ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ອອ​ສ​ຕິນ ກ່າວ​ວ່າ ສ​ຫ​ລ ​ບໍ່​ໄດ້​ຊອກ​ຫາ ​ການ​ຕັ້ງຖານ​ທັບ​ຖາ​ວອນ ຢູ່ປາ​ປົວ​ນີວ​ກີ​ນີ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນຖືກ​ຕ້ອນ​ຮັບຢູ່​ຫ້ອງ​ຮັບ​ແຂກ​ທີ່ Apec Haus ໂດຍ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານໃນ​ປາ​ປົວ​ນີວ​ກີ​ນີ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ, ທ່ານ Win Bakri Daki (ພາບ​ໂດຍ Jeff Seldin/VOA)
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນຖືກ​ຕ້ອນ​ຮັບຢູ່​ຫ້ອງ​ຮັບ​ແຂກ​ທີ່ Apec Haus ໂດຍ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານໃນ​ປາ​ປົວ​ນີວ​ກີ​ນີ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ, ທ່ານ Win Bakri Daki (ພາບ​ໂດຍ Jeff Seldin/VOA)

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ສະ​ຫະ​ລັດ​ບໍ່​ໄດ້​ຊອກ​ຫາ​ຖານ​ທັບ​ຖາ​ວອນ​ຢູ່ໃນປາ​ປົວ​ນີວ​ກີ​ນີ.

ສອງ​ປະ​ເທດ​ໄດ້​ເຊັນ​ຂໍ້​ຕົກລົງ​ດ້ານ​ຄວາມໝັ້ນ​ຄົງ​ນຳ​ກັນ​ໃນ​ປີ​ນີ້ ​ໂດຍ​ອະນຸຍາດ​ໃຫ້​ສະຫະລັດ​ພັດທະນາ ​ແລະປະຕິບັດງານຢູ່​ທ່າ​ເຮືອ ​ແລະ​ສະໜາມ​ບິນຕ່າງໆໃນປາ​ປົວ​ນີວ​ກີ​ນີ.

ໃນການ​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີຂອງ​ປະ​ເທດ, ທ່ານເຈມ​ສ໌ ມາ​ຣັບເປ (James Marape) ນັ້ນ ທ່ານອອ​ສ​ຕິນເວົ້າ​ວ່າ ເປົ້າ​ໝາຍ​ ແມ່ນ​ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງປາ​ປົວ​ນີວ​ກີ​ນີ ໃນ​ການ​ປ້ອງກັນ​ຕົນ​ເອງ ແລະປົກປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຕົນ.

ທ່ານອອ​ສ​ຕິນ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ຢ້ຳ​ຄືນເຖິງ​ຄວາມ​ມຸ້ງ​ໝັ້ນ​ຂອງ​ພວກ​ເຮົາ​ຕໍ່​ອະ​ທິ​ປະ​ໄຕ ແລະ​ການ​ປົກ​ຄອງຕົນ​ເອງ​ຂອງ​ປະ​ເທດ​ທ່ານ” ຂະ​ນະ​ທີ່ມີ​ສາຍ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ​ເພີ້ມ​ຂຶ້ນ.

ທ່ານອອ​ສ​ຕິນກ່າວ​ວ່າ ການ​ຂະຫຍາຍ​ການ​ຝຶກຊ້ອມ​ດ້ານ​ປ້ອງ​ກັນ​ຊາດ​ ລະຫວ່າງ​ສອງ​ ​ປະ​ເທດ ແລະ "ຂໍ້​ຕົກລົງ​ກ່ຽວ​ກັບການໃຊ້​ກຳ​ປັ່ນ" ຈະ​ອະນຸຍາດ​ໃຫ້​ເຈົ້າ​ໜ້າ​ທີ່ປາ​ປົວ​ນີວ​ກີ​ນີ ໃຊ້​ກຳ​ປັ່ນ​ຍາມ​ຝັ່ງຂອງ​ສະຫະລັດ ​ເພື່ອ​ຕ້ານກັບ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ. ການ​ອອກ​ປະ​ຕິ​ບັດ​ງານ​ຂອງກຳ​ປັ່ນຍາມຝັ່ງຄັ້ງທຳອິດ ແມ່ນກຳນົດຈະ​ມີ​ຂຶ້ນໃນເດືອນ ໜ້ານີ້.
ທ່ານ​ມາ​ເຣບເປ ກ່າວວ່າ ຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ ຈະນໍາເອົາການປັບ ປຸງພື້ນຖານໂຄງລ່າງດ້ານປ້ອງກັນປະເທດ ມາໃຫ້ແກ່ປາ​ປົວ​ນີວ​ກີ​ນີ ຕະ​ຫລອດ​ທັງພື້ນຖານໂຄງລ່າງທົ່ວໄປໃນປະເທດ ຊຶ່ງ​ຈະ​ມີຜົນປະໂຫຍດທາງດ້ານການທະຫານ ແລະເສດຖະກິດໂດຍລວມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG