານໃນກາງປີ 2013 ນຶ່ງປີລ່ວງໜ້າ ຕາມແຜນການທີ່ໄດ້ຕັ້ງໄວ້ກ່ອນນັ້ນ.
ທ່ານນາງນາ Gillard ກ່າວເມື່ອວັນພຸດມື້ນີ້ວ່າ ອອສເຕຣເລຍ ຈະພິດຈາ ລະນາໃຫ້ມີກໍາລັງປະຕິບັດການພິເສດຢູ່ໃນປະເທດຕໍ່ໄປເລື້ອຍໆຫລັງຈາກ ອັຟການີສຖານເຂົ້າຄວບຄຸມແລ້ວ ໂດຍກ່າວວ່າ ຕົນມີຜົນປະໂຫຍດແຫ່ງຊາດທີ່ສໍາຄັນ ໃນການສະໜັບສະໜຸນໃຫ້ມີສະຖຽນລະພາບ ຢູ່ໃນອັຟການີສຖານນັ້ນ.
ທ່ານນາງກ່າວອີກວ່າ ລັດຖະບານ Canberra ຈະຮັກສາໂຄງການຊ່ວຍ ເຫລືອໃນການພັດທະນາທີ່ສຳຄັນໆ ກາຍປີ 2014 ໄປ ເພື່ອຊ່ວຍເຫລືອອັຟການີສຖານໃນດ້ານຕ່າງໆ ເຊັ່ນດ້ານສາທາລະນະສຸກແລະການສຶກສາ ເປັນຕົ້ນ.
ທະຫານອອສເຕຣເລຍໄດ້ເສຍຊີວິດໄປ 32 ຄົນໃນຄວາມພະຍາຍາມພາຍ ໃຕ້ການນຳພາຂອງສະຫະລັດ ເພື່ອໂຄ່ນລົ້ມກຸ່ມຕາລິບານ ຫລັງຈາກການໂຈມຕີຂອງພວກກໍ່ການຮ້າຍໃນສະຫະລັດເມື່ອປີ 2001 ນັ້ນ.