ເຈົ້າໜ້າທີ່ອົງການສະຫະປະຊາຊາດ ກ່າວວ່າ ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານ
ນາງ Aung San Suu Kyi ຈະກ່າວຄໍາປາໄສຕໍ່ກອງປະຊຸມແຮງງານ ຢູ່ນະຄອນ
ເຈນີວາ ໃນເດືອນໜ້ານີ້.
ຫົວໜ້າອົງການແຮງງານສາກົນ ຫລື ILO ທ່ານ Juan Somavia ກ່າວໃນວັນອັງ
ຄານມື້ນີ້ວ່າ ທ່ານນາງ Aung San Suu Kyi ຈະກ່າວຄໍາປາໄສຕໍ່ກອງປະຊຸມປະ
ຈໍາປີຂອງ ILO ໃນວັນທີ່ 14 ເດືອນມີຖຸນາໜ້ານີ້.
ນັກເຄື່ອນໄຫວເພື່ອປະຊາທິປະໄຕມາດົນນານຂອງມຽນມາ ຈະໄດ້ເດີນທາງອອກ
ຈາກມຽນມາ ເປັນຄັ້ງທໍາອິດໃນລະຍະ 24 ປີ ຫລັງຈາກທີ່ທ່ານນາງໄດ້ໃຊ້ເວລາ
ສ່ວນໃຫຍ່ຂອງລະຍະສອງທົດສະຫວັດຜ່ານມານີ້ ພາຍໃຕ້ການຖືກກັກບໍລິເວນໃຫ້
ຢູ່ແຕ່ໃນເຂດບ້ານເຮືອນຂອງທ່ານນາງ.
ທ່ານນາງຍັງຈະເດິີນທາງໄປປະເທດນໍຣ໌ເວ ເພື່ອກ່າວຄໍາປາໄສ ຮັບເອົາລາງວັນ
ໂນແບລຂະແໜງສັນຕິພາບ ທີ່ໄດ້ມອບໃຫ້ທ່ານນາງ ເມື່ອເກືອບ 21 ປີກ່ອນ ແຕ່
ທ່ານນາງບໍ່ໄດ້ໄປຮັບດ້ວຍຕົນເອງ ຍ້ອນໄດ້ຖືກກັກຂັງນັ້ນ.
ທ່ານນາງອອງ ຊານ ຊູຈີ ຍັງມີລາຍການທີ່ຈະກ່າວຄໍາປາໄສ ຕໍ່ສອງສະພາຂອງ
ອັງກິດ ປະເທດທີ່ທ່ານນາງເຄີຍໄດ້ອາໃສຢູ່ເປັນເວລາຫລາຍປີ ກັບສາມີ ຊາວ
ອັງກິດທີ່ໄດ້ເສຍຊີວິດໄປແລ້ວນັ້ນ.