ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍາປ້າຊູ ດາວເຮືອງ ກ່າວວ່າ ຫຼັງຈາກໄດ້ສັກຢາວັກຊີນແລ້ວ ກໍຮູ້ສຶກມີຄວາມດີໃຈ ແລະໝັ້ນໃຈຫຼາຍຂຶ້ນ


ຕັ່ງທີ່ເອົາຖົງຢາງປລາສຕິກຊຸບໄວ້ ແມ່ນຫ້າມນັ່ງ ເພື່ອຮັກສາໄລຍະຫ່າງກັນ ທີ່ຮ້ານອາຫານ Waffle House ໃນເມືອງຊາແວນນາ ລັດຈໍເຈຍ ວັນທີ 27 ເມສາ 2020.
ຕັ່ງທີ່ເອົາຖົງຢາງປລາສຕິກຊຸບໄວ້ ແມ່ນຫ້າມນັ່ງ ເພື່ອຮັກສາໄລຍະຫ່າງກັນ ທີ່ຮ້ານອາຫານ Waffle House ໃນເມືອງຊາແວນນາ ລັດຈໍເຈຍ ວັນທີ 27 ເມສາ 2020.


ໃນຊ່ວງກັກໂຕຈາກສະຖານະການ COVID-19, ຫລາຍໆຄົນກໍ່ບໍ່ໄດ້ອອກໄປທາງໃດ ເຊິ່ງບາງບ່ອນວຽກງານກໍ່ປິດຊົ່ວຄາວ ແຕ່ບາງບ່ອນແມ່ນປິດຖາວອນ. ໃນຊ່ວງນັ້ນ ຜູ້ຄົນຫລາຍໆຄົນກໍ່ພາກັນຢູ່ເຮືອນເປັນສ່ວນໃຫຍ່ ແລະຫລາຍໆຄົນກໍ່ມີວິທີທີ່ຈະປັບໂຕໃຫ້ເຂົ້າກັບສະພາບຕາມຄວາມເໝາະສົມ ພ້ອມນັ້ນກໍ່ຍັງເປັນການປ້ອງກັນໂຕເອງແລະຄອບຄົວຈາກພະຍາດ COVID-19 ດ້ວຍ. ນຶ່ງໃນນັ້ນ ກໍ່ແມ່ນຍາປ້າຊູ ດາວເຮືອງ ພະນັກງານບໍານານ ຈາກເມືອງ ຊາແວນນາ (Savannah) ລັດຈໍເຈຍ, ຍາປ້າກ່າວວ່າ:

“ເອັກເຊີຊາຍ, ຄລີນເຮືອນ, ອອກໄປນອກ ໄປນອກລະກະຕັດຕົ້ນໄມ້ຕົ້ນຕອກ, ຫົດຕົ້ນໄມ້ນີ້ລະ ເພາະຕົ້ນໄມ້ຫລາຍຢູ່ເຮືອນ, ລະກະເອັກເຊີຊາຍຢູ່ນອກ, ອາຫານການກິນກະແມ່ນລູກສາວເອົາມາຫ້ອຍໄວ້ຢູ່ໜ້າປະຕູ ຢູ່ເກດພຸ້ນແລ ລະກະໄປເອົາ ຄັນລູກມາລູກກະໂທບອກວ່າເພິ່ນເອົາຂອງກິນມາສົ່ງແລ້ວ ລະກະໄປເອົາ, ອາຫານການກິນນີ້ ກະບໍ່ໄດ້ເຮັດຫຍັງດອກ ບໍ່ໄດ້ຄຸກໄດ້ຫຍັງດອກ ລູກມາສົ່ງໃຫ້”.

ແຕ່ຫລັງຈາກສະພາບການດັ່ງກ່າວໄດ້ຜ່ານໄປ ທຸກຄົນສາມາດໄດ້ຮັບການສັກຢາວັກຊີນປ້ອງກັນ COVID-19 ເຊິ່ງຍາປ້າ ແລະສາມີກໍ່ໄດ້ຮັບການສັກຢາຄົບຖ້ວນແລ້ວ ພວກເພິ່ນສາມາດອອກໄປຕະຫລາດຊື້ເຄື່ອງຂອງໄດ້ເປັນປົກກະຕິ ແຕ່ກໍ່ຍັງບໍ່ລືມທີ່ຈະໃສ່ໜ້າກາກ ແລະຖືນໍ້າຢາລ້າງມືຕິດໂຕຢູ່ຕະຫລອດເວລາ ເຊິ່ງເພິ່ນໄດ້ກ່າວວ່າ:

“ເຂັມທໍາອິດນີ້ ກະຍັງບໍ່ດີໃຈເທື່ອ ບໍ່ທັນໄດ້ອອກໄປໃສຫລາຍ, ບາດນີ້ລະສັກເທື່ອທີ່ສອງແລ້ວ ເຂັມທີສອງ ໂອຍ...ດີໃຈຫລາຍ ຊໍ່າໄດ້ຂຶ້ນສະຫວັນພຸ້ນລະ, ອັນນະ ຢາລ້າງມືນີ້ ບໍ່ໄດ້ປະຈັກດີ້ລະ ຢູ່ໃນກະເປົາຕະຫລອດ ໄປໃສກະ...ອອກນອກໄປໃສກະຕ້ອງໄດ້ໄຊ້ ແລະໜ້າກາກນີ້ ໂອຍ...ຕະຫລອດເລີຍ ສາມອັນແລຢູ່ລົດຫະ, ບາດນີ້ມາເຮືອນຕ້ອງໄດ້ຖ່າຍເຄື່ອງ ຕ້ອງໄດ້ຊັກໂລດເຄື່ອງຄັນວ່າອອກໄປນອກ, ກະໄດ້ອາບນໍ້າ, ຖ່າຍເຄື່ອງ, ເຄື່ອງນີ້ຕ້ອງໄດ້ຊັກໂລດ”.

ນອກຈາກໜ້າກາກ ແລະນໍ້າຢາລ້າງມື ຈະຊ່ວຍໃນການປ້ອງກັນພະຍາດ COVID-19 ສິ່ງເຫລົ່ານີ້ຍັງຊ່ວຍປ້ອງກັນພະຍາດອື່ນໆນໍາອີກ. ຢ່າງໃດກໍ່ດີ ສິ່ງທີ່ສໍາຄັນທີ່ສຸດໃນເວລານີ້ ນອກຈາກການເບິ່ງແຍງຕົນເອງ ແລະຄອບຄົວແລ້ວ ເຮົາຄວນຈະປະຕິບັດຕາມລະບຽບຫລັກການ ແລະຄໍາແນະນໍາຈາກທາງການຕື່ມອີກດ້ວຍ.

XS
SM
MD
LG