ນັກປີນພູເຂົາຝຣັ່ງຄົນນຶ່ງ ທີ່ເອີ້ນຕົນເອງວ່າ “ມະນຸດແມງ ມຸມ” ໄດ້ຖືກ ຈັບກຸມໃນວັນຈັນມື້ນີ້ ຫລັງຈາກຜູ້ກ່ຽວໄດ້ປີນຕຶກຫລັງນຶ່ງ ສູງ 57 ຊັ້ນ ໃນນະຄອນຊິດນີ ດ້ວຍມືເປົ່ານັ້ນ.
ນາຍ Alain Robert ໄດ້ປີນຕຶກແຝດ Apartment Lumiere ທີ່ສູງ 150 ແມັດ ໃນໃຈກາງນະຄອນ Sydney ໂດຍໃຊ້ເວລາປະມານ 20 ນາທີ ໂດຍບໍ່ໃສ່ ເຄື່ອງຫລືອຸບປະກອນປ້ອງກັນຄວາມປອດໄພ ໃນຂະນະທີ່ ມີຜູ້ຄົນຫລາຍສິບຄົນຢືນເບິ່ງຢູ່ທາງລຸ່ມ. ຜູ້ກ່ຽວຖືກຈັບກຸມ ເວລາປີນຂຶ້ນໄປຮອດຊັ້ນເທິງຂອງຕຶກ.
ນາຍ Robert ເຄີຍປີນອາຄານມາແລ້ວຫລາຍກວ່າ 70 ຫລັງໃນທົ່ວໂລກ ເພື່ອຊຸກຍູ້ໃຫ້ຜູ້ຄົນຕື່ນໂຕ ກ່ຽວກັບພາວະໂລກຮ້ອນ.