ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະເຄັນຢາ ລົງນາມໃນຂໍ້ຕົກລົງ ດ້ານປ້ອງກັນຊາດ ກ່ອນພາລະກິດ ຄວາມໝັ້ນຄົງຂອງເຮຕີ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ (Lloyd Austin) ແລະລັດຖະມົນຕີກະຊວງປ້ອງກັນປະເທດເຄັນຢາ ທ່ານເອເດັນ ດູແອລ (Aden Duale) ຖືສັນຍາຮ່ວມມືດ້ານປ້ອງກັນຊາດຢູ່ນະຄອນຫຼວງໄນໂຣບີ ປະເທດເຄັນຢາ ວັນທີ 25 ກັນຍາ 2023
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ (Lloyd Austin) ແລະລັດຖະມົນຕີກະຊວງປ້ອງກັນປະເທດເຄັນຢາ ທ່ານເອເດັນ ດູແອລ (Aden Duale) ຖືສັນຍາຮ່ວມມືດ້ານປ້ອງກັນຊາດຢູ່ນະຄອນຫຼວງໄນໂຣບີ ປະເທດເຄັນຢາ ວັນທີ 25 ກັນຍາ 2023

ສະຫະລັດ ແລະເຄັນຢາ ໄດ້ລົງນາມໃນຂໍ້ຕົກລົງດ້ານປ້ອງກັນຊາດ ໃນວັນຈັນວານນີ້ ເພື່ອແນໃສ່ເພີ່ມທະວີຄວາມພະຍາຍາມຕໍ່ຕ້ານການກໍ່ການຮ້າຍໃນອາຟຣິກາຕາເວັນອອກ ແລະສະໜັບສະໜູນຄວາມພະຍາຍາມຂອງເຄັນຢາ ໃນການນຳພາໃນພາລະກິດຮັກສາຄວາມປອດໄພໃຫ້ແກ່ເຮຕີ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານລອຍ ອອສຕິນ (Lloyd Austin) ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເຄັນ​ຢາ ທ່ານເອເດັນ ດູແອລ (Aden Duale) ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ໄລ​ຍະ 5 ປີ ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ນະ​ຄອນ​ຫຼວງໄນໂຣບີ ຂອງ ເຄັນຢາ.

ທ່ານ ອອສຕິນ ກ່າວວ່າ ສະຫະລັດ “ຂອບໃຈ ເຄັນຢາ ທີ່ເປັນຜູ້ນຳພາໃນການຮັບມືກັບສິ່ງທ້າທາຍ ດ້ານຄວາມໝັ້ນຄົງໃນພາກພື້ນ ແລະ ທົ່ວໂລກ” ແລະ ຂອບໃຈປະເທດນີ້ສຳລັບຄວາມເຕັມໃຈທີ່ຈະນຳພາກອງກຳລັງຮັກສາຄວາມໝັ້ນຄົງນາໆຊາດ ເພື່ອຕ້ານຄວາມຮຸນແຮງຂອງກຸ່ມອາດຊະຍາກອນໃນເຮຕີ.

ທ່ານກ່າວວ່າລັດຖະບານຂອງທ່ານໄບເດັນ ຈະເຮັດວຽກຮ່ວມກັບລັດຖະສະພາເພື່ອຮັບປະກັນເງິນ 100 ລ້ານໂດລາ ທີ່ຕົນໄດ້ໃຫ້ຄຳໝັ້ນສັນຍາໄວ້ ສຳລັບພາລະກິດໃນເຮຕີໃນອາທິດທີ່ຜ່ານມາ ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ.

“ສະຫະລັດ​ພ້ອມທີ່​ຈະ​ສະໜັບສະໜູນ​ພາລະກິດ​ທີ່​ສຳຄັນດັ່ງກ່າວ ​ໂດຍ​ການໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ ​ແລະ ການ​ຂົນ​ສົ່ງ​ທີ່​ເຂັ້ມ​ແຂງ,” ທ່ານ​ກ່າວ.

ທ່ານອອສຕິນ ຍັງໄດ້ຮຽກຮ້ອງໃຫ້ປະເທດອື່ນໆ ປະຕິບັດຕາມແບບຢ່າງຂອງ ເຄັນຢາ ແລະສະຫນອງບຸກຄະລາກອນ, ອຸປະກອນ, ການສະຫນັບສະຫນູນ, ການຝຶກອົບຮົມ, ແລະເງິນທຶນເພີ່ມເຕີມສໍາລັບພາລະກິດຄວາມໝັ້ນຄົງຂ້າມຊາດທີ່ໄດ້ວາງແຜນໄວ້ຕໍ່ກັບເຮຕີ.

ເຄັນຢາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສົ່ງ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ 1,000 ຄົນ​ໄປ​ປະ​ເທດ​ເຮ​ຕີ ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ກຸ່ມອາດຊະຍາກອນ​ທີ່​ເພີ້​ມ ຂຶ້ນ ​ນັບ​ແຕ່​ການ​ລອບ​ສັງຫານ​ປະທານາທິບໍດີ​ເຮ​ຕີ ທ່ານໂຈເວີແນລ ມວາເຊ (Jovenel Moise) ​ໃນ​ເດືອນ​ກໍລະກົດ ປີ 2021. ພາລະກິດດ້ານຄວາມໝັ້ນຄົງ ທີ່ຍັງບໍ່ທັນໄດ້ຮັບການອະນຸມັດຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ, ໄດ້ຮັບການຮ້ອງຂໍໂດຍນາຍົກລັດຖະມົນຕີ ເຮຕີ ທ່ານ ອາຣີແອລ ອອງຣີ (Ariel Henry) ເມື່ອເດືອນຕຸລາຂອງປີຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG