ຜູ້ສະໝັກແຂ່ງຂັນ 2 ທ່ານ ຍາດເອົາຕໍາແໜ່ງນາຍົກລັດຖະມຸນຕີຂອງອອສເຕຣເລຍ ໄດ້ພາກັນດໍາເນີນງານໃນວັນອາທິດມື້ນີ້ ເພື່ອຫາທາງຈັດຕັ້ງຄະນະລັດຖະບານປະສົມຂອງພັກສຽງຂ້າງນ້ອຍຂຶ້ນ ຫລັງຈາກຜົນການເລືອກຕັ້ງໃນວັນເສົາວານນີ້ ສະແດງວ່າບໍ່ມີພັກ ຫລື ຜູ້ສະໝັກຄົນໃດ ໄດ້ຊະນະຢ່າງຂາດຮອຍນັ້ນ. ທ່ານນາງ Julia Gillard ນາຍົກລັດຖະ ມຸນຕີຄົນປັດຈຸບັນ ສັງກັດພັກແຮງງານນັ້ນ ກ່າວໃນວັນອາທິດມື້ນີ້ວ່າ ທ່ານນາງໄດ້ທໍາການໂອ້ລົມສົນທະນາໃນຂັ້ນຕົ້ນ ກັບສະມາຊິກສະພາ 4 ທ່ານທີ່ບໍ່ຂຶ້ນກັບພັກໃດ ແລະສະມາຊິກ ສະພາຄົນນຶ່ງຈາກພັກສີຂຽວຫລື Green Party ກ່ຽວກັບການຈັດຕັ້ງລັດຖະບານປະສົມສຽງຂ້າງນ້ອຍຂຶ້ນ ແຕ່ກໍບໍ່ໄດ້ບັນລຸຂໍ້ຕົກລົງກັນໃດໆ.
ທ່ານ Tony Abbott ຜູ້ນໍາພັກ Liberal National ຊຶ່ງເປັນພັກຝ່າຍຄ້ານກ່າວວ່າ ທ່ານກໍໄດ້ຕິດຕໍ່ພົວພັນກັບພວກສະມາຊິກສະພາທີ່ບໍ່ຂຶ້ນກັບພັກໃດເຊ່ນກັນ. ທ່ານກ່າວວ່າ ຜົນທີ່ໃກ້ຄຽງກັນທີ່ສຸດຂອງການເລືອກຕັ້ງສະແດງໃຫ້ເຫັນວ່າ ປະຊາຊົນຄາດໝາຍຢາກໃຫ້ມີການປ່ຽນລັດຖະບານ.
ຜົນການນັບບັດຄະແນນສຽງທີ່ຍັງບໍ່ທັນແລ້ວຂອງການເລືອກຕັ້ງໃນວັນເສົາວານນີ້ ສະແດງວ່າ ເບິ່ງຄືວ່າຈະບໍ່ມີພັກການເມືອງໃດ ຈະໄດ້ຮັບບ່ອນນັ່ງຮອດ 76 ບ່ອນ ອັນເປັນສຽງສ່ວນໃຫຍ່ໃນສະພາ ທີ່ຕ້ອງ ການເພື່ອປະກອບຄະນະລັດຖະບານໃໝ່ຂຶ້ນນັ້ນ.