ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກການເມືອງ ຂອງທ່ານນາງ ອອງ ຊານ ຊູ ຈີ ຮຽກຮ້ອງໃຫ້ກອງທັບ ປ່ອຍຕົວບັນດາເຈົ້າໜ້າທີ່ຂອງພັກ


ການປະທ້ວງໃນນະຄອນຫຼວງ ກັດມານດູ, ປະເທດ ເນປານ ຫຼັງຈາກກອງທັບ ມຽນມາ ຍຶດອຳນາດ.
ການປະທ້ວງໃນນະຄອນຫຼວງ ກັດມານດູ, ປະເທດ ເນປານ ຫຼັງຈາກກອງທັບ ມຽນມາ ຍຶດອຳນາດ.

ພັກສັນນິບາດຊາດແຫ່ງຊາດເພື່ອປະຊາທິປະໄຕຂອງ ມຽນມາ ໄດ້ຮຽກຮ້ອງໃຫ້ປ່ອຍຕົວຜູ້ນຳ “ທີ່ແທ້ຈິງຂອງປະເທດ ທ່ານນາງ ອອງ ຊານ ຊູ ຈີ, ປະທານາທິບໍດີ ວິນ ມິນ ແລະ ຜູ້ນຳພັກຄົນອື່ນໆ.

ຖະແຫຼງການທີ່ນຳອອກເຜີຍແຜ່ໃນ Facebook ໄດ້ມີຂຶ້ນນຶ່ງວັນຫຼັງຈາກກອງທັບໄດ້ຍຶດການຄວບ ຄຸມປະເທດ ໃນຂະນະທີ່ກັກຕົວນັກການເມືອງອະວຸໂສໄວ້.

ຖະໜົນແມ່ນມິດງຽບໃນວັນອັງຄານມື້ນີ້, ດ້ວຍໂທລະສັບ ແລະ ການບໍລິການອິນເຕີແນັດໄດ້ກັບມາເຮັດວຽກອີກຄັ້ງນຶ່ງ ແລະ ທະນາຄານກໍໄດ້ເປີດຄືນ.

ກອງທັບໄດ້ກ່າວວ່າ ການຍຶດຂອງເຂົາເຈົ້າ, ທີ່ມີກຳນົດຈຳແກ່ຍາວໄປນຶ່ງປີນັ້ນ, ແມ່ນຈຳເປັນຍ້ອນວ່າ ລັດຖະບານບໍ່ໄດ້ດຳເນີນການໃນການກ່າວຫາ ກ່ຽວກັບ ການສໍ້ໂກງການເລືອກຕັ້ງ ເມື່ອເດືອນພະຈິກທີ່ຜ່ານມາ ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ໄດ້ຊະນະຢ່າງຖ້ວມລົ້ນ. ກອງປະຊຸມສະພາແຫ່ງຊາດຊຸດໃໝ່ແມ່ນໄດ້ມີກຳນົດທີ່ຈະເລີ່ມຂຶ້ນວັນຈັນວານນີ້.

ການສະແດງຄວາມເປັນຫ່ວງຂອງສາກົນ ກ່ຽວກັບ ການກະທຳຂອງກອງທັບ ແມ່ນກວ້າງຂວາງ, ດ້ວຍຫຼາຍລັດຖະບານໄດ້ຮຽກຮ້ອງໃຫ້ກອງທັບເຄົາລົບຂະບວນການປະຊາທິປະໄຕ ແລະ ປ່ອຍ ຕົວບັນດາເຈົ້າໜ້າທີ່ທີ່ຖືກຄວບຄຸມຕົວ. ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຂົ່ມຂູ່ທີ່ຈະວາງມາດຕະການລົງໂທດ.

ທ່ານ ໄບເດັນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ສະຫະລັດ ຈະລຸກຂຶ້ນຕໍ່ສູ້ເພື່ອປະຊາທິປະ ໄຕຢູ່ທຸກບ່ອນທີ່ຢູ່ພາຍໃຕ້ການໂຈມຕີ.”

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແມ່ນມີກຳນົດທີ່ຈະຈັດກອງປະຊຸມສຸກເສີນ ໃນວັນອັງຄານມື້ນີ້ ເພື່ອປຶກສາຫາລື ກ່ຽວກັບ ສະຖານະການໃນ ມຽນມາ.

ເອກອັກຄະລັດຖະທູດຂອງ ອັງກິດ ປະຈຳສະຫະປະຊາຊາດທ່ານນາງ ບາບາຣາ ວຸດເຫວີດ, ຜູ້ທີ່ໄດ້ເປັນປະທານໝູນວຽນຂອງສະພາດັ່ງກ່າວໃນເດືອນນີ້, ໄດ້ກ່າວວ່າສະພາຄວາມໝັ້ນຄົງຈະພິ ຈາລະນາ “ມາດຕະການຕ່າງໆ” ເພື່ອສະໜັບສະໜູນການເລືອກຕັ້ງໃນເດືອນພະຈິກ ແລະ ຮັບ ປະກັນການປ່ອຍຕົວຂອງ ທ່ານນາງ ອອງ ຊານ ຊູ ຈີ ແລະ ຜູ້ຖືກຄວບຄຸມຕົວຄົນອື່ນໆ.

ຫົວໜ້າສິດທິມະນຸດ ອົງການສະຫະປະຊາຊາດ ທ່ານນາງ ມິແຊລ ບາເຊີເລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ມັນມີ “ຄວາມຢ້ານກົວຢ່າງເລິກເຊິ່ງ ກ່ຽວກັບ ການປາບປາມທີ່ຮຸນແຮງໃນການອອກສຽງບໍ່ເຫັນດ້ວຍກັບ ລັດຖະບານ” ໃນ ມຽນມາ ແລະ ໄດ້ຮຽກຮ້ອງໃຫ້ກອງທັບຫຼີກລ່ຽງການໃຊ້ກຳລັງທີ່ບໍ່ຈຳເປັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG