ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານອອສຕິນ ກ່າວວ່າ ‘ໂຊກບໍ່ດີ’ ບໍ່ມີການສົນທະນາກັບຄູ່ຕຳແໜ່ງຝ່າຍຈີນ ທີ່ສິງກະໂປ


ລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ ຮ່ວມກອງປະຊຸມນັກຂ່າວ ກັບລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ທ່ານ ຢາຊຸກາຊຸ ຮາມາດາ ຫລັງຈາກກອງປະຊຸມລັດຖະມົນຕີປ້ອງກັນປະເທດ ໃນນະຄອນໂຕກຽວ ວັນທີ 1 ມິຖຸນາ 2023.
ລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ ຮ່ວມກອງປະຊຸມນັກຂ່າວ ກັບລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ທ່ານ ຢາຊຸກາຊຸ ຮາມາດາ ຫລັງຈາກກອງປະຊຸມລັດຖະມົນຕີປ້ອງກັນປະເທດ ໃນນະຄອນໂຕກຽວ ວັນທີ 1 ມິຖຸນາ 2023.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ກ່າວໃນວັນພະຫັດມື້ນີ້ວ່າ “ໂຊກບໍ່ດີ” ທີ່ຈີນໄດ້ປະຕິເສດຄຳຮຽກຮ້ອງຂອງທ່ານອອສຕິນ ​ຢາກ​ພົບປະ ​ກັບຄູ່ຕຳແໜ່ງ​ຝ່າຍຈີນ ທ່ານລີ ຊັງຟູ ໃນຂະນະທີ່ທັງສອງເຂົ້າຮ່ວມກອງກ​ປະ​ຊຸມ Shangri-La ​ທີ່ສິງກະໂປ.

​ໃນ​ຂະ​ນະ​ທີ່​ຢືນຄຽງຂ້າງ ກັບລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ທ່ານຢາຊຸກາຊຸ ຮາມາດະ ລະຫວ່າງການຢ້ຽມຢາມໂຕກຽວ ທ່ານອອສຕິນ ກ່າວວ່າ ທ່ານມີຄວາມຍິນດີຕ້ອນຮັບ “ໂອກາດໃດໆກໍ​ຕາມທີ່ຈະພົວພັນກັບການນຳພາ” ແລະນັ້ນທ່ານເຊື່ອວ່າ ກະຊວງປ້ອງກັນປະເທດຄວນເປີດບັນດາ​ຊ່ອງ​ໃນການສົນທະນາ​ຫາ​ລື.

ທ່ານອອສຕິນ ກ່າວຕໍ່ພວກນັກຂ່າວວ່າ ປະເທດ​ທັງ​ສອງ​ທີ່​ມີ “​ຄວາມ​ສາ​ມາດ​ອັນສຳຄັນ” ຄວນສົນທະນາ​ຫາ​ລືກັນ ເພື່ອ​ຄຸ້ມ​ຄອງວິກິດການ ແລະປ້ອງກັນ​ບໍ່​ໃຫ້​ເກີດສະຖານະການ ​ໃຫ້​ກາຍ​ເປັນ​ບັນ​ຫາທີ່ຄວບຄຸມບໍ່ໄດ້.

ການ​ບໍ່​ມີ​ການປະຊຸມກັນ ລະຫວ່າງພວກເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ແລະຈີນ ມີຂຶ້ນໃນເວລາທີ່ຄວາມສໍາພັນເຢັນ​ຊາ​ລົງ ຮວມ​ທັງການຍິງບາ​ລລູນສອດແນມທີ່​ຕ້ອງສົງໄສຂອງຈີນຕົກ ໂດຍສະຫະລັດ ຄວາມ​ເຄັ່ງ​ຕຶງກ່ຽວກັບສະຫະລັດ ທີ່ໃຫ້ການສະໜັບສະໜູນຕໍ່ໄຕ້ຫວັນ ແລະອັນທີ່ສະຫະລັດຮ້ອງເຮືອບິນລົບຈີນວ່າ “ເປັນການຮາ​ວີທີ່ບໍ່ຈຳເປັນ” ​ເພື່ອສະກັດກັ້ນເຮືອບິນກອງທັບອາກາດສະຫະລັດ ຢູ່ເທິງທະເລຈີນໃຕ້ອາທິດນີ້.

ທ່ານຮາມາດາ ໄດ້ກ່າວຕໍ່ພວກນັກຂ່າວວ່າ ທ່ານແລະທ່ານອອສຕິນ ເຫັນພ້ອມທີ່ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ຕໍ່ການທ້າທາຍ​ຂອງຈີນ ແລະກ່າວວ່າ ມີຄວາມສຳຄັນໃນຮັກສາໄວ້ ການສົນທະນາໂດຍກົງກັບຝ່າຍຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG