ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ລອຍ​ດ໌ ອອ​ສ​ຕິນ ຈັດ​ກອງ​ປະ​ຊຸມກຸ່ມ​ຕິດ​ຕໍ່​ດ້ານປ້ອງ​ກັນ​ ຢູ​ເຄ​ຣນ ​ດ້ວຍ​ຕົນ​ເອງ​ເປັນ​ຄັ້ງ​ທຳ​ອິດ ຂອງປີ 2024


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງ​ຄອມ​ພິວ​ເຕີ​ຕໍ່​ກອງ​ປະ​ຊຸມ​ກຸ່ມ​ຕິດ​ຕໍ່​ປ້ອງ​ກັນ​ ຢູ​ເຄ​ຣນ, 22 ພະ​ຈິກ 2023.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງ​ຄອມ​ພິວ​ເຕີ​ຕໍ່​ກອງ​ປະ​ຊຸມ​ກຸ່ມ​ຕິດ​ຕໍ່​ປ້ອງ​ກັນ​ ຢູ​ເຄ​ຣນ, 22 ພະ​ຈິກ 2023.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ລອຍດ໌ ອອ​ສ​ຕິນ ໄດ້​ເດີນ​ທາງ​ໄປ ເຢຍ​ຣະ​ມັນ ເພື່ອ​ເສີມສ້າງການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ຂອງ​ປະ​ຊາ​ຄົມ​ນາ​ນາ​ຊາດ​ສຳ​ລັບ ຢູ​ເຄ​ຣນ, ເຖິງ​ແມ່ນ​ວ່າ ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ຍັງ​ບໍ່​ໄດ້​ອະ​ນຸ​ມັດ​ທຶນ​ເພີ່ມ​ເຕີມ​ສຳ​ລັບ ກີ​ຢິບ ກໍ​ຕາມ.

ນີ້​ແມ່ນ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ອອ​ສ​ຕິນ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ເຂົ້າ​ໂຮງ​ໝໍ ​ເມື່ອ​ວັນ​ທີ 1 ມັງ​ກອນ​ເປັນ​ຕົ້ນ​ມາ ຍ້ອນ​ມີ​ໂຣກ​ແຊກ​ຊ້ອ​ນຈາກ​ການ​ຜ່າ​ຕັດ​ເພື່ອ​ປິ່ນ​ປົວ​ໂຣ​ກ​ມະ​ເຮັງ​ຕ່ອມ​ລູກ​ໝາກ​ ໃນ​ທ້າຍ​ເດືອນ​ທັ​ນ​ວາ​ປີ​ກາຍນີ້. ໃນ​ວັນ​ອັງ​ຄານ​ມື້ນີ້, ທ່ານ​ຈະ​ເປັນເຈົ້າພາບຈັດ​ການ​ປະ​ຊຸມ​ຂອງ​ກຸ່ມ​ຕິດ​ຕໍ່​ດ້ານການປ້ອງ​ກັນ ຢູ​ເຄ​ຣນ ຫຼື UDCG ອີກ​ຄັ້​ງ​ນຶ່ງ, ເຊິ່ງ​ຈະ​ນຳ​ເອົາ​ບັນ​ດາ​ເຈົ້າ​ໜ້າ​ທີ່​ມາ​ລວມ​ກັນ​ຈາກຫຼາຍກວ່າ 50 ປະ​ເທດ ​ເພື່ອ​ປະ​ສານ​ການ​ງານໃນຄວາມພະຍາມຂອງພວກເຂົາ​ເຈົ້າ ແກ່ຢູເຄຣນ.

ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ສືບ​ຕໍ່​ການ​ຕໍ່​ສູ້​ຕ້ານກອງ​ກຳ​ລັງຂອງຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ ໃນ​ຂະ​ນະ​ທີ່​ໄດ້​ສ້າງ “ຄວາມ​ເສຍ​ຫາຍ​ທີ່​ຂ້ອນ​ຂ້າງຫຼາຍ” ຕໍ່​ກອ​ງ​ກຳ​ລັງ ຣັດ​ເຊຍ ໃນ​ທະ​ເລ​ດຳ. ແນວ​ໃດ​ກໍ​ຕາມ, ມົ​ສ​ກູ, ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ ເກົາຫຼີ​ເໜືອ ແລະ ອີ​ຣ່ານ, ໄດ້​ຂະ​ຫຍາຍ​ຄວາມ​ສາ​ມາດການ​ຜະ​ລິດ​ອຸ​ປະ​ກອນ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຂົາ, ບັງ​ຄັບ​ໃຫ້ ຢູ​ເຄ​ຣນ ຕ້ອງ​ຖອນ​ອອກ​ຈາກ​ການ​ຕໍ່​ສູ້​ບາງ​ແຫ່ງ ຍ້ອນ​ການ​ຂາດ​ແຄນ​ລູກ​ປືນ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ດ້ານ​ປ້ອງ​ກັນ​ປະ​ເທດ, ຜູ້​ທີ່​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໂດຍ​ບໍ່​ປະ​ສົງ​ອອກ​ຊື່ ກ່ອນໜ້າກອງ​ປະ​ຊຸມ UDCG ນັ້ນ.

ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ເວົ້າ​ວ່າ “ຢູ​ເຄ​ຣນ ແມ່ນ​ມີ​ອາ​ວຸດ​ໜ້ອຍກວ່າ​ຢ່າງຫຼວງຫຼາຍ​ໃນ​ສະ​ໜາມ​ລົບ. ພວກ​ເຮົາ​ໄດ້​ຮັບ​ລາຍ​ງານ ກ່ຽວ​ກັບ ກອງ​ທະ​ຫານ ຢູ​ເຄ​ຣນ ໄດ້ແບ່ງປັ່ນລູກປືນຢ່າງຈຳ​ກັດ ຫຼື ແມ່ນ​ກະ​ທັ້ງ​ໝົດ​ລູກ​ປືນ​ຢູ່ແນວ​ໜ້າ.”

ສະ​ຫະ​ລັດ ໄດ້​ປະ​ກອບ​ສ່ວນ​ປະ​ມານ 44 ຕື້​ໂດ​ລາ​ ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ​ສຳ​ລັບ ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ໃນ​ເດືອນ​ກຸມ​ພາ 2022, ດ້ວຍ​ພັນ​ທະ​ມິດ ແລະ ບັນ​ດາ​ຄູ່​ຮ່ວມງານ ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອຫຼາຍກວ່າ 44 ຕື້​ໂດ​ລາ ​ໃນ​ໄລ​ຍະ​ເວ​ລາ​ດຽວ​ກັນ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG