ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ອອ​ສ​ຕິນ ກ່າວ​ວ່າ ການ​ຕໍ່​ສູ້​ຂອງ ຢູ​ເຄ​ຣນ ມີ​ຜົນ​ກະ​ທົບ​ໄປ​ທົ່ວ ຢູ​ໂຣບ ແລະ ເອ​ເຊຍ ໃນ​ຂະ​ນະ​ທີ່ ຈີນ ​ເບິ່ງ​ຕາ​ເວັນ​ຕົກ ແກ້​ໄຂ​ບັນ​ຫາ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ຈັບ​ມື​ກັບ​ທະ​ຫານ ຢູ​ເຄ​ຣນ ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 20 ພະ​ຈິກ 2023. (Commander in Chief of the Ukrainian Armed Forces via Telegram/Handout via Reuters)
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ຈັບ​ມື​ກັບ​ທະ​ຫານ ຢູ​ເຄ​ຣນ ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 20 ພະ​ຈິກ 2023. (Commander in Chief of the Ukrainian Armed Forces via Telegram/Handout via Reuters)

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ເຕືອນ​ວ່າ ຖ້າ ຣັດ​ເຊຍ ປະ​ສົບ​ຄວາມ​ສຳ​ເລັດ​ໃນ ຢູ​ເຄ​ຣນ, ຈີນ ຈະ​ມີ​ກຳ​ລັງ​ໃຈ​ທີ່​ຈະ​ໃຊ້​ກຳ​ລັງ​ທະ​ຫານ​ເພື່ອ​ຂະ​ຫຍາຍ​ດິນ​ແດນ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ພື້ນ ອິນ​ໂດ-ປາ​ຊີ​ຟິກ.

“ພວກ​ເຮົາ​ບໍ່​ສາ​ມາດ​ຢູ່​ໃນ​ໂລກ​ປະ​ເພດ​ນັ້ນ,” ທ່ານ ອອ​ສ​ຕິນ ໄດ້​ກ່າວ​ຕໍ່​ກອງ​ທະ​ຫານ ສະ​ຫະ​ລັດ ຢູ່​ຖານ​ທັບ​ໃນ​ພາກ​ຕາ​ເວັນ​ອອກ​ຂອງປະ​ເທດ ໂປ​ແລນ ເມື່ອ​ວັນ​ອັງ​ຄານ​ວານນີ້ ຫຼັງ​ຈາກ​ການ​ຢຸດ​ແວ່ ​ທີ່​ບໍ່​ໄດ້​ຖືກ​ປະ​ກາດ​ນຶ່ງວັນ​ກ່ອນ​ໄປ​ນະ​ຄອນຫຼວງ ກີ​ຢິບ ຂອງ ຢູ​ເຄ​ຣນ.

ທ່ານ ອອ​ສ​ຕິນ ໄດ້​ກ່າວ​ວ່າ “ຖ້າ​ເຈົ້າ​ແມ່ນ​ຜູ້​ຜະ​ເດັດ​ການ, ຈະ​ເວົ້າ​ວ່າແມ່ນ ຈີນ ຊະ, ແລະ ເຈົ້າ​ຢາກ​ຍຶດ​ເອົາ​ພື້​ນ​ທີ່ ແລະ ດິນ​ແດນ​ຕື່ມ​ອີກ, ແລະ ເຈົ້າ​ເຫັນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ ຢູ​ເຄ​ຣນ ແລະ ມັນ​ບໍ່​ມີ​ຜົນ​ກະ​ທົບ​ທີ່​ຕາມ​ມາ, ເຈົ້າ​ກໍ​ຈະ​ຮູ້​ສຶກ​ຂ້ອນ​ຂ້າງ​ດີ ກ່ຽວ​ກັບ ມັນ.”

ທ່ານ ອອ​ສ​ຕິນ ຍັງ​ໄດ້​ເຕືອນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ຈະ​ສືບ​ຕໍ່​ການ​ຜັກ​ດັນ​ຂອງ​ລາວ​ເພື່ອ​ບຸກ​ລຸກ​ບັນ​ດາ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ໃນຢູ​ໂຣບ​ຕາ​ເວັນ​ອອກ ຖ້າ​ລາວບໍ່​ຖືກ​ຢຸດ​ໃນ ຢູ​ເຄ​ຣນ.

ທ່ານ ອອ​ສ​ຕິນ ກ່າວ​ວ່າ “ທ່ານ ປູ​ຕິນ ຈະ​ບໍ່​ຢຸດ​ຖ້າ​ລາວ​ໄດ້​ ຢູ​ເຄ​ຣນ. ສິ່ງ​ຕໍ່​ໄປ​ກໍ​ຈະ​ແມ່ນ​ເຄື່ອນ​ໄປ​ທົ່ວ​ທະ​ເລ​ບາ​ລ​ຕິກ ແລະ ສິ່ງ​ຕໍ່​ໄປ​ທີ່​ເຈົ້າ​ຈະ​ຮູ້​ແມ່ນ, ເຈົ້າ ແລະ ສະ​ຫາຍ​ຂອງ​ເຈົ້າ ​ຈະ​ຢູ່​ໃນ​ແຖວ​ໜ້າ​ຕໍ່​ສູ້​ກັບ​ຄົນ​ຂອງ​ທ່ານ ປູ​ຕິນ ທີ່​ພວກ​ເຮົາຄວນ​ໄດ້ຢຸດ, ຫຼື ຢູ​ເຄ​ຣນ ຄວນ​ທີ່ຈະຢຸດໃນ​ຕອນ​ຕົ້ນໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG